Breaking News

ຈະຕ້ອງຮັບຜິດຊອບ ແກ້ໄຂການທຸຈະລິດ ໃນໜ່ວຍງານຂອງຕົນ ຫາກແກ້ບໍ່ໄດ້ ກໍຈະຖືກພິຈາລະນາປົດອອກຈາກຕຳແໜ່ງ.

ແບ່ງປັນ

ຮອງປະທານປະເທດ ຢືນຢັນວ່າ ຫົວໜ້າໜ່ວຍງານຂອງພັກ ແລະລັດທຸກຂັ້ນ ຈະຕ້ອງຮັບຜິດຊອບ ແກ້ໄຂການທຸຈະລິດ ໃນໜ່ວຍງານຂອງຕົນ ຫາກແກ້ບໍ່ໄດ້ ກໍຈະຖືກພິຈາລະນາປົດອອກຈາກຕຳແໜ່ງ.

ທ່ານພັນຄຳ ວິພາວັນ ກົມການເມືອງສູນກາງພັກປະຊາຊົນປະຕິວັດລາວ ຮອງປະທານປະເທດ ຢືນຢັນວ່າ ບັນຫານຶ່ງທີ່ສູນກາງພັກ ໃຫ້ຄວາມສຳຄັນ ແລະຈະຕ້ອງແກ້ໄຂໃຫ້ໄດ້ຢ່າງຮີບດ້ວນທີ່ສຸດ ຄືບັນການທຸຈະລິດທີ່ເກີດຂຶ້ນຢ່າງກວ້າງຂວາງໃນທຸກຂັ້ນແລະທຸກວົງການທົ່ວສັງຄົມ ລາວ ໃນປັດຈຸບັນນີ້ ໂດຍສະເພາະແມ່ນການທຸຈະລິດ ໃນ

ວົງການພັກ ແລະລັດ ນັ້ນ ຍັງເປັນບັນຫາທີ່ໄດ້ສົ່ງຜົນກະທົບຕໍ່ສະຖຽນລະພາບທາງການເມືອງ ແລະຄວາມໝັ້ນຄົງຂອງຊາດລາວດ້ວຍ.

ສະນັ້ນ ເພື່ອສະກັດກັ້ນ ບໍ່ໃຫ້ບັນຫາຮຸນແຮງຂຶ້ນ ທັງຍັງເປັນການສ້າງສັດທາ ຂອງປະຊາຊົນໃຫ້ມີ ຕໍ່ການນຳພາຂອງພັກ ແລະລັດ ດ້ວຍນັ້ນ ສູນກາງພັກ ຈຶ່ງໄດ້ເພີ່ມມາດຕະການເຂັ້ມງວດໃນການສະກັດກັ້ນ ແລະປາບປາມການທຸຈະລິດ ດ້ວຍການກຳນົດໃຫ້ຜູ້ທີ່ເປັນຫົວໜ້າໜ່ວຍງານ ຕ້ອງຮັບຜິດຊອບຕໍ່ການທຸຈະລິດ ທີ່ເກີດຂຶ້ນໃນໜ່ວຍງານຂອງຕົນດ້ວຍ ດັ່ງທີ່ ທ່ານພັນຄຳ ໄດ້ໃຫ້ການຢືນຢັນວ່າ:

“ຖ້າວ່າບໍ່ແກ້ອັນນີ້ ແມ່ນກະທົບເຖິງບົດບາດການນຳພາຂອງພັກ ກະທົບເຖິງ

ຄວາມໝັ້ນຄົງຂອງລະບອບໃໝ່ ຂັ້ນສູນກາງເວົ້າກັນຫຼາຍ ເວົ້າເຖິງຂັ້ນວ່າ ຖ້າວ່າ

ການສໍ້ລາດບັງຫລວງ ພະຍາດອາດຍາສິດ ເກີດຂຶ້ນຢູ່ບ່ອນໃດ ຫົວໜ້າບ່ອນນັ້ນ

ຕ້ອງນຳພາແກ້ໄຂ ໃຫ້ມັນໄດ້ ແກ້ໄຂບໍ່ໄດ້ ສິໄດ້ພິຈາລະນາຫັນຜູ້ເປັນຫົວໜ້າ

ວ່າກັນແນວນັ້ນເດ້ ເຈົ້າຢູ່ຫັ້ນ ເຈົ້ານຳພາ ເປັນຫຍັງບໍ່ແກ້ ຄັນວ່າເກີດເຮັດໂຄງການ

ຜີຂຶ້ນມາ ເຮັດຢູ່ບ່ອນໃດ ກະແມ່ນເອົາຫົວໜ້າຫັ້ນຊະກ່ອນ ສິວ່າແນວນັ້ນເດ້ ນັບແຕ່ນີ້ຕໍ່ໄປ.”

ຂໍຂອບໃຈ: Support Prime Minister Thongloun Sisoulith

ແບ່ງປັນ