Breaking News

ປະທານສະພາແຫ່ງຊາດລາວ ໄດ້ຮັບຫຼຽນໄຊມິດຕະພາບ

ແບ່ງປັນ

ໃນ​ວັນ​ທີ 3 ​ເມສາ 2017 ນີ້ ​ທີ່​ສະຖານທູດ​ ສະຫະພັນລັດ​ເຊຍ ປະ​ຈໍາ​ລາວ.  ຜູ້ຕາງ​ໜ້າລັດຖະບານ ສະຫະພັນລັດ​ເຊ​ຍ​ ທ່ານ ມີ​ຄາ​ອິນ ບາ​ຣານ​ນອ​ບ (Mikhail BARANOV) ​ເອກ​ອັກຄະ​ລັ​ດຖະທູດ​ວິສາມັນ​ ຜູ້​ມີ​ອໍານາດ​ເຕັມ​ແຫ່ງ ສະຫະພັນລັດ​ເຊຍ ປະ​ຈໍາ ສປປ ລາວ ​ໄດ້ປະດັບ​ຫຼູຽນ​ໄຊ​ມິດຕະພາບໃຫ້ ​ທ່ານ ນາງ​ ປານີ ຢາ​ທໍ່​ຕູ້ ປະທານ​ສະພາ​ແຫ່ງ​ຊາດ ແຫ່ງ ສປປ ລາວ. ​ເພື່ອເປັນ​ການປະກອບສ່ວນທີ່ສຳຄັນ​ເຂົ້າ​ ໃນ​ການພັດທະນາ​ເສີມ​ສ້າງ ສາ​ຍພົວພັນ​ມິດຕະພາບ ແລະ ການ​ຮ່ວມ​ມື ທີ່​ເປັນ​ມູນ​ເຊື້ອ​ ຂອງ​ປະຊາຊົນສອງ​ປະ​ເທດ ກໍ​ຄື ສອງ​ສະພາ​ແຫ່ງ​ຊາດ ລາວ-ລັດ​ເຊຍ ​ໃຫ້​ມີ​ບາດກ້າວ​ສູງ​ຍິ່ງໆ​ຂຶ້ນ.

ແຫຼງທີມາ: ຂປລ. ຂ່າວ: ຂັນ​ໄຊ, ພາບ: ສະຫວາດ

ແບ່ງປັນ