Breaking News

ແຫຼ່ງທ່ອງທ່ຽວທີ່ຫຼາຍຄົນບໍ່ຮູ້?

ແບ່ງປັນ

ບັນດາທ່ານຜູ້ອ່ານທີ່ໜ້າຮັກ ມື້ນີ້ເຮົາໄປທ່ຽວ ແຂວງຫົວພັນ ໄປຫຼິ້ນຕາດນໍ້ານົ່ວ ເຊິ່ງຕາດແຫ່ງນີ້ຕັ້ງຢູ່ ເຂດບ້ານສາມັກຄີໄຊ ຂຶ້ນກັບເມືອງວຽງໄຊ ເຊິ່ງຢູ່ລະຫວ່າງກິໂລແມັດທີ 22 ເທິງເສັ້ນທາງແຕ່ ເມືອງ ຊໍາເໜືອຫາເມືອງວຽງໄຊ.

ນໍ້າຕົກຕາດນໍ້ານົ່ວມີຄວາມພິເສດກວ່າຕາດອື່ນ ເນື່ອງຈາກວ່າ ມັນຕັ້ງຢູ່ໃຈກາງພູຜາປ່າດົງທີ່ເຕັມໄປດ້ວຍສຽງຮ້ອງຂອງສັດສາວາສິ່ງອ້ອຍອິ່ນມາຕາມສາຍລົມ ເມື່ອໄດ້ຟັງແລ້ວກໍ່ຈະຮູ້ສຶກຫຼົງໄຫຼໄປກັບທິວທັດທໍາມະຊາດອັນຂຽວສົດງົດງາມ. ນອກຈາກການລົງຫຼິ້ນນໍ້າແລ້ວ ທ່ານຍັງສາມາດຍ່າງປ່າ ເພື່ອເລາະຊົມບໍລິເວນອ້ອມແອ້ມຕາດນໍ້ານົ່ວ ຫຼື ຈະນັ່ງພັກຜ່ອນ ກິນເຂົ້າປ່າພ້ອມທັງສໍາຜັດກັບອາກາດສົດຊື່ນຢູ່ແຄມຕາດກໍ່ໄດ້.

ເຄຼດິດຮູບພາບ: google.com

ຂໍ້ມູນຈາກ: ກົມໂຄສະນາການທ່ອງທ່ຽວ

ແບ່ງປັນ