Breaking News

ເມື່ອເກີດເລື່ອງລາວດຣາມ່າ ຫຼ້າສຸດ ຜູ້ເຂົ້າຮອບນາງສັງຂານ ໝາຍເລກ 4 ກໍຮູ້ສຶກຜິດ ແລະ ໄດ້ອອກມາເວົ້າແບບນີ້!!

ແບ່ງປັນ

ຫຼັງຈາກເກີດເລື່ອງລາວທີ່ເຮັດໃຫ້ຊາວເນັດສ່ວນຫຼາຍບໍ່ພໍໃຈ ແລະ ເກີດດຣາມ່າຂື້ນ ໃນການປະກວດ ນາງສັງຂານ ຫຼວງພະບາງ ປີ 2017 ທີ່ວ່າມີ ໜຶ່ງໃນຜູ້ເຂົ້າຮອບ ນາງສັງຂານຫຼວງພະບາງ ນັ້ນກໍຄືໝາຍເລກ 4 ທີ່ໄດ້ນໍາເອົາເລີງເຄີ່ງ ຫຼືມຸງກຸດອັນສັກສິດ ມາໃສ່ເພື່ອຖ່າຍຮູບ Up ລົງໃນ Social ນັ້ນ ຫຼ້າສຸດນາງກໍຮູ້ສຶກຜິດ ແລະ ໄດ້ອອກມາຂໍໂທດ ກັບການກະທໍາທີ່ຮູ້ເທົ່າບໍ່ເຖິງການ ດ້ວຍຄວາມທີ່ຍັງເປັນເດັກນ້ອຍຢູ່ ແລະ ກໍຫວັງວ່າທຸກຄົນຈະໃຫ້ອະໄພໃນຄວາມໄຮ້ດຽງສາຂອງນາງ. ແອດກໍຫວັງໃຫ້ເປັນແບບນັ້ນເຊັ່ນດຽວກັນ. ຈັ່ງໃດກໍຢ່າລືມເປັນກໍາລັງໃຈໃຫ້ກັບຜູ້ເຂົ້າຮອບທັງ 30 ຄົນນໍາເດີ້ສາວໆແຟນຂວັນໃຈເຮົາ!!

ກະແສດຣາມ່າ

ນ້ອງກັນລະຍາ  Post ຂໍໂທດຊາວເນັດ

By: BeautyGuru

Cr: Cocooland ແດນໂຄສະນາ & Page ນາງສັງຂານ ຫຼວງພະບາງ

ແບ່ງປັນ