Breaking News

ນາງສັງຂານປີນີ້ ຂີ່ຫຍັງ, ສະເຫວີຍຫຍັງເປັນອາຫານ, ເຄື່ອງນຸ່ງປະດັບດ້ວຍຫຍັງ? ແລະ ຈະມີຫຍັງເກີດຂື້ນໃນປີຕໍ່ໄປນີ້ (ມີຄໍາຕອບ)

ແບ່ງປັນ

ຄໍາທໍານາຍ ບຸນປີໃໝ່ລາວ ພສ 2560 (ຄສ 2017)

ສະບາຍດີສາວໆ ຕ້ອນຮັບສູ່ຕອນເຊົ້າວັນຈັນ ອາກາດເຢັນໆໃນມື້ນີ້ ໄລຍະນີ້ກໍເອີ້ນໄດ້ວ່າເປັນໄລຍະກະກຽມສູ່ປະເພນີບຸນປີໃໝ່ລາວກັນແລ້ວ ຊິ່ງບຸນປີໃໝ່ລາວເປັນບຸນປະເພນີ 1 ໃນຮີດສິບຂອງ ຮີດຂອງຄົນລາວທີ່ໄດ້ປະຕິບັດກັນມາແຕ່ສະໄໝບູຮານກັແລ້ວ ຈົນມາຮອດປັດຈຸບັນບຸນປີໃໝ່ໄດ້ກາຍເປັນ ປະເພນີທີ່ຄົນລາວ ກໍຄືຊາວພຸດທະບໍຣິສັດທັງຫຼາຍຈົດຈໍາໄດ້ດີ ແລະ ໃຫ້ຄວາມສໍາຄັນຫຼາຍ ເພາະຄົນລາວສ່ວນຫຼາຍທີ່ຢູ່ຕ່າງແຂວງມາອາໄສຢູ່ໃນເມືອງ ຫຼືຄົນລາວທີ່ອາໄສຢູ່ຕ່າງປະເທດ ກໍຈະມັກຖືເອົາໂອກາດບຸນປີໃໝ່ລາວນີ້ ເປັນມື້ພັກຜ່ອນເພື່ອໄປຢ້ຽມພໍ່ແມ່ ຍາດຕິພີ່ນ້ອງທີ່ຢູ່ທາງບ້ານເກີດ ແລະ ມື້ນີ້ BeautyGuru ຈະມາສະເໜີໃຫ້ສາວໆຮູ້ກ່ຽວກັບຄໍາທໍານາຍ ປີໃໝ່ລາວ ພສ 2568 ນີ້ວ່າຈະດໍາເນີນໄປແນວໃດແດ່ ແລະ ນາງສັງຂານຂີ່ຫຍັງ, ມີນາມວ່າຫຍັງ? ແລະ ການດໍາລົງຊີວິດຈະເປັນແນວໃດນັ້ນ ເຮົາໄປຮູ້ຈັກພ້ອມໆກັນເລີຍ

ປະຕິທີນ ປີລະກາ, ນົບພະສົກ, ປົກຕິມາດ ພສ 2560, ຈສ 1397, ຄສ 2017

  • ວັນສັງຂານລ່ວງ: ວັນສຸກ (ມື້ຮ້ວງໝົດ) ແຮມ​ 3 ຄໍ່າ ເດືອນ 5 ພສ 2560 ກົງກັບວັນທີ 14 ເມສາ ຄສ 2017 ເວລາ 3 ໂມງ 12 ນາທີ 30 ວິນາທີ
  • ວັນສັງຂານເນົາ: ວັນເສົາ (ມື້ເຕົ່າສັນ) ແຮມ 4 ຄໍ່າ ເດືອນ 5 ພສ 2560 ກົງກັບວັນທີ 15 ເມສາ ຄສ 2017 (ເນົາວັນດຽວ)
  • ວັນສັງຂານຂື້ນ: ວັນອາທິດ (ມື້ກ່າເຮົ້າ) ແຮມ 5 ຄໍ່າ ພສ 2560 ກົງກັບ ວັນທີ 16 ເມສາ ຄສ 2017 ເວລາ 6 ໂມງ 46 ນາທີ 48 ວິນາທີ ປ່ຽນປີວອກ (ຮວຍສັນ) ອັດຖະສົກ, ປົກກະຕິມາດ ໄປເປັນປີລະກາ (ເມິງເຮົ້າ) ນົບພະຈົກ ຈສ 1379
  • ນາງສັງຂານ: ປີລະກາ (ເມິງເຮົ້າ) ນົບພະສົກ ທາງຈັນທະລະຄະຕິ ເປັນປີປະຕິມາດ, ປົກກະຕິວານ, ທາງສຸລິຍະຄະຕິເປັນປົກກະຕິສຸລະທິນຄືກັນ. ນາມມະຫາສົງການ ນາງເທບທິດາທີ 6 ຊົງພະນາມວ່າ “ກິມິທາເທວີ” ຊົງພາຫູລັດທັດດອກແກ້ວຈັງກອນ (ບົວແບ້) ອາພອນປະດັບດ້ວຍແກ້ວບຸສະລາຄໍາ (ແກ້ສີເຫຼືອງ) ສະເຫວີຍກ້ວຍນໍ້າເປັນພັດຕາຫານ, ພະຫັດຂວາຊົງຂັນ (ດາບ) ພະຫັດຊ້າຍຊົງພິນ, ສະເດັດມານັ່ງເທິງຫຼັງມະຫິງສາ (ຄວາຍ) ເປັນພາຫະນະ
  • ເກນພິລຸນະສາດ: ພະອັງຄານເປັນອະທິບໍດີ, ນາກຫຼີ້ນນໍ້າເຈັດຕົວ, ບັນດານໃຫ້ຝົນຕົກ 300 ຫ່າ, ຕົກໃນຂອບຈັກກະວານ 120 ຫ່າ, ຕົກໃນປ່າຫິມະພານ, 90 ຫ່າ, ຕົກໃນມະຫາສະໝຸດ, 60 ຫ່າ ແລະ ຕົກໃນມະນຸດໂລກ 30 ຫ່າ
  • ເກນທາລາທິຄຸນ: ຕົກລາສິອາໂປ, ນໍ້າຈະມາກ, ຝົນຕົ້ນປີຈະໜ້ອຍ, ກາງປີຈະງາມ, ປາຍປີຈະມາກ, ນາດອນ ແລະ ນາລຸ່ມຈະດີທຸກແຫ່ງ, ຈະມີກະແສລົມພາຍຸພັດແຮງຫຼາຍທີ່ສຸດ ມາຈາກທິດທັງ 4 ຕາມລະດູການ
  • ເກນທັນຍາຫານ: ຊື່ວ່າວິບັດ ເຂົ້າກ້າ ໄຮ່ ນາ ຈະມີດ້ວງ ບົ້ງ ແມງກິນ ຈະໄດ້ຜົນແຕ່ເຄີ່ງດຽວ, ເຂົ້ານາຈະຢືນຕາຍ, ຈະເກີດໄພແຫ້ງແລ້ງ, ນໍ້າຈະໜ້ອຍກວ່າທຸກປີ
  • ຜະຫຼາມັດສະມັງສາຫານ: ໝາກໄມ້ຈະດົກຫຼາຍ, ຊີ້ນປາອາຫານຈະມີພໍສົມຄວນ, ເຂົ້າປາພືດພັນຈະແພງ
  • ລູກຄະຊາດ: ໄມ້ຈວງຈັນ (ໄມ້ກ່ອງ) ເປັນພະຍາ, ຄົນທັງຫຼາຍມັກຈະເປັນພະຍາດ ແຕ່ເດັກນ້ອຍມັກຈະເຈັບຫູເຈັບຕາຫຼາຍ
  • ເກນກາລະໂຍກ: ວັນອັງຄານເປັນທຸງໄຊ, ວັນພະຫັດອະທິບໍດີ ວັນພະຫັດອຸບາດ, ວັນເສົາໂລກາວິນາດ

ສະຫຼຸບຜົນສໍາເລັດການຄໍານວນດັ່ງນີ້:

  1. ຫໍລະຄຸນອັດຕາ 503693 ຈໍານວນວັນທີ່ລ່ວງມາແລ້ວ (1379)
  2. ກໍາມັດຊະພົນອັດຕາ 574 ປົກກະຕິສຸລະທິນ
  3. ອຸດຈະພົນອັດຕາ 2112 ຈໍານວນ 365 ວັນ ໃນຮອບ 1 ປີ
  4. ອາວະມານອັດຕາ 429 ປົກກະຕິວານ
  5. ມາດສະເກນອັດຕາ 17056 ປົກກະຕິມາດ
  6. ດິຖິຖະເຫຼິງສົກ 20 ເດືອນ 5 ແຮມ 5 ຄໍ່າ ເປັນວັນສັງຂານຂື້ນ ປີໃໝ່ລາວ
  7. ວາຖະເຫຼິກສົກ 1 ວັນອາທິດ

By: BeautyGuru

ຄໍານວນໂດຍ: ຄູບາ ບຸນທັນ ບຸນຍະກາມາະເຖຣະ ວັດປ່າໂພນເພົາ ວະນາລາມ ຫຼວງພະບາງ

ທີ່ມາ: www.idsala.com

ແບ່ງປັນ