Breaking News

5 ວິທີຫຼຸດດ່ວນ ສໍາລັບຄົນຕຸ້ຍລົງພຸງ

ແບ່ງປັນ

5 ວິທີຫຼຸດດ່ວນ ສໍາລັບຄົນຕຸ້ຍລົງພຸງ

ມື້ນີ້ ວາລະສານຂັວນໃຈ ຈະມາແນະນໍາໃຫ້ຮູ້ກ່ຽວກັບ ພະຍາດຕຸ້ຍລົງພຸງ ຫຼື Metabolic syndrome ເປັນພາວະທີ່ຕຸ້ຍສະເພາະສ່ວນແອວ ແລະ ເຮັດໃຫ້ເກີດຜົນເສຍຕໍ່ຮ່າງກາຍຫຼາຍດັ່ງນີ້:

  • ຜົນຈາກການວິນິດໄສ:

ເພາະການວິນິດໄສພາວະຕຸ້ຍລົງພຸງຕາມເກນຂອງ Adult treatment Panel III ແລະ ດັດແປງມາໃຊ້ກັບຄົນອາຊີ ຜູ້ທີ່ເຈັບປ່ວຍຈະຕ້ອງມີລັກສະນະ 3 ໃນ 5 ຂໍ້ດັ່ງຕໍ່ໄປນີ້:

  1. ຈະຕ້ອງຕຸ້ຍຊະນິດລົງພຸງ ຄືມີເສັ້ນຮອບແອວຫຼາຍກວ່າ 90 cm ແລ 80 cm ໃນເພດຊາຍ ແລະ ເພດຍິງຕາມລໍາດັບ.
  2. ມີຄວາມດັນເລືອດຫຼາຍກວ່າ 130/85 ມິນລີແມັດບາລອດ(mmHg) ຫຼື ໄດ້ຮັບຢາປິ່ນປົວຄວາມດັນເລືອດ.
  3. ມີລະດັບ triglycerides ຫຼາຍກວ່າ 150 ມິນລີກຼາມ / ເດຊີລິດ(deciliter) ຫຼື ເປັນຜູ້ທີ່ມີໄຂມັນສູງ ແລະ ໄດ້ຮັບຢາຫຼຸດໄຂມັນ.
  4. ມີລະດັບໄຂຊະນິດດີໜ້ອຍກວ່າ 40 ແລະ 50 ມິນລີກຼາມ / ເດຊີລິດ(deciliter) ສໍາລັບເພດຊາຍ ແລະ ເພດຍິງ ຫຼື ຜູ້ທີ່ເປັນໄຂມັນສູງ ແລະ ໄດ້ຮັບຢາຫຼຸດໄຂມັນ.
  5. ມີລະດັບນໍ້າຕານສູງກວ່າ 100 ມິນລີກຼາມ / ເດຊີລິດ(deciliter) ຫຼື ເປັນຜູ້ທີ່ໄດ້ຮັບການວິນິດໄສວ່າເປັນເບົາຫວານຊະນິດທີ່ 2.

ຜູ້ທີ່ມີປັດໄຈສ່ຽງ 3 ຂໍ້ເຊິ່ງສາມາດເວົ້າໄດ້ວ່າທ່ານອາດເປັນພາວະຕຸ້ຍລົງພຸງ ມີອັດຕາສ່ຽງທີ່ຈະເກີດພະຍາດຫົວໃຈເພິ່ມຂຶ້ນ 2 ເທົ່າ, ສ່ວນຜູ້ທີ່ມີປັດໄຈສ່ຽງ 4 ຂໍ້ຈະມີອັດຕາສ່ຽງຕໍ່ການເກີດພະຍາດຫົວໃຈ ແລະ ຫຼອດເລືອດສະໝອງເພິ່ມຂຶ້ນ 3 ເທົ່າ ລວມເຖິງສ່ຽງທີ່ຈະເກີດພະຍາດເບົາຫວານເພິ່ມຂຶ້ນ 24 ເທົ່າ.

  • ພາວະຕຸ້ຍລົງພຸງກໍ່ໃຫ້ເກີດຜົນເສຍຕໍ່ສຸຂະພາບຫຼານປະການໂດຍຂຶ້ນກັບອົງປະກອບຂອງພະຍາດໄດ້ແກ່:
  • ເຮັດໃຫ້ຫຼອດເລຶອດແດງທີ່ໄປລ້ຽງຫົວໃຈຕີບຕັນຈຶ່ງເກີດພະຍາດຫົວໃຈໄດ້ງ່າຍ.
  • ໝາກໄຂ່ຫຼັງຈະສາມາດຖ່າຍເທເກືອອອກໄດ້ໜ້ອຍລົງ ເຮັດໃຫ້ເກີດຄວາມດັນໃນເລືອດສູງ.
  • ໄຂມັນ triglycerides ທີ່ສູງເປັນປັດໄຈສ່ຽງຂອງການເກີດພະຍາດຫຼອດເລືອດຕີບ ເພາະເລືອດຈະແຂງຕົວໄດ້ງ່າຍເຮັດໃຫ້ເລືອດທີ່ໄປຫຼໍ່ລ້ຽງສະໝອງ ຫຼື ຫົວໃຈ ເຮັດໃຫ້ເປັນພະຍາດເບົາຫວານໄດ້ງ່າຍ.

KuanjaI FaceB-01

ແບ່ງປັນ