Breaking News

ນາງສາວນະຄອນຫຼວງ ປະຈໍາປີ ພສ 2560

ແບ່ງປັນ

 

ການປະກວດນາງສາວ ນະຄອນຫຼວງວຽງຈັນໃນຮອບຊິງຊະນະເລີດ ປະຈໍາປີ 2017 ໄດ້ຈັດຂຶ້ນຢ່າງຍິ່ງໃຫຍ່ ເມື່ອຄໍ່າຄືນຂອງວັນທີ 8 ເມສາ 2017 ທີ່ໂຮງແຮມ ແລນມາກ. ຜ່ານການຄັດເລືອກຂອງຄະນະກໍາມະການຈາກນາງສາວທີ່ເຂົ້າສະໝັກທັງໝົດ 164 ຄົນ ຊຶ່ງນາງສາວຜູ້ທີ່ສາມາດຜ່ານເຂົ້າມາໃນການຕັດສິນຮອບສຸດທ້າຍນີ້ມີທັງໝົດ 20 ນາງສາວງາມ ແລະ ຄັດເລືອກ 7 ນາງສາວງາມ ເພື່ອເປັນຕົວແທນລູກສາວທັງ 7 ຂອງພະຍາກະບິນລະພົມ ຊຶ່ງຈະໄດ້ເຂົ້າຮ່ວມຂະບວນແຫ່ຫົວຂອງພະຍາກະບິນລະພົມ ລົງມາຫົດສົງ ໃນມື້ສະຫຼອງປີໃໝ່ລາວ ໃນວັນທີ 14 ເມສາ ພສ 2560.

ຜົນການປະກວດໃນຮອບຊິງຊະນະເລີດໃນປີນີ້ ແມ່ນ ນາງ ວານິພອນ ພູມີໄຊ (ອາຍຸ 21 ປີ) ຜູ້້ເຂົ້າປະກວດໝາຍເລກ MVT10 ຕົວແທນຈາກເມືອງ ສີສັດຕະນາກ ຖືກຄັດເລືອກໃຫ້ເປັນນາງສາວນະຄອນຫຼວງ ປະຈໍາປີ 2560 ຊຶ່ງໄດ້ຮັບມົງກຸດເພັດ ມູນຄ່າ 35 ລ້ານກີບ ພ້ອມດ້ວຍສາຍສະພາຍ, ເງິນລາງວັນມູນຄ່າ 20 ລ້ານກິບ, ຄໍາໜັກ 1 ບາດ ແລະ ລາງວັນອື່ນໆອີກ ລວມມູນຄ່າ 84 ລ້ານກີບ ພ້ອມນີ້ ຍັງສາມາດຄວ້າໄດ້ອີກ 4 ລາງວັນຄື: ລາງວັນນາງສາວຜິວງາມ, ລາງວັນຂວັນໃຈຊ່າງພາບ, ລາງວັນນາງສາວທັນສະໄໝ ແລະ ລາງວັນນາງສາວໜ້າໃສ ລາງວັນລະ 3.000.000 ກີບ. ຮອງອັນດັບທີ 1 ນາງຫຍິງງາມ ໜໍ່ຄໍາ ຜູ້ເຂົ້າປະກວດໝາຍເລກ MVT04 ໄດ້ຮັບເງິນລາງວັນ 10.000.000 ກີບພ້ອມສາຍສະພາຍ, ຄໍາໜັກ 2 ສະຫຼຶງ ແລະ ລາງວັນອື່ນໆ ແລະ ຮອງອັນດັບທີ 2 ແມ່ນ ນາງ ສຸດາ ວັນທອງທິບ ຜູ້ເຂົ້າກວດໝາຍເລກ MVT19 ໄດ້ຮັບເງິນລາງວັນ 5.000.000 ກີບ ພ້ອມດ້ວຍສາຍສະພາຍ, ຄໍາໜັກ 2 ສະຫຼຶງ ແລະ ໄດ້ຮັບລາງວັນນາງສາວຂວັນໃຈສາວມະຫາຊົນ.

ງານຄັ້ງນີ້ແມ່ນການຮ່ວມມືກັນລະຫວ່າງ ພະແນກຖະແຫຼງຂ່າວວັດທະນະທໍາ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ ຮ່ວມກັບ ບໍລິສັດ ກຣິດຕະພົງກຣຸບ ຈໍາກັດ. ໂດຍການໃຫ້ກຽດເຂົ້າຮ່ວມງານຂອງທ່ານນາງ ວາດສະໜາ ຄຸດໄພທູນ ( ພັນລະຍາ ທ່ານ ເຈົ້າຄອງນະຄອນຫຼວງວງຈັນ), ທ່ານ ນາງ ຄໍາໄພ ລັດສະໝີ (ປະທານ ສະຫະພັນແມ່ຍິງ ນະຄອນຫຼວງວຽງຈັນ) ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ແລະ ສື່ມວນຊົນ.

ແບ່ງປັນ