Breaking News

5 ຮ້ານອາຫານ ນັ່ງຫຼິ້ນ ພ້ອມກັບບັນຍາກາດສຸດເລີດ!

ແບ່ງປັນ

ກ່ອນຈະຮອດບຸນປີໃໝ່ລາວ ເພື່ອນໆ Kuanjai Foodie ມີຮ້ານອາຫານ ທີ່ດີໆ ແຊບໆ ບັນຍາກາດສຸດເລີດ ເພື່ອໄປສ້າງສັນກັບຄອບຄົວ, ໝູ່ເພື່ອນ ແລະ ຄົນຮັກ ແລ້ວຫຼືບໍ່?      ນີ້ເລີຍ!!   ມື້ນີ້!  ທາງ Kuanjai Foodie ຈະໄດ້ມາຈັດອັນດັບ TOP 5 ຮ້ານອາຫານທີ່ສຸດແຊບ, ບັນຍາກາດດີໆ ຢູ່ໃນຕົວເມືອງນະຄອນຫຼວງວຽງຈັນ ປະຈຳເດືອນ ມີນາ 2017 ນີ້ ມາແນະນຳໃຫ້ເພື່ອນໆໄດ້ຮູ້ຈັກເພື່ອໄວ້ເປັນຕົວເລືອກໃນການຮັບປະທານອາຫານທີ່ດີທີ່ສຸດ.

ຮ້ານອາຫານ 3434 

ຫາກທ່ານກຳລັງຊອກຫາຮ້ານອາຫານທີ່ແຊບ! ເສບດົນຕີສົດ! ການບໍລິການທີ່ເປັນກັນເອງ! ມີໂປຣໂມຊັ່ນໃໝ່ໆ ສຳລັບທຸກເທສະການ ໃຫ້ລູກຄ້າຕື່ນເຕັ້ນໄດ້ຕະຫຼອດທັງປີ ຕ້ອງຮ້ານ 3434 .  ຕອນກາງເວັນ ຈະເປັນຮ້ານອາຫານປະເພດອາຫານຕາມສັ່ງ ລູກຄ້າສາມາດມານັ່ງພັກຜ່ອນ, ກິນອາຫານແຊບໆ, ດື່ມກາເຟເຢັນໆພ້ອມກັບມາໃຊ້ບໍລິການລ້າງອັດສີດລົດກໍໄດ້. ສ່ວນຕອນແລງ ຮ້ານຈະເປັນຮູບແບບຄາເຟ່ ອາຫານປະເພດຂອງແກ້ມ ກັບເບຍເຢັນໆ ມີວົງດົນຕີຫຼິ້ນສົດໆ ມ່ວນໆໃຫ້ໄດ້ຟັງກັນ ເວົ້າໄດ້ວ່າເພິ່ນເປີດຕັ້ງແຕ່ 8 ໂມງເຊົ້າ ຮອດ 23 ໂມງກາງຄືນກັນເລີຍ ສ່ວນດົນຕີສົດແມ່ນເລີ່ມບັນເລງເວລາ 20:00 ໂມງ ເປັນຕົ້ນໄປ. ບັນຍາກາດຂອງຮ້ານຕົບແຕ່ງແບບປະສົມປະສານ Modern Architecture Loft ເນັ້ນເບິ່ງແລ້ວສະບາຍໆ ແບ່ງອອກເປັນສອງ Zone ຄື: Indoor ຕິດແອເຢັນສະບາຍ ແລະ Outdoor ສົດຊື່ນແບບທຳມະຊາດ. ເມນູແນະນຳຂອງຮ້ານມາແລ້ວຕ້ອງສັ່ງຄື: ດູກຂ້າງອົບຊ໋ອດ, ຕົ້ມຊຸບເປີແຊບ 3434, ເປັດຮົມຄວັນພິກໄທດຳ ແລະ ເມນູພິເສດ ຜັດໂຄຂຸນພິກໄທດຳ. ສ່ວນເຄື່ອງດື່ມ ກໍມີຫຼາກຫຼາຍຢ່າງໃຫ້ເລືອກເຊັ່ນ: ກາເຟ (ຮ້ອນ, ເຢັນ, ປັ່ນ) ມີທັງເຫຼົ້າ ແລະ ວາຍ. ອາຫານທຸກຈານ ລາຄາບໍ່ແພງ ເລີ່ມຕົ້ນ 15.000 ກີບ – 60.000 ກີບເທົ່ານັ້ນ. ຮ້ານອາຫານ 3434 ມີ 2 ສາຂາ ຫາກໃຜຢູ່ໃກ້ສາຂາໃດ ກໍຢ່າລືມແວ່ອຸດໜູນກັນໄດ້ ເພາະເຮົາມີບໍລິການແບບ 2 In 1 ຈະມາລ້າງລົດ ພ້ອມກິນອາຫານແຊບໆ ຫຼືມັກຊຸມແຊວກັບໝູ່ຄູ່ ເພິ່ນຈັດໃຫ້ໄດ້ຕາມຄວາມຕ້ອງການ

ສາຂາ 1 ຕັ້ງຢູ່ ບ້ານດອນກອຍ, ສາຂາ 2 ຕັ້ງຢູ່ລະຫວ່າງບ້ານວັງຊາຍ ຫາ ບ້ານໂນນສະຫວ່າງ. ເປີດບໍລິການຕັ້ງແຕ່ 8:00 ໂມງເຊົ້າ ຫາ 23:00 ໂມງ. ໂທ: 020 2222 4050. ລາຍລະອຽດຂອງຮ້ານສາມາດເຂົ້າເບິ່ງໄດ້ Facebook: 3434 Café & Restaurant


ຮ້ານ The City Coffee & Restaurant

ເປັນຮ້ານທີ່ມີລູກຄ້າຂ້ອນຂ້າງໜ້າແໜ້ນແຕ່ເຊົ້າຮອດຄ່ຳ ແວ່ວຽນມາອຸດໜູນບໍ່ຂາດສາຍ ດ້ວຍຈຸດພິເສດຂອງຮ້ານທີ່ໄດ້ຮວບຮວມເມນູອາຫານ ແລະ ເຄື່ອງດື່ມຫຼາກຫຼາຍປະເພດ ທັງຄາວຫວານແບບນາໆຊາດເຂົ້າມາລວມກັນຢູ່ໃນຮ້ານດຽວ ບໍ່ວ່າຈະເປັນອາຫານລາວ, ໄທ, ຝຣັ່ງ, ເຢຍລະມັນ, ອີຕາລີ…ອາຫານ Fusion Food ເບິ່ງແລ້ວ ຄ້າຍໆເປັນຮ້ານອາຫານຕາມສັ່ງເລີຍ. ເມນູອາຫານຫຼັກໆກໍມີທັງ: ລາບ, ສະເຕັກ (steak), ສະລັດ, ແຊນວິດ (Sandwich), ເຂົ້າຈີ່, ແຮມເບີເກີ້ (Hamburger), ສະປາເກັດຕີ້ (Spaghetti), ຊຸບ (Soup), ພິດຊ່າ (Pizza), ອາຫານເພື່ອສຸຂະພາບ, ອາຫານຈານດຽວຕາມສັ່ງ, ອາຫານແບບແກ້ມ, ປະເພດຕໍາ, ເຄັກ ແລະຂອງຫວານ… ສ່ວນເຄື່ອງດື່ມກໍມີຕັ້ງແຕ່ ກາເຟ, ນໍ້າຊາ, ນໍ້າຂີງ, ນໍ້າປັ່ນ, ນໍ້າໝາກໄມ້ສົດ, ເຫຼົ້າ, ວາຍ (Wine), ຄ໋ອກເທວ (Cocktails), ເບຍ… ຖືໄດ້ວ່າ ມາຮ້ານດຽວເກືອບໄດ້ກິນທຸກຢ່າງ ທີ່ຕ້ອງການ ແຖມລົດຊາດຍັງແຊບບໍ່ໃຫ້ຕິເດີ້. ການຕົບແຕ່ງແບບງ່າຍໆ ເປັນກັນເອງ style ຫ້ອງຮັບແຂກ.

ສາວໆຂວັນໃຈທ່ານໃດທີ່ກຳລັງຊອກຫາ ສະຖານທີ່ນັ່ງຫຼິ້ນໃຈກາງນະຄອນຫຼວງ ມຸມໜ້າຮັກໆ ເປັນສ່ວນຕົວເມນູຫຼາກຫຼາຍ ບໍລິການເປັນກັນເອງ ແລະຕອບໂຈດແທບທຸກ life style ຫຼືວ່າຢາກກິນອາຫານແຊບໆ ດ້ວຍບັນຍາກາດ Romantic ກໍລອງແວ່ມາທີ່ The City Coffee & Restaurant ຮັບຮອງວ່າບໍ່ຜິດຫວັງ.

ສະຖານທີ່ຕັ້ງຢູ່ບ້ານ ສີບຸນເຮືອງ (ຫຼັງສຳນັກງານນາຍົກ), ເມືອງຈັນທະບູລີ, ນະຄອນຫຼວງວຽງ. ເປີດບໍລິການທຸກໆມື້ ຈັນ-ອາທິດ ຕັ້ງແຕ່ເວລາ 7:30 – 22:00 ໂມງ. ສາມາດຕິດຕາມລາຍລະອຽດຕ່າງໆທາງ Facebook: The City Coffee & Restaurant ຫຼື ໂທ: 021 255366.


ຮ້ານອາຫານ ແສງ​ລາວ ຄາ​ເຟ ​

ຮ້ານອາຫານແສງລາວ ເປັນຮ້ານອາຫານໜຶ່ງທີ່ມີບັນຍາກາດດີ ສຸດແສນໂຣແມນຕິກ, ລົດຊາດອາຫານແຊບ​ ​ແລະ ມີ​ຈຸດ​ພິ​ເສດທີ່ແຕກຕ່າງຈາກຮ້ານອື່ນກໍຄື Concept ຫຼືຮູບແບບຂອງອາຫານປະເພດ “Fusion of Life” ຄືການປະສົມປະສານລະຫວ່າງອາຫານລາວທີ່ເປັນເອກະລັກ ແລະອາຫານນາໆຊາດ ທີ່ປະສົມປະສານກັນຢ່າງລົງຕົວ, ການເອົາເມນູມາດັດແປງ ເພື່ອໃຫ້ໄດ້ເມນູໃໝ່. ນອກຈາກ​ນີ້,ຍັງມີຄວາມໂດດເດັ່ນທັງ​ດ້ານການຕົບແຕ່ງຮ້ານແມ່ນຈະເນັ້ນໃຫ້ຄວາມຮູ້ສຶກເປັນບັນຍາກາດໂຮງໜັງໃນອາດີດ ຍຸກ 70 ໂດຍສະເພາະແມ່ນໃຊ້ອຸປະກອນໂຮງໜັງມາເປັນເປັນສ່ວນໜຶ່ງຂອງການຕົບແຕ່ງຮ້ານຄື: ຕັ່ງນັ່ງທີ່ເປັນເອກະລັກຂອງໂຮງສາຍຮູບເງົາ​ເກົ່າ, ໂປສເຕີ້, ເຄື່ອງສາຍໜັງ. ສ່ວນເມນູທຸກຈານຮັບຮອງວ່າສະອາດ  ເພາະຮ້ານແມ່ນໃສ່ໃຈດ້ານການປຸງແຕ່ງອາຫານເປັນທີ່ສຸດ ທີ່ສຳຄັນທຸກເມນູອາຫານທີ່ແສງລາວ ຄາເຟ ແມ່ນບໍ່ໃສ່ແປ້ງນົວ. ນອກນີ້, ສຳລັບ ໃຜທີ່ໃສ່ໃຈຮັກສາເສຸຂະພາບ ທາງຮ້ານເພິ່ນ ກໍມີເມນູ ທີ່ເປັນ Healthy  ຫຼາກຫຼາຍເມນູໄວ້ໃຫ້ທ່ານເລືອກຮັບປະທານໄດ້.

ສະຖານທີຕັ້ງຢູ່ ບ້ານນາໄຊ ຮ່ອມ 4 (ຮ່ອມຫ້​ອງການບ້ານ) ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ ​ເປີດ​ບໍລິການທຸກມື້ ວັນຈັນ-ວັນອາທິດ ເວລາ 10:00 ​ໂມງ ​ເຖິງ 22:00 ທ່ານ​ສາມາດ​ສອບ​ຖາມ​ຂໍ້​ມູນ​ເພີ່ມ​ຕື່ມ​ໄດ້​ທີ່ 030 5880588. ຫຼື ສາມາດເຂົ້າໄປເບິ່ງລາຍລະອຽດຂອງຮ້ານໄດ້ Facebook: Senglao Cafe


ຮ້ານອາຫານ ປິນໂຕ

ເປັນຮ້ານທີ່ບັນຍາດ ສຸດແສນເຕັມໄປດ້ວຍອາຍອຸ່ນແບບຄອບຄົວອີ່ຫລີ ຈາກອຸປະກອນຕົບແຕ່ງແນວຢ້ອນອາດີດ ບໍ່ວ່າຈະເປັນ ປິນໂຕເຫຼັກ, ພາຖາດເຫຼັກລາຍດອກ ຫ້ອຍຢູ່ເທິງຝາ ພ້ອມທັງລວດລາຍຮູບແຕ້ມ ວິຖີຊິວິດຂອງຄົນລາວສະ ໄໝກ່ອນ. ຮ້ານປິນໂຕ ມີລາຍການອາຫານໄວ້ໃຫ້ເພື່ອນໆເລືອກ ທັງອາຫານລາວ, ໄທ ແລະ ອື່ນໆ ທີ່ທຸກຄົນທົ່ວໄປສາມາດກິນໄດ້, ລາຄາບໍ່ແພງຈານໜຶ່ງເລີ່ມຕົ້ນພຽງ 15000-20,000 ກີບ. ເມນູທີ່ລູກຄ້າມັກສັ່ງ ແລະ ທາງຮ້ານເອງຂໍແນະນຳແມ່ນ ໝູທອດປິ່ນໂຕ, ເຝີ້ຂົ້ວໄກ່ຈານຮ້ອນ, ຜັດໄທ, ຜັດຂີ້ເມົາ, ແກງຂຽນຫວານໄກ່,  ງົວພິກໄທດໍາ, ສະປາເກັດຕີ້, ໝູປິ້ງຫົວສີໄຄ, ເຂົ້າລາບໄກ່… ເມນູອາຫານຂອງທາງຮ້ານຖືວ່າບໍ່ຫຼາຍ ແລະ ບໍ່ໜ້ອຍທີ່ຈະໃຫ້ເພື່ອນໆໄປທົດລອງຊິມອາຫານທຸກໆຈານແມ່ນເສີບແບບສົດໆຮ້ອນໆໃໝ່ໆ. ນອກນີ້, ທາງຮ້ານເພິ່ນຍັງເສີບຄູ່ກັບເຄື່ອງດື່ມເພື່ອສຸຂະພາບ ບໍ່ວ່າຈະເປັນນໍ້າ ດອກອັນຊັນ, ນໍ້າບວຍໂຊດາ, ນໍ້າເກັກຮວຍ. ສ່ວນຂອງຫວານ ແມ່ນນໍ້າຫວານ ໃສ່ກະທິ ຫອມຫວານມັນ. ຖ້າສາວໆຂວັນໃຈ ກຳລັງຊອກຫາຮ້ານອາາຫານ ທີ່ມີບັນຍາກາດອົບອຸ່ນ ແບບຄອບຄົວ ເຕັມໄປດ້ວຍກິ່ນອາຍແຫ່ງຄວາມຮັກ ແລະເມນູທີ່ພິຖີພິຖັນ. ຖືວ່າສິ່ງເຫຼົ່ານີ້ເປັນຈຸດເດັ່ນ ໃຫ້ຮ້ານນ້ອຍໆນີ້ແຫຼະ ສາມາດດຶງດູດຜູ້ຄົນໃນເຂດໃຈກາງເມືອງ ໃຫ້ແວ່ເຂົ້າໄປກິນຢ່າງບໍ່ຂາດສາຍ.

ຮ້ານຕັ້ງຢູ່ ສີຫອມ ຕໍ່ໜ້າຮ້ານແໜມເໜື່ອງບົວສະຫວັນ, ບ້ານອານຸ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ ເປີດຮ້ານແຕ່ວັນຈັນ-ວັນເສົາ ພາກເຊົ້າ 11:00-14:00 ໂມງ ພາກແລງ 17:00-21:00 ໂມງ. ສອບຖາມເພີ່ມຕື່ມອີກ ໄດ້ທີ່ເບີ 030 55 04 909 ຫຼື ສາມາດຕິດຕາມເມນູອາຫານ ແລະ ບັນຍາກາດຂອງຮ້ານໄດ້ທາງ Page Facebook:  Pintoh Restaurant


ຮ້ານອາຫານ ໂກດັງ (Go-Dunk Restaurant)

ບັນຍາກາດຂອງຮ້ານຈະອອກແນວ Loft Vintage ການຕົບແຕ່ງ Furniture ທຸກຢ່າງເປັນເຄື່ອງຂອງເກົ່າໆ ກໍຄື ຊື່ຂອງຮ້ານ “ໂກດັງ” ທີ່ເປັນສາງເກັບເຄື່ອງເກົ່າແກ່ຫັ້ນແຫຼະ ຕາມຝາຂອງຮ້ານ ຍັງໄດ້ເນັ້ນຮູບແຕ້ມແບບເທ້ໆ Art Art ໃນຫຼາຍໆຈຸດອີກ ເຮັດໃຫ້ບັນຍາກາດຂອງຮ້ານຊ່າງແຕກຕ່າງ ບໍ່ຄືໃຜເລີຍ ໃນນະຄອນຫຼວງວຽງຈັນນີ້. ພາຍໃນຮ້ານປະກອບໄປດ້ວຍ Zone ນັ່ງຫຼິ້ນສະບາຍໆ ທັງ Indoor ແລະ Outdoor ຈັດໃຫ້ສາວໆທີ່ມັກຟັງເພງແບບເບົາໆ ກັບບັນຍາກາດສຸດ Romantic ຫຼື ຫາກມັກແນວຄຶກຄື້ນ ແບບເພງສາກົນ ເພິ່ນກໍຍັງມີ Pub Zone ທີ່ມາພ້ອມວົງດົນຕີເສບສົດໆ ມ່ວນໆ ກັບນັກຮ້ອງທີ່ Import ມາຈາກ ປະເທດຟິລິປິນ ທຸກໆແລງ ເລີ່ມບັນເລງເວລາ 19:00 ໂມງເປັນຕົ້ນໄປ. ສ່ວນອາຫານແມ່ນແບບ Fusion ທີ່ປະສົມປະສານອາຫານຈາກຕາເວັນຕົກ ແຕ່ຣົດຊາດຈະເຂັ້ມຂຸ້ນ ຖືກປາກຄົນບ້ານເຮົາສຸດໆ. ສຳລັບເມນູແນະນຳ ແລະ ຮັບຮອງວ່າຣົດຊາດ ໜ້າຕາບໍ່ບ້ານໆຢ່າງແນ່ນອນ ເຖິງວ່າຊື່ຈະຄືບ້ານໆແດ່ກໍຕາມ ເຊັ່ນ: ທອດເຫັດ, Pizza ໂກດັງ, ສະປາເກັດຕີ້ Seafood, ຊີ້ນ Australian Wagyu ແລະ ປາອົບເກືອ ສ່ວນເຄື່ອງດື່ມທີ່ຫ້າມພາດແມ່ນ: ໂກດັງ Iced-tea, ໂກດັງ Smoothies ແລະ ຍັງມີເບຍ, ວາຍ (wine) ແລະ ເຫຼົ້າ ຫຼາກຫຼາຍຮູບແບບ ຈາກທົ່ວໂລກ ໄວ້ຄອຍບໍລິການສາວໆຢູ່ແລ້ວ .. ຈັດແລງນີ້ເລີຍດີເບາະ? ກໍຂໍຝາກຮ້ານ ໂກດັງ ໄວ້ເປັນອີກ 1 ທາງເລືອກທີ່ດີຂອງລູກຄ້າ ຖ້າຄິດເຖິງຄວາມການບໍລິການເປັນເລີດ, ອາຫານ Style ຕາເວັນຕົກ, ບັນຍາກາດສຸດ Vintage ເພງ Style ສາກົນທີ່ເປັນນັກຮ້ອງມືອາຊີບຈາກຕ່າງປະເທດ ໃຫ້ເພື່ອນໆຄິດຫາຮ້ານ ໂກດັງ ໄວ້ກ່ອນເລີຍ.

ສະຖານທີ່ຕັ້ງ ຕະຫຼາດວັງທອງ 450 ປີ ໃຫ້ບໍລິການຕັ້ງແຕ່ 10:00 – 23:30 ໂມງ   ໂທ: 020 7780 0747, 020 5567 6550, 020 5535 7714 ຫຼື ສາມາດຮັບຮູ້ ໂປຣໂມຊັນ ແລະ ລາຍລະອຽດຕ່າງໆໄດ້ທີ່ WWW.Facebook.com/ GoDunkLao/.

ໂດຍ:  Kuanjai foodie 

ແບ່ງປັນ