Breaking News

ຄຶກຄັກ! ມວນຊົນແຫ່ຊື້ເສື້ອຜ້າຕ້ອນຮັບປີໃໝ່ລາວ

ແບ່ງປັນ

ໃກ້ເຂົ້າມາແລ້ວສຳລັບເທສະການບຸນປີໃໝ່ລາວ ບຸນປະເພນີຂອງຊາດລາວເຮົາ ເຊິ່ງປີນີ້ກົງກັບວັນທີ 14,15,16 ເມສາ 2017 ແລະ ຍັງມີວັນພັກຊົດເຊີຍອີກ 2 ມື້ ຄືວັນທີ 13 ແລະ 17 ເມສາ 2017 ດັ້ງນັ້ນພໍ່ແມ່ພີ່ນ້ອງປະຊາຊົນລາວຖືວ່າມີມື້ພັກກັນແບບຍາວຢຽດກັນເລີຍ, ເທົ່າທີ່ທີມງາມ ເວັບໄຊ້ ຂວັນໃຈ ເຮົາໄດ້ລົງພື້ນທີ່ຕິດຕາມຂ່າວໃນເຂດ ແຄມຂອງ ຈຸດໃຈກາງເມືອງຂອງ ນະຄອນຫຼວງວຽງຈັນ ກໍເຫັນວ່າມີພໍ່ແມ່ປະຊາຊົນເລີ່ມອອກມາຈັບຈ່າຍຊື້ເຄື່ອງຂອງໃຊ້ ແລະ ເສື້ອຜ້າຕ້ອນຮັບປີໃໝ່ລາວກັນຢ່າງຄຶກຄັກ ບາງທ່ານກໍກະກຽມຊື້ໄວ້ໃສ່ໃນຊ່ວງເທສະການ ບາງທ່ານກໍກະກຽມຊື້ໄວ້ເປັນຂອງຕ້ອນຂອງຝາກໃຫ້ແກ່ຄອບຄົວ ເຊິ່ງລາຄາເສື້ອ “ສະບາຍດີປີໃໝ່ລາວ” ໃນປີນີ້ຕົກຢູ່ທີ່ລາຄາ 25,000-35,000 ກີບ (ສຳລັບຜູ້ໃຫ່ຍ) ແລະ 20,000 ກີບ (ສຳລັບເດັກນ້ອຍ) ກໍຖືວ່າຍັງຢູ່ໃນເກນປົກກະຕິທຽບເທົ່າກັບປີທີ່ຜ່ານມາ ແລະ ນອກຈາກນັ້ນກໍຍັງມີເສື້ອຜ້າ Fashion ລາຍດອກໄມ້ ລາຄາເລີມຕົ້ນກໍ 10,000 ກີບ-38,000 ກີບ ມີໃຫ້ເລືອກຫຼາຍແບບຫຼາຍ Style ແລ້ວແຕ່ຄວາມມັກຂອງໃຜລາວ

ເທົ່າທີ່ໄດ້ສອບຖາມແມ່ຄ້າຊາວຂາຍໃນ ຕະຫຼາດນັດແຄມຂອງ ນັ້ນທຸກໆຄົນຕ່າງກໍເວົ້າເປັນສຽງດຽວກັນວ່າ ເລີ່ມຕັ້ງແຕ່ທ້າຍເດືອນ ມີນາ ເປັນຕົ້ນມາ ການຊື້ຂາຍເສື້ອຜ້າ ຂອງໃຊ້ ໃນສະຖານທີ່ດັ່ງກ່າວກໍມີຄວາມຄຶກຄັກ ຄຶກຄື້ນ ແລະ ເຊື່ອວ່າຈະເພີ່ມມູນຄ່າການຂາຍໄປເລື້ອຍໆຈົນໝົດເທສະການປີໃໝ່ລາວແນ່ນອນ.

 

ຂໍ້ມູນ ແລະ ຮູບພາບ: ທີມງາມເວັບໄຊ້ ຂວັນໃຈ

ແບ່ງປັນ