Breaking News
KuanjaI FaceB

ຫາດຊາຍ Hahei ປະ​ເທດ​ນິວຊີ​ແລນ

ແບ່ງປັນ

ຫາດຊາຍ Hahei ປະເທດນິວຊີແລນ

ວາລະສານຂັວນໃຈສະບັບນີ້ຂໍພາເພື່ອນໆ ໄປຮູ້ຈັກກັບທະເລແຫຼ່ງນ້ຳໃສໆ ເມື່ອເຫັນແລ້ວຕ້ອງອົດໃຈບໍ່ໄດ້ທີ່ຈະລົງລອຍຫຼີ້ນນ້ຳແບບເຢັນຊື່ນໃຈນັ້ນກໍຄື “ຫາດຊາຍ Hahei” ເຊິ່ງຕັ້ງຢູ່ບໍລິເວນ Coromandel ໃນ Waikato ພາກເໜືອຂອງປະເທດນິວຊີແລນ ແລະ ເປັນທີ່ຕັ້ງຂອງ Cathedral Cove ຫຼື ເອີ້ນອີກຢ່າງໜຶ່ງວ່າ “ຫີນໂຄ້ງທີ່ສັກສິດ” ເຊິ່ງເປັນອີກໜຶ່ງສະຖານທີ່ ທີ່ນັກທ່ອງທ່ຽວນິຍົມກັນໄປທ່ຽວຊົມຜັກຜ່ອນຫຼາຍເປັນພິເສດ ເຊິ່ງເອີ້ນໄດ້ວ່າເປັນສະຖານທ່ອງທ່ຽວທີ່ເໝາະສຳລັບຄົນຮັກທະເລ.

ຫາດຊາຍ Hahei ນອກຈາກຈະເປັນທະເລທີ່ສວຍງາມ, ມີຊາຍຫາດຂາວໃສແລ້ວ ຍັງມີກ້ອນຫີນທີ່ເປັນໂຄ້ງໃຫຍ່ທີ່ໃຫ້ຄວາມສະຫງົບສຸກ. ເນື່ອງຈາກວ່າຫີນນັ້ນມີຂະໜາດໃຫຍ່ບວກກັບບັນຍາກາດອັນເຢັນສະບາຍແສນສະຫງົບສຸກ ຈຶ່ງພາໃຫ້ມີນັກທ່ອງທ່ຽວນິຍົມມາພັກຜ່ອນເປັນຈຳນວນຫຼວງຫຼາຍ ເພື່ອຜ່ອນຄາຍພາຍໃຕ້ຮົ່ມເງົາຂອງຜາຫີນ ລວມທັງເຮັດຈັດກິດຈະກຳທາງນ້ຳຫຼາຍຢ່າງເຊັ່ນ ດຳນ້ຳເພື່ອຊົມປະກາລັງ ແລະ ພາຍເຮືອຫຼີ້ນ ຊົມພາບທິວທັດທຳມະຊາດ. ນອກຈາກນີ້, ໃຈກາງເມືອງ ຂອງແຖວບໍລິເວນຫາດຊາຍ Hahei ຍັງປະກອບດ້ວຍຮ້ານອາຫານ ຄາເຟ່, ພັບບຣາ, ຮ້ານຂາຍເຄື່ອງທີ່ລະນຶກ, ຮ້ານຄ້າທົ່ວໄປທີ່ສະດວກສະບາຍໃຫ້ກັບການຈັບຈ່າຍຊື້ຂອງໃຊ້ສຳລັບນັກທ່ອງທ່ຽວບໍ່ວ່າຈະເປັນອຸປະກອນດຳນ້ຳ, ອຸປະກອນຕຶກປາ ແລະ ອື່ນໆ. ທັງໝົດນີ້ ເປັນສິ່ງທີ່ເຮັດໃຫ້ຫາດຊາຍ Hahei  ນີວຊີແລນ ກາຍເປັນຫາດຊາຍທ່ອງທ່ຽວທີ່ໜ້າສົນໃຈ ແລະ ພ້ອມທີ່ຈະສ້າງຄວາມປະທັບໃຈໃຫ້ຜູ້ທີ່ມາຢ້ຽມຢາມທ່ຽວຊົມ.

01

ແບ່ງປັນ