Breaking News

ໜັງເດັດ ທ້າຍເດືອນ 07/2016

ແບ່ງປັນ

ສະບາຍດີ

ພົບກັນຮອບດຶກອີກແລ້ວ ເພື່ອນໆແຟນໆ ວາລະສານຂວັນໃຈ

ອາທິດນີ້ນີ້ ແອດມິນມີໜັງໃໝ່ມານຳສະເໜີແກ່ແຟນເພສ.. ຈະແມ່ນເລື່ອງໃດນັ້ນ ໄປເບິ່ງກັນເລີຍ !!

 

ເລື່ອງທຳອິດ: The BFG – ໜັງ Fantasy Adventure ຂອງຄ້າຍໜັງ Walt Disney Pictures ຈາກບົດປະພັນຂອງ Roald Dahl (ຜູ້ປະພັນເລື່ອງ Charlie and the Chocolate factory) ແຖມຍັງໄດ້ຜູ້ກຳກັບຝີມືດີແບບ Steven Spielberg ມາກຳກັບອີກ .. ເລື່ອງລາວຈະເປັນແນວໃດ ລອງຕິດຕາມເບິ່ງ ເພາະວ່າເຂົ້າໂຮງແລ້ວ 😀

BFG-2

The BFG – ທີ່ຫຍໍ້ມາຈາກ The Big Friendly Giant.. ເລື່ອງລາວມິດຕະພາບທີ່ເກີດຂຶ້ນ ໂດຍຖືກຖ່າຍທອດຜ່ານຕົວລະຄອນທີ່ຊື່ Sophie ເດັກນ້ອຍກຳພ້າ ອາຍຸ 10 ປີ, ຜູ້ທີ່ເຊື່ອເລື່ອງຊົ່ວໂມງຫັນສາ ທີ່ຈະມີສິ່ງມີຊີວິດໃນເທບນິຍາຍປະກົດຕົວອອກມາ.. ຍ້ອນເຫດນີ້ ສາວນ້ອຍ Sophie ຈຶ່ງໄດ້ຕື່ນກາງດຶກ ຈົນຖືກຍັກເຖົ້າໃຈດີຈັບໄປເມືອງຍັກ ແລະ ການປະກົດໂຕທີ່ບໍ່ສົມຄວນຂອງ Sophie ໃນເຫດການນີ້ ມັນເຮັດໃຫ້ຍັກໃຫຍ່ໃຈດຳໂຕອື່ນໆ ຢາກເຂົ້າໃກ້ຕົວເມືອງ ແລະ ຜູ້ຄົນຫຼາຍຂຶ້ນ.. ຈຶ່ງເປັນໜ້າທີ່ຂອງທັງ 2 ທີ່ຕ້ອງໄປບອກໃຫ້ພະລາຊີນີຮັບຮູ້ ກ່ອນທີ່ທຸກຢ່າງຈະຊ້າເກີນແກ້…..

 

ເລື່ອງທີ່ 2: The Shallows – ກັບມາອີກເທື່ອໜຶ່ງກັບໜັງ ປາສະຫຼາມ ກັບມາພ້ອມຄວາມໂຫດ, ເລືອດສາດ (ເວົ້າມາລະເປັນຕາຍຢ້ານ..) ເລື່ອງນີ້ເປັນໜັງ Drama Thriller ທີ່ Sony Pictures ນຳມາສ້າງເພື່ອສົ່ງຄວາມໂຫດ ຄວາມເປັນຕາຢ້ານຂອງປາສະຫຼາມສູ່ໜ້າຈໍ ໂດຍໄດ້ Jaume Collet-Serra ເຈົ້າພໍ່ຜູ້ກໍາກັບໜັງລະທຶກຂວັນມາກຳກັບໃຫ້ ແລະ ຖ່າຍທອດຄວາມເປັນຕາຢ້ານຈາກປະສົບການໜີຕາຍຈາກປານັກລ່າຂະໜາດໃຫຍ່ທີ່ສຸດໃນແຖບແຄມຝັ່ງ.. ເຮົາໄປຫາຄຳຕອບນຳກັນໃນໂຮງໄດ້ເລີຍ..

shallowsgermanposter

The Shallows – ເລື່ອງນີ້ບອກເລົ່າເຖິງນັກຫຼິ້ນກະດານໂຕ້ຄື້ນສາວ Nancy ທີ່ອອກມາໂຕ້ຄື້ນຫຼິ້ນກັບໝູ່ໆເທິງເກາະໃນມື້ທີ່ທ້ອງັ້າແຈ່ມໃສ ແລະ ທະເລກໍເປັນໃຈ.. ແຕ່ແລ້ວກໍເກີດເຫດການບໍ່ຄາດຝັນ ເມື່ອ Nancy ແລະ ໝູ່ເພື່ອນຖືກນັກລ່ານ້ຳເລິກແບບປາສະຫຼາມຂາວ ສາຍພັນດຸຮ້າຍທີ່ສຸດໃນນ່ານນ້ຳຈູ່ໂຈມ !!! Nancy ຄືຄົນດຽວທີ່ສາມາດເອົາໂຕລອດຈາກການໄລ່ລ່າ ແລະ ສາມາດຫອບຮ່າງກາຍໂຕເອງຂຶ້ນມາພັກຢູ່ເທິງໂງ່ນຫີນນ້ອຍໆໄດ້.. ທາງລອດມີພຽງທາງດຽວ ກໍຄືຕ້ອງຂ້າມໄປແຄມຝັ່ງທີ່ຢູ່ຫ່າງພຽງແຕ່ 200 ແມັດ.. Nancy ຈະເຮັດຈັ່ງໃດເມື່ອລະດັບນ້ຳທະເລກໍເລີ່ມສູງຂຶ້ນ, ແຄມຝັ່ງກໍບໍ່ມີໃຜເລີຍ ແຖມປາສະຫຼາມນັກລ່າກໍຍັງຄົງລອຍນ້ຳວົນວຽນອ້ອມໆໂຕຢູ່ແບບນີ້… ຕິດຕາມຄວາມລະທຶກນີ້ໄດ້ໃນໂຮງໜັງ ມາເອົາໃຈຊ່ວຍນຳກັນວ່າ Nancy ຈະຜ່ານໄປໄດ້ແນວໃດ !!!…

 

ແບ່ງປັນ