Breaking News

ອັນດັບບຸກຄົນທີ່ລວຍທີ່ສຸດ ປະຈໍາປີ 2017

ແບ່ງປັນ

 

ວາລະສານ Forbes. ວາລະສານ ທີ່ມີຊື່ສຽງຂອງ ສະຫະລັດ ອາເມິຣິກາ ເປີດເຜີຍຜົນການສໍາຫຼວດ ຜູ້ທີ່ມີຖານະລໍ່າລວຍທີ່ສຸດໃນໃນໂລກ ປະຈໍາປີ 2017. ໂດຍ ອັນດັບ 1 ຍັງຄົງເປັນ ທ່ານ ບິວເກດ (Bill Gates) ມະຫາເສດຖີ ຊາວອາເມຣິກາ ຜູ້ຮ່ວມກໍ່ຕັ້ງບໍລິສັດ ໄມໂຄຣຊອຟ ທີ່ມີມູນຄ່າຊັບສິນ 86.000 ລ້ານໂດລາ ແລະ ສາມາດຄອງຕໍາແໜ່ງນີ້ມາ 4 ຕິດຕໍ່ກັນແລ້ວ.

ສ່ວນອັນດັບ 2 ເປັນຂອງ ທ່ານ ວໍເລັນ ບັຟເຟດ (Warren Buffett) ປະທານບໍລິສັດດ້ານການລົງທຶນ ຊຶ່ງປີ 2016 ຢູ່ອັນດັບ 3 ມີມູນຄ່າຊັບສິນ 75.600 ໂດລາ, ອັນດັບ 3 ທ່ານ ເຈຟ ເບຊອສ (Jeff Bezos) ຜູ້ກໍ່ຕັ້ງ Amazon, ອັນດັບ 5 ມີ 2 ຄົນຄື: ມາກ ຊັກເຄີເບີກ (Mark Zuckerberg) ແລະ ທ່ານ ອາມານຊິໂອ ອໍເຕກາ (Amancio Ortega)  ເຈົ້າຜະລິດຕະພັນ Zara ຈາກແອັດສະປາຍ ຊຶ່ງໃນປີ 2016 ຢູ່ອັນດັບທີ 2, ອັນດັບ 6 ທ່ານ ຄາລອສ ຊາລິມ (Carlos Slim) ເຈົ້າຂອງທຸລະກິດສື່ສານໂທລະຄົມມະນາຄົມ ຈາກ ປະເທດແມັກຊິໂກ ຊຶ່ງປີກາຍຢູ່ອັນດັບ 4. ອັນດັບ 7 ທ່ານ ແລຣີ່ ເອວດີສັນ (Larry Ellison) ຜູ້ກໍ່ຕັ້ງ Oracle Inc, ອັນດັບ 8 ແລະ 9 ເປັນຂອງສອງພີ່ນ້ອງຕະກູນ ຄອດ ຄື: ທ່ານ ຊາດ ຄອດ (Charles Koch) ແລະ ເດວິດ ຄອດ (David Koch) ແລະ ອັນດັບ 10 ເປັນຂອງ ໄມເຄີນ ບຣູມເບີກ  (Michael Bloomberg) ຊຶ່ງໃນປີກາຍຢູ່ອັນດັບ 8 ອະດີດເຈົ້າຄອງນະຄອນ ນິວຢອກ.

ສະຫະລັດ ເປັນປະເທດທີ່ມີອະພິມະຫາເສດຖີຫຼາຍທີ່ສຸດໃນໂລກ 565 ຄົນ, ຮອງລົງມາແມ່ນ ຈີນ 319 ຄົນ ແລະ ເຢຍລະມັນ 114 ຄົນ.

 

ບິວເກດ

ວໍເລັນ ບັຟເຟດ

ເຈຟ ເບຊອສ

ມາກ ຊັກເຄີເບີກ

ອາມານຊິໂອ ອໍເຕກາ

ແບ່ງປັນ