Breaking News

ຄວາມງົດງາມຂອງປ່າໄມ້ໃຜ່ທີ່ຫຼາຍຄົນບໍ່ເຄີຍເຫັນມາກ່ອນ

ແບ່ງປັນ

ໃຜທີ່ມັກໃນການທ່ອງທ່ຽວທຳມະຊາດ ຮັກໃນຄວາມຂຽວງາມ ພວກເຮົາຈະຂໍແນະນຳ ປ່າໄມ້ໄຜ່ “ຊາກາໂນະ” ຂອງປະເທດຍີ່ປຸ່ນທີ່ຕັ້ງຢູ່ເມືອງ ກຽວໂຕ ໃນເຂດ “ອາຣາຊິມາຍະ” ຂອງປະເທດຍີ່ປຸ່ນ.


ປ່າໄມ້ໄຜ່ “ຊາກາໂນະ” ນີ້ແມ່ນປ່າໄຜ່ທີ່ໃຫຍ່ທີ່ສຸດໃນເມືອງ ກຽວໂຕ ທັງມີທິວທັດທີ່ສວຍງາມ ແລະ ດ້ວຍຄວາມແປກຕາຂອງປ່າໄຜ່ “ຊາກາໂນະ” ເຮັດໃຫ້ມີນັກທ່ອງທ່ຽວມາຢ້ຽມຢາມທີ່ນີ້ຢ່າງບໍ່ຂາດໄລຍະ. ທ່ານສາມາດຍ່າງຊົມປ່າໄມ້ໄຜ່ຕາມທາງຍ່າງທີ່ໄດ້ຈັດໄວ້ໃຫ້ເປັນໄລຍະທາງ 500 ແມັດ ຕະຫຼອດສອງຂ້າງທາງຍ່າງ ປະກອບໄປດ້ວຍຕົ້ນໄມ້ໄຜ່ສູງທີ່ມີລຳຊື່ ແລະ ໃນລະຫວ່າງທາງນັກທ່ອງທ່ຽວຈະໄດ້ເພີດເພີນໄປກັບສຽງລຳໄມ້ໄຜ່ສຽດສີກັນຍາມລົມພັດ ຖືວ່າເປັນສຽງທຳມະຊາດທີ່ແສນຈະມ່ວນສຸດທີ່ຈະບັນລະຍາຍໄດ້ເລີຍ ນັບວ່າເປັນສະຖານທີ່ທ່ອງທ່ຽວອີກແຫ່ງໜຶ່ງ ທີ່ເຮັດໃຫ້ຊາວຕ່າງຊາດ ຫຼົງໄຫຼໃນມົນສະເໜ ຂອງໂລກຕາເວັນອອກ.


ນອກຈາກນີ້ທົ່ວໂລກຕ່າງກໍຮູ້ກັນວ່າ: ຄົນຍີ່ປຸ່ນມີຄວາມຜູກພັນຍາວນາກກັບໄມ້ໄຜ່ ງານເທສະການ “ທະນະບາຕະ” ແລະ ລວມເຖິງການໃຊ້ສອຍປະໂຫຍດຈາກໄມ້ໄຜ່ໃນດ້ານຕ່າງໆອີກຫຼາຍຢ່າງ ເຮັດໃຫ້ທາງລັດຖະບານຍີ່ປຸ່ນຈັດປ່າໄມ້ໄຜ່ “ຊາກາໂນະ” ເປັນໜຶ່ງໃນສະຖານທີ່ທ່ອງທ່ຽວ ທີ່ຕ້ອງມາໃຫ້ໄດ້ຈັກຄັ້ງໜຶ່ງໃນຍີ່ປຸ່ນອີກດ້ວຍ.
ສໍາລັບການເດີນທາງໄປປ່າໄຜ່ “ຊາກາໂນະ” ນັ້ນສະດວກສະບາຍຫຼາຍ ພຽງແຕ່ມຸ່ງໜ້າອອກໄປທີ່ຊານເມືອງກຽວໂຕໃນເຂດອາຣາຊິຍາມະ ( Arashiyama ) ກໍຈະໄດ້ພົບກັບປ່າໄຜ່ສີຂຽວງາມອັນກວ້າງໃຫຍ່ໄພສານເຊິ່ງໃນທຸກໆມື້ຈະມີນັກທ່ອງທ່ຽວເດີນທາງມາຢ້ຽມຢາມຢ່າງບໍ່ຂາດ, ຖ້າທ່ານຍັງບໍ່ມີແຜນໄປທ່ຽວໃສ? ລອງຂຶ້ນແຜນໄປທ່ຽວປະເທດຍີ່ປຸ່ນຮັບຮອງວ່າບໍ່ຜິດຫວັງແນ່ນອນ.

ເຄຼດິດຮູບພາບ: google.com

ແບ່ງປັນ