Breaking News

ວິທີຂັດຂີ້ໄຄໃຫ້ໝົດທັງຕົວແບບງ່າຍໆ

ແບ່ງປັນ

ວິທີຂັດຂີ້ໄຄໃຫ້ໝົດທັງຕົວແບບງ່າຍໆ ພຽງແຕ່ມີສິ່ງເຫຼົ່ານີ້

ມື້ນີ້ ຂັວນໃຈ ຈະມາແນະນໍາເຄັດລັບດີໆໃຫ້ກັບສາວໆ ສໍາລັບສາວໆທ່ານໃດທີ່ຢາກເປີດເຜີຍຜິວຂາວໃສ ເຮົາມີສູດກໍາຈັດຂີ້ໄຄແບບງ່າຍໆໃຫ້ທ່ານໄດ້ລອງໄປປະຕິບັດ ແລ້ວ ທ່ານຈະໄດ້ຜິວພັນທີ່ສວຍງາມມາດັ່ງນີ້:

  1. ໃຊ້ເກືອຂັດຜິວພັນ.

ໃຫ້ຊື້ມາໃຊ້ຂັດຜິວພັນ 2 ເທື່ອຕໍ່ອາທິດ ເພື່ອຊ່ວຍໃນເລື່ອງຂອງການຊຳລະລ້າງເຊວຜິວພັນ ແລະ ກຳຈັດຄາບເຫື່ອ, ຂີ້ໄຄຕ່າງໆໃຫ້ຫຼຸດອອກໄປໝົດ.

  1. ອາບນໍ້າອຸ່ນກໍ່ຊ່ວຍໄດ້.

ຄ່ອຍໆຂັດໃຫ້ທົ່ວຜິວພັນ ຂີ້ໄຄຈະຫຼຸດອອກມາແບບງ່າຍໆ ເມື່ອຂັດຈົນທົ່ວແລ້ວກໍ່ອາບນໍ້າຊຳລະລ້າງຮ່າງກາຍອີກຮອບ ຈະໃຊ້ສະບູ ຫຼື ຄຣີມອາບນໍ້າຕື່ມເພື່ອເປັນການຊໍາລະລ້າງອີກກໍ່ໄດ້.

  1. ຂັດຜິວພັນດ້ວຍຂີ້ໝາກກາເຟ.

ຊ່ວຍຂັດໃຫ້ຂີ້ໄຄອອກໄດ້ດີ ແລະ ຜິວພັນຂອງທ່ານຈະນຸ່ມຈະເຫັນໄດ້ຢ່າງຊັດເຈນ ອາດຈະເພິ່ມຄຸນປະໂຫຍດໂດຍການປະສົມນົມສົດ ຫຼື ໝາກຂາມປຽກຕື່ມອີກກໍ່ໄດ້.

  1. ກໍາຈັດຂີ້ໄຄດ້ວຍໝາກຂາມປຽກ.

ໃຫ້ເອົາໝາກຂາມປຽກຂັດຜິວໃຫ້ທົ່ວປະໄວ້ 3-5 ນາທີ ແລ້ວເອົາຟອກອາບນໍ້າມາຂັດຊໍ້າອີກຮອບໃຫ້ຖູຄ່ອຍໆ ຈາກນັ້ນກໍ່ລ້າງອອກແລ້ວອາບນໍ້າໃສ່ສະບູຕາມປົກກະຕິ ວິທີນີ້ເຮັດພຽງອາທິດລະ 2 ເທື່ອຈະຊ່ວຍກຳຈັດຂີ້ໄຄໄດ້ເປັນຢ່າງດີ ແລະ ເຮັດໃຫ້ຜິວນຽນນຸ່ມອີກດ້ວຍ.

  1. ສູດຂັດຂີ້ໄຄດ້ວຍມື້ລ້າ.

ໃຫ້ເອົານໍ້າຫົດຕົວໃຫ້ຊຸ່ມ ປ່ອຍໃຫ້ໝາດເລັກນ້ອຍແລ້ວໃຊ້ມືຂອງເຮົາຖູໄດ້ເລີຍ ແລະ ຄວນຖູຄ່ອຍໆ ເສດຂີ້ໄຄຕ່າງໆທີ່ມີຢູ່ຈະຫຼຸດອອກທັນທີ.

  1. ເບບີອອຍ(Baby Oil)+ເກືອ.

ໃຫ້ເອົາເບບີອອຍ(Baby Oil) ຖ້າຫາກບໍ່ມີໃຫ້ໃຊ້ນໍ້າມັນໝາກກອກແທນໄດ້ ເອົາມາ 4 ບ່ວງແກງປະສົມກັນໃຫ້ເຂົ້າກັບເກືອ2 ບ່ວງກາເຟ ເມື່ອໄດ້ສ່ວນປະສົມນີ້ແລ້ວໃຫ້ເອົາມາທາຜິວໃຫ້ທົ່ວ ແລ້ວນວນຄ່ອຍໆເພື່ອເປັນການຂັດເຊວຜິວຊັ້ນນນອກທີ່ຕາຍແລ້ວໃຫ້ຫຼຸດອອກໄປ ຈາກນັ້ນຈຶ່ງອາບນໍ້າຕາມປົກກະຕິວິທີນີ້ຈະຊ່ວຍໃຫ້ຜິວນຽນນຸ່ມຂຶ້ນອີກ.

 

 

ແບ່ງປັນ