Breaking News

ສວນສະໜຸກ Lego land ເປັນສວນສະໜຸກແຫ່ງທີ 6 ຂອງໂລກ

ແບ່ງປັນ

      ສວນສະໜຸກ Lego land ເປັນສວນສະໜຸກແຫ່ງທີ 6 ຂອງໂລກ ແລະ ເປັນແຫ່ງທຳອິດໃນອາຊີ ຕັ້ງຢູ່ ISKANDAR ລັດ Johor Bahru  ປະເທດມາເລເຊຍ ທາງພາກໃຕ້ສຸດຂອງແຫຼມມາລາຍູ ຕິດກັບປະ ເທດສິງກະໂປ ເປັນສວນສະໜຸກສຳລັບຄອບຄົວ ແລະ ເດັກນ້ອຍອາຍຸ 2-12 ປີ ເຊິ່ງມີເຄື່ອງຫຼິ້ນຫຼາຍກວ່າ 40 ຊະນິດ ໃນເນື້ອທີ່ 34 ເຮັກຕາ ແບ່ງເປັນ 7 ໂຊນຄື:

  1. ໂຊນ The Begining ເປັນບໍລິເວນທາງເຂົ້າສວນສະໜຸກປະກອບດ້ວຍຮ້ານອາຫານ, ກາເຟ ແລະ ຮ້ານຂາຍເຄື່ອງທີ່ລະນຶກ.
  2. ໂຊນ Miniland ທີ່ມີ lego ປະກອບຕໍ່ກັນຂຶ້ນມາເປັນການຈຳລອງ ສະຖານທີ່ສຳຄັນຂອງປະເທດຕ່າງໆໃນອາຊີ ໂດຍໂຊນນີ້ຖືວ່າເປັນໂຊນເດັ່ນທີ່ພິເສດຂອງສວນສະໜຸກ ເພາະໄດ້ໃຊ້ເວລາສ້າງ 3 ປີ ແລະ ໃຊ້ lego ເຖິງ 30 ລ້ານອັນ ແລະ ສິ່ງທີ່ຄົນລາວຕ້ອງໄປຢ້ຽມຊົມນັ້ນຄື: ຮູບຈໍາລອງສວນປະຕູໄຊ ຂອງບ້ານເຮົາ ທີ່ມີຂະໜາດໃຫຍ່ ແລະ ສວຍງາມຫຼາຍ.
  3. ໂຊນ Lego Technic ເຄື່ອງຫຼິ້ນແບບຕື່ນເຕັ້ນ, ທ້າທາຍດ້ວຍລົດໄຟເຫາະ.
  4. ໂຊນ Lego Kingdom ເປັນປາສາດແຫ່ງເວດມົນ ແລະ ນັ່ງລົດໄຟເຫາະເທິງຫຼັງມັງກອນ,
  5. ໂຊນ Land of Adventure ເປັນການປະຈົນໄພໃນເກາະໄດໂນເສົາ ແລະ ປີລະມິດແຫ່ງເອຢິບ.
  6. ໂຊນ Imgination ເປັນສະຖານທີ່ສ້າງຈິນຕະນາການໃຫ້ເດັກນ້ອຍທັງຫຼາຍດ້ວຍການຕໍ່ lego ຫຼາກຫຼາຍແບບ.
  7. ໂຊນ Lego City ສະຖານທີ່ໃຫ້ເດັກນ້ອຍໄດ້ລອງບັງຄັບລົດ ແລະ ເຮືອ ເພື່ອໃຫ້ຮຽນຮູ້ປະສົບການດ້ວຍຕົວເອງ. ນອກຈາກນີ້, ຍັງມີ ຫໍຄອຍທີ່ມີຄວາມສູງ 41 ແມັດ ເພື່ອໃຫ້ນັກທ່ອງທ່ຽວສາມາດທ່ຽວຊົມ Lego land ໄດ້ 360 ອົງສາ ພຽງເວລາບໍ່ເທົ່າໃດວິນາທີ. ດັ່ງນັ້ນ, ຖ້າທ່ານຍັງບໍ່ທັນມີແຜນການຈະໄປທ່ຽວໃສ? ຢ່າລືມໄປທ່ຽວ ສວນສະໜຸກ LEGO Land ມາເລເຊຍ ຮັບຮອງວ່າທ່ານຈະບໍ່ຜິດຫວັງ ພ້ອມນີ້ ໃນປະເທດມາເລເຊຍຍັງມີແຫຼ່ງທ່ອງທ່ຽວຫຼາຍແຫ່ງທີ່ດຶງດູດ ລວມທັງມີແຫຼ່ງ ຊ໋ອບປີ້ງ ຫຼວງຫຼາຍໃຫ້ທ່ານໄດ້ເລືອກຊື້ສິນຄ້າລະດັບໂລກໃນລາຄາທີ່ບໍ່ແພງເພາະວ່າຈະມີການຫຼຸດລາຄາເປັນແຕ່ລະໄລຍະ. “ຄິດຫຍັງຫຼາຍໄປທ່ຽວມາເລເຊຍກັນດີກວ່າ”.

ແບ່ງປັນ