Breaking News

ມາແລ້ວ! ເມນູໃໝ່ປະຈຳໜ້າຮ້ອນ “ໝາກມ່ວງອົກລ້ອງທອງ ຊັນເດ” ຈາກຮ້ານ Swensen’s Laos

ແບ່ງປັນ

ເປີດໂຕຢ່າງເປັນທາງການແລ້ວ ສຳລັບກະແລັມລົດຊາດໃໝ່ຫຼ້າສຸດ “ໝາກມ່ວງອົກລ້ອງທອງ ຊັນເດ” ຈາກຮ້ານກະແລັມຍອດນິຍົມ Swensen’s Laos ເຊິ່ງໃນໜ້າຮ້ອນປີນີ້ຈະມີ 2 ລົດຊາດໃໝ່ຄື ແມງໂກ້ ອົກລ້ອງທອງ ແລະ ແມງໂກ້ ຊອດເບທ໌ ແລະ ຈະເສີບມາເປັນເມນູເຖິງ 6 ເມນູເຊັ່ນ: ແມງໂກ ດີໄລ້ (Mango Delight), ແມງໂກ້ໂບດ (Mango Boat),​ ແມງໂກ້ ເຮີລີເຄນ (Mango Hurricane), ແມງໂກ້ ສະມູດຕີ້ (Mango Smoothie), ແມງໂກ້ ເຄຣັບ (Mango Crepe), ແມງໂກ້ ທີໂອ້ (Mango Trio) ແລະ ລາຄາກໍເລີ່ມຕົ້ນຕັ້ງແຕ່ 28.000 ພັນກີບໄປຈົນເຖິງ 65.000 ພັນກີບ

ຈາກການສຳພາດ ທ່ານ ນິກອນ ທ່ຽງທຳ ຜູ້ຊ່ວຍຜູ້ຈັດການຮ້ານ Swensen’s Laos ໄດ້ເປີດເຜີຍວ່າ: ທາງຮ້ານພ້ອມແລ້ວທີ່ຈະແນະນຳເມນູໃໝ່ “ໝາກມ່ວງອົກລ້ອງທອງ ຊັນເດ” ໃຫ້ປະຊາຊົນລາວໄດ້ບໍລິໂພກກະແລັມທີ່ເຮັດຈາກໝາກມ່ວງອົກລ້ອງທອງ 100%, ເພາະວ່າກະແລັມລົດຊາດນີ້ເປັນກະແລັມທີ່ໄດ້ຮັບຄວາມນິຍົມຫຼາຍໃນປະເທດເຮົາໃນທຸກໆປີ ແລະ ຍັງມີໂປຼໂມຊັ່ນສຸດພິເສດຈາກທາງຮ້ານ ພຽງແຕ່ທ່ານນຳໄບປິວຈາກຮ້ານມາແລກ ກໍຈະໄດ້ຮັບສິດທີພິເສດ ຫຼຸດທັນທີ 10%.

ສຳລັບຮ້ານກະແລັມ Swensen’s Laos ແມ່ນເລີ່ມຕົ້ນກໍ່ຕັ້ງໃນວັນທີ 24 ມີນາ 2010 ແລະ ປັດຈຸບັນມີທັງໝົດ 3 ສາຂາຄື: ສາຂາ 1 ເປັນສາຂາໃຫ່ຍຢູ່ທີ່ຫໍວັດທະນະທຳແຫ່ງຊາດ, ສາຂາ 2 ຢູ່ທີ່ດົງໂດກຕໍ່ໜ້າມະຫາວິທະຍາໄລແຫ່ງຊາດ, ສາຂາ 3 ຢູ່ທີ່ຈີ່ນາຍໂມ້ ຖ້າທ່ານໃດສະດວກທີ່ຈະໄປລິ້ມລອງລົດຊາດແຊບໆເຢັນໆຂອງກະແລັມລົດຊາດໃໝ່ເພິ່ນກໍເປີດໃຫ້ບໍລິການທຸກໆມື້ຕັ້ງແຕ່ເວລາ 10:00 AM-10:00 PM ກັນເລີຍ.

ຂໍຂອບໃຈຮູບພາບບາງສ່ວນຈາກ: Swensen’s Laos

ແບ່ງປັນ