Breaking News

7 ວິທີລືມຄົນຮັກເກົ່າໃຫ້ໄວທີ່ສຸດ

ແບ່ງປັນ

ການລືມຄົນຮັກເກົ່າ ເປັນເລື່ອງຍາກສະເໝີ ແຕ່ມັນກໍເປັນສິ່ງທີ່ເຮົາຫຼີກບໍ່ໄດ້ ແລະ ຈໍາເປັນຕ້ອງຕັດໃຈ ເພື່ອເຮັດໃຫ້ເຮົາໄດ້ກັບໄປ ໃຊ້ຊີວິດຄືເກົ່າ ລວມທັງເພີ່ມໂອກາດໃຫ້ຕົວເອງ ທີ່ຈະໄດ້ພົບຄົນໃໝ່ທີ່ດີກວ່າ ລອງອ່ານ ວິທີລືມຄົນຮັກເກົ່າໃນເວລາສັ້ນໆ ແລ້ວເອົາໄປປະຕິບັດເບິ່ງເນາະ!

  1. ພະຍາຍາມບໍ່ຕ້ອງໄປຄິດຮອດເຂົາ

ເພາະວ່າ ທ່ານກັບເຂົາບໍ່ໄດ້ເປັນຫຍັງຕໍ່ກັນແລ້ວ  ບໍ່ວ່າເຂົາຈະເຮັດຫຍັງກໍຕາມ ບໍ່ຄວນທີ່ຈະໄປກ່ຽວຂ້ອງກັນອີກຕໍ່ໄປ

  1. ຈົ່ງຍອມຮັບວ່າທ່ານຍ້ອນເວລາກັບຄືນບໍ່ໄດ້

ເມື່ອຕັດສິນໃຈໄປແລ້ວ ກໍບໍ່ຕ້ອງເສຍໃຈພາຍຫຼັງ ຍອມຮັບການຕັດສິນໃຈຂອງຕົວເອງ ແລະ ພະຍາຍາມເຮັດມື້ຕໍ່ໄປໃຫ້ດີຂຶ້ນເລື້ອຍໆ.

  1. ບໍ່ຄວນຢູ່ຄົນດຽວ

ຄວນແບ່ງເວລາອອກໄປທ່ຽວ ຫຼື ໃຊ້ເວລາຢູ່ກັບຄອບຄົວ ເພາະທ່ານຍັງມີອີກຫຼາຍຄົນ ທີ່ພ້ອມຈະໃຫ້ກຳລັງໃຈ ແລະ ຢູ່ເປັນເພື່ອນທ່ານສະເໝີ.

  1. ຊອກສິ່ງໃໝ່ໆ ເຮັດ

ໂດຍສະເພາະ ຊອກຮຽນພາສາ ເພື່ອເພີ່ມຄວາມຮູ້ໃຫ້ກັບຕົນເອງ ອອກກໍາລັງກາຍຢ່າງສະໝໍ່າສະເໝີ ເພື່ອຈະໄດ້ ປ່ຽນຄວາມສົນໃຈ ແລະ ຍັງຊ່ວຍໃຫ້ທ່ານໄດ້ພັດທະນາຕົວເອງໄປໃນຕົວນຳອີກ.

  1. ຊັງກັນໄປກໍບໍ່ມີຫຍັງດີ

ຖ້າເຂົາເປັນຄົນບໍ່ດີ ກໍຖືວ່າເປັນໂຊກດີຂອງທ່ານທີ່ເລີກກັບເຂົາໄດ້ ແລະ ລືມເຂົາໄປຊະ ຈະໄປຈື່ເຂົາໃຫ້ເສຍຄວາມຮູ້ສຶກເຮັດຫຍັງລະ.

  1. ປ່ຽນມາສົນໃຈຕົວເອງ

ລອງປ່ຽນມາເຮັດຕາມໃຈທີ່ຕົນເອງມັກ ແລະ ມ່ວນກັບຊີວິດໂສດໃຫ້ຫຼາຍໆ ສິ່ງສໍາຄັນກ່ອນທີ່ທ່ານຈະໄປຮັກໃຜ ຄວນຮັກຕົວເອງໃຫ້ຫຼາຍໆກ່ອນດີກວ່າ

  1. ເລົ່າໃຫ້ໃຜຟັງຈັກຄົນ

ສິ່ງນີ້ ອາດຈະຊ່ວຍໃຫ້ທ່ານຮູ້ສຶກມີກໍາລັງໃຈຂຶ້ນມາໄດ້ ເພາະຊ່ວຍໃຫ້ທ່ານຮູ້ສຶກວ່າຍັງມີຄົນທີ່ຄອຍປອບໃຈເຮົາຢູ່ໃນວັນທີ່ເຮົາເສີຍໃຈ.

 

ແບ່ງປັນ