Breaking News

ບໍາລຸງຈາກພາຍໃນດ້ວຍອາຫານ

ແບ່ງປັນ

ບໍາລຸງຈາກພາຍໃນດ້ວຍອາຫານເພື່ອຜິວພັນງາມ, ຂາວໃສ

ນອກຈາກເລືອກໃຊ້ຜະລິດຕະພັນບໍາລຸງຜິວພັນແລ້ວ ການບໍາລຸງຈາກພາຍໃນກໍສົ່ງຜົນຕໍ່ການມີຜິວພັນ, ສຸຂະພາບດີໄດ້ ດ້ວຍອາຫານເພື່ອສຸຂະພາບ ຍິ່ງບໍາລຸງເທົ່າໃດກໍຈະສະທ້ອນອອກມາໃຫ້ເຫັນພາຍນອກ ແລະ ມື້ນີ້ ວາລະສານຂັວນໃຈ ກໍໄດ້ນໍາມາຝາກດັ່ງນີ້:

  1. ປາ: ເປັນແຫຼ່ງໂປຣຕີນຊັ້ນດີ ຊ່ວຍໃຫ້ຮ່າງກາຍທ່ານສ້າງຄໍລາເຈນ ແລະ ເສັ້ນໃຍ Elastin ໄດ້ເປັນຢ່າງດີ ນອກຈາກນີ້ປາຍັງມີກົດໄຂມັນໂອເມກ້າ 3 ທີ່ຊ່ວຍຫຼຸດການອັກເສບຂອງຜິວພັນ.
  2. Carbohydrate ຊະນິດດີ: ພະຍາຍາມຫຼີກອາຫານປະເພດແປ້ງຂັດສີ ແລະ ນໍ້າຕານເທົ່າທີ່ຈະເຮັດໄດ້ ແລະ ປ່ຽນມາກິນທາດອແປ້ງຊະນິດດີແທນໄດ້ແກ່: ຜັກ, ໝາກໄມ້, ຖົ້ວ ແລະ ພຶດທັງຫຼາຍ.
  3. ຜັກ ແລະ ໝາກໄມ້: ສ່ວນຫຼາຍເຕັມໄປດ້ວຍວິຕາມີC, ທີ່ຮ່າງກາຍຕ້ອງການນໍາໄປໃຊ້ຜະລິດຄໍລາເຈນ, ສານ ແຄໂລທີນ ນອຍ(Carotene carotenoids) ແລະ ວິຕາມິນC ຍັງເຮັດໜ້າທີ່ເປັນສານແອນຕີ້ອອກຊີແດນ(Anti-oxidant) ຊ່ວຍຕ້ານການເກີດອະນຸມູນອິດສະລະອີກດ້ວຍ.
  4. ຖົ່ວຕ່າງໆ ແລະ ພຶດ: ຖົ່ວປະເພດ Almond ແລະ Walnut ລວມເຖິງພຶດຕ່າງລ້ວນແຕ່ມີໂອເມກ້າ 3 ໃຫ້ແກ່ຮ່າງກາຍ ນອກຈາກນີ້ຖົ່ວປະເພດຖົ່ວດິນ, ໝາກມ່ວງຫິມະພານ ກໍມີໄຂມັນປະເພດດີຕໍ່ສຸຂະພາບ ແລະ ສານ ແອນຕີ້ອອກຊີແດນ(Anti-oxidant) ລວມຢູ່ນໍາ.
  5. ນໍ້າ ແລະ ຂອງແຫຼວອື່ນໆ: ເພື່ອທີ່ຈະໃຫ້ສານອາຫານເຄື່ອນເຂົ້າໄປໃນຮ່າງກາຍ ແລະ ຂອງເສຍຖືກຂັບຖ່າຍອອກມາຈາກຮ່າງກາຍ ຈຸລັງຜິວພັນຂອງທ່ານລວມເຖິງຈຸລັງທຸກໆຈຸລັງໃນຮ່າງກາຍຕ້ອງການນໍ້າ.
ແບ່ງປັນ