Breaking News

ວິທີເລືອກຊື້ອາຫານເສີມຜິວພັນຂາວ ເບື້ອງຕົ້ນ

ແບ່ງປັນ

ວິທີເລືອກຊື້ອາຫານເສີມຜິວພັນຂາວ ເບື້ອງຕົ້ນ

  1. ໃຊ້ສານສະກັດຈາກທໍາມະຊາດ ທີ່ມີການວິໄຈທາງການແພດຍອມຮັບ.

ຈະມີພຽງແຕ່ສານສະກັດຈາກທໍາມະຊາດກໍຄົງຈະບໍ່ພຽງພໍ ແຕ່ຕ້ອງໄດ້ຮັບການຢືນຢັນ ຈາກງານວິໄຈພົບວ່າປອດໄພ ແລະ ມີຜົນໃນການເຮັດໃຫ້ຜິວພັນຂາວໃສຂຶ້ນໄດ້ແທ້ເຊັ່ນ: ສານສະກັດຈາກເປືອກຕົ້ນສົນທີ່ມີສານສະກັດ Antioxidant ສູງກວ່າວິຕາມິນC 20 ເທົ່າ ແລະ ວິຕາມິນE 50 ເທົ່າ ແລະ ຍັງຊ່ວຍຫຼຸດການສ້າງເມັດສີຜິວພັນ, ເສີມສ້າງ Collagen ແລະ ຊ່ວຍລ້າງຫລອດເລືອດເພື່ອໃຫ້ສານອາຫານເຂົ້າໄປສູ່ຈຸລັງຜິວພັນໄດ້ຢ່າງເຕັມທີ່ ລວມໄປເຖິງກົດອະມີໂນໃນກຸ່ມ L-Cysteine ເຊິ່ງເປັນສານດຽວກັບທີ່ຮ່າງກາຍສາມາດຜະລິດເອງໄດ້ ແລະ ເປັນສານຕັ້ງຕົ້ນໃນການຜະລິດ Glutathione ພາຍໃນຮ່າງກາຍຂອງເຮົາ ລວມໄປເຖິງສານສະກັດຈາກ Acerola cherry ແລະ Co-Q10 ທີ່ຊ່ວຍຕ້ານອະນຸມູນອິດສະລະ ແລະ ໃຫ້ພະລັງງານກັບຈຸລັງຜິວພັນໃນການແບ່ງຕົວ ແລະ ສ້າງຈຸລັງຜິວພັນໃໝ່ອີກດ້ວຍ.

  1. ຢ່າຫລົງເຊື່ອອາຫານເສີມອັນທີ່ບອກວ່າເຮັດໃຫ້ຂາວຂຶ້ນໄດ້ຢ່າງຖາວອນ.

ອາຫານເສີມຊ່ວຍໃຫ້ຜິວພັນຂາວນັ້ນມີໜ້າທີ່ປັບສົມດູນໃຫ້ຮ່າງກາຍມີສົມດູນໃໝ່ທີ່ດີ ການປັບປ່ຽນໃຫ້ເຮົາມີຜິວພັນທີ່ດີຂຶ້ນ, ຂາວກະຈ່າງໃສນັ້ນ ກໍຕ້ອງກິນຢ່າງຕໍ່ເນື່ອງເພື່ອໃຫ້ສົມດູນໃໝ່ນີ້ຍັງຄົງຢູ່ເໝືອນກັບ Skin Care ທີ່ເຮົາຍັງຕ້ອງທາ Day Cream ແລະ  Night Cream ຢູ່ຢ່າງສະໝໍ່າສະເໝີເພື່ອໃຫ້ມັນບໍາລຸງຕະຫຼອດເວລາ ຖ້າຫາກອາຫານເສີມອັນໃດບອກວ່າເຮັດໃຫ້ຂາວໄດ້ຖາວອນກໍຄືຈະຕວະຢ່າງແນ່ນອນ.

ແບ່ງປັນ