Breaking News

60 ບໍລິສັດ ຕຣີເພັດ ອີຊູຊຸ ເຊວ໌ ຈໍາກັດ

ແບ່ງປັນ

ໃນວັນທີ 23 ມີນາ 2017 ຄະນະສື່ມວນຊົນຈໍານວນ 28 ຄົນຈາກ ສປປ ລາວໄດ້ເດີນໄປຢ້ຽມຢາມ ສໍານັກງານໃຫຍ່ ຂອງບໍລິສັດ ຕຣີເພັດ ອີຊູຊຸ ເຊວ໌ ຈໍາກັດ ທີ່ກຸງເທບ ປະເທດໄທ ໂດຍການໃຫ້ກຽດຕ້ອນຮັບໂດຍທ່ານ ໂທຊິອາກິ ມາເອຄາວະ ປະທານ ບໍລິສັດ ຕຣີເພັດ ອີຊູຊຸ ເຊວ໌ ຈໍາກັດ, ທ່ານ ນາງ ປະນັດດາ ເຈນນະວາສິນ ກໍາມະການຮອງຜູ້ຈັດການ ບໍລິສັດ ຕຣີເພັດ ອີຊູຊຸ ເຊວ໌ ຈໍາກັດ.

ບໍລິສັດ ຕຣີເພັດ ອີຊູຊຸ ເຊວ໌ ຈໍາກັດ ເປັນບໍລິສັດຮ່ວມມືການຄ້າຄົບວົງຈອນ ລະຫວ່າງ ບໍລິສັດ ມິດຊູບິຊິ ຄໍປໍເຣຊັນ ແລະ ບໍລິສັດ ອີຊູຊຸ ມໍເຕີ ( ປະເທດຍີ່ປຸ່ນ ) ທີ່ໄດ້ປະສົບຄວາມສໍາເລັດສູງສຸດ ດ້ານທຸລະກິດລົດໃຫຍ່ທຸກລຸ້ນ ໃນປະເທດໄປ ແລະ ໃນປີ 2002 ມີຍອດຂາຍເຖິງ 10 ພັນຄັນ, ປີ 2011 ມີຍອດຂາຍ 15 ພັນຄັນ, ໃນປີ 2013 ມີຍອດຂາຍສູງສຸດເຖິງ 20 ພັນຄັນ. ຕະຫຼອດໄລຍະເວລາ 60 ປີທີ່ຜ່ານ ຈຶ່ງເຮັດໃຫ້ບໍລິສັດ ອີຊູຊຸ ມໍເຕີ ( ປະເທດຍີ່ປຸ່ນ ) ຈຶ່ງໄດ້ຮັບຄວາມໄວ້ວາງໃຈມອບໃຫ້ ບໍລິສັດ ຕຣີເພັດ ອີຊູຊຸ ເຊວ໌ ໄດ້ສິດໃນການສ້າງຕະຫຼາດສໍາລັບລົດ ກະບະ “ ອີຊູຊຸ ດີແມັກ ” ແລະ ລົດອະເນກປະສົງ “ ອີຊູຊຸມິວ-ເອັກ ” ໃນຕະຫຼາດສໍາຄັນເຊັ່ນ: ປະເທດລາວ ແລະ ກໍາປູເຈຍ ເຊິ່ງຖືວ່າເປັນບາດກ້າວທໍາອິດຂອງ ຕຣີເພັດ ອີຊູຊຸ ເຊວ໌ ແລະ ຍີ່ຫໍ້ອີຊູຊຸ ໃນຕະຫຼາດອາຊຽນ.

ໂດຍທ່ານ ໂທຊິອາກິ ມາເອຄາວະ ປະທານບໍລິສັດ ຕຣີເພັດ ອີຊູຊຸ ເຊວ໌ ຈໍາກັດ ໄດ້ໃຫ້ສໍາພາດວ່າ: ບໍລິສັດ ໄດ້ມີນະໂຍບາຍທີ່ຈະສ້າງ “ ຄວາມເປັນເລີດ ” ໃຫ້ລົດຍີ່ຫໍ້ ອີຊູຊຸ ໃນ ສປປ ລາວ ໂດຍຍຶດໝັ້ນຫຼັກການຕາມປັດສະຍາ ໃນການດໍາເນີນທຸລະກິດ ຕະຫຼອດ 6 ທົດສະຕະວັດທີ່ຜ່ານມາ ຄື: “ ວິຖີອີຊູຊຸ – ຜູ້ໃຊ້ສຸກໃຈ ເພີ່ມພູນລາຍໄດ້ ຊ່ວຍໃຫ້ສັງຄົມພັດທະນາ ”. ນອກຈາກນະໂຍບາຍການສ້າງຄວາມເຂັ້ມແຂງໃຫ້ກັບຍີ່ຫໍ້ “ ອີຊູຊຸ ” ແລ້ວ, ຕຣີເພັດ ອີຊູຊຸ ເຊວ໌ ຍັງໄດ້ມີການນໍາສະເໜີລົດລຸ້ນໃໝ່ຄື: ອີຊູຊຸ ດີແມັກບລູພາວເວີ ແລະ ອີຊູຊຸ ມິວ-ເອັກ ບລູພາວເວີ ໃຫ້ກັບຊາວລາວເຮົາ ໃນວັນທີ 24 ມິຖຸນາ 2016 ທີ່ຜ່ານມາ ເຊິ່ງທາງບໍລິສັດໄດ້ຕັ້ງເປົ້າໝາຍຍອດຂາຍໄວ້ປີລະ 10 ພັນຄັນ.

ແບ່ງປັນ