Breaking News

ຄ່າອິນເຕີເນັດຜ່ານໂທລະສັບ ຖືກປັບລາຄາໃໝ່

ແບ່ງປັນ

ກະຊວງ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ໄດ້ອອກຂໍ້ຕົກລົງ ໃໝ່ໃນວັນທີ 13/03/2017 ນີ້ ວ່າດ້ວຍການກຳນົດອັດຕາຄ່າໂທລະຊັບ, ອິນເຕີເນັດ ແລະ ລັກການສົ່ງເສີມການຂາຍ.

ເຊິ່ງຈຸດປະສົງກໍ່ແມ່ນເພື່ອການກຳນົດລະບຽບ ແລະ ມາດຕະການ,​ ໃນການກຳນົດອັດຕາຄ່າໂທລະສັບ, ອິນເຕີເນັດ ແລະ ຫຼັກການສົ່ງເສີມການຂາຍ ເພື່ອຮັບປະກັນໃຫ້ການບໍລິການດ້ານໂທລະສັບ ແລະ ອິນເຕີເນັດໃຫ້ມີປະສິດທິພາບ, ປະສິດທິຜົນສູງ ແນໃສ່ການຮັບປະກັນການແຂ່ງຂັນທີ່ເປັນທຳ, ມີຄວາມໂປ່ງໃສ, ປົກປ້ອງສິດ ແລະ ຜົນປະໂຫຍດຂອງຜູ້ໄຊ້ບໍລິການ ທົ່ວປວງຊົນ.
ເຊິ່ງຄ່າບໍລິການ ອິນເຕີເນັດຜ່ານໂທລະສັບມືຖືຈະ ແມ່ນ 150ກີບ/MB
ແລະ ຖ້າເປັນລະບົບ ຮູບແບບແພັກເກັດ ຜ່ານຊີມໂທ ລາຄາຕ່ຳສຸດ ທີ່ 40 ກີບ/MB ຖ້າຜ່ານຊີມເນັດແມ່ນ 10 ກີບ/MB
ລາຍລະອຽດຂໍ້ຕົກລົງຕາມລິງລຸ່ມນີ້:
ຂອບໃຈຂໍ້ມູນຈາກ: ຈົດ​ໝາຍ​ເຫດ​ທາງ​ລັດ​ຖະ​ການ ແຫ່ງ ສ​ປ​ປ ລາວ. ໂດຍ: support prime minister   ແລະ ໂທລະໂຄ່ງ.

http://www.tholakhong.com/2017/03/1332017_21.html

 

ແບ່ງປັນ