Breaking News

6 ວິທີເບິ່ງແຍງຜິວພັນທີ່ຖືກແດດເຜົາ ແລະ ອາການແພ້ ຈາກການຫຼີ້ນປີໃໝ່

ແບ່ງປັນ

ຫຼັງຈາກທີ່ຫຼີ້ນນໍ້າ ຕາກແດດກັນມາໜັກໃນໄລຍະປີໃໝ່ລາວນີ້ ເຊື່ອວ່າສາວໆຄົງຈະໜີບໍ່ພົ້ນເລື່ອງຂອງ ຜິວໜັງທີ່ທັງ ແຫ້ງເສຍ, ດໍາຄໍ້າຕ່າງໆ ເພາະມົວແຕ່ຫຼີ້ນສົງການກັນແບເຕັມທີ່ເລີຍລືມທີ່ຈະເບິ່ງແຍງຜິວໄປພ້ອມນັ້ນເອງ ແຕ່ບັນຫາເຫຼົ່ານີ້ຈະໝົດໄປເມື່ອສາວໆໄດ້ທົດລອງ 6 ວິທີ ຫຼືເຄັດລັບທີ່ BeautyGuru ຈະເອົາມາຕ້ອນສາວໆໃນມື້ນີ້ ເອີ້ນໄດ້ວ່າ ຜິວຂອງສາວໆຈະຖືກເຜົາໄໝ້ຮຸນແຮງປານໃດກໍກັບມາຂາວໃສໄດ້ຢ່າງແນ່ນອນເລີຍລະ. ວ່າແລ້ວເຮົາກໍໄປເບີ່ງພ້ອມກັນເລີຍ!!!

  1. ນໍ້າເກືອ ຊ່ວຍບັນເທົາອາການແພ້

ສາວໆຫຼາຍຄົນຫຼີ້ນປີໃໝ່ ອາດຈະຖືກທັງແປ້ງເດັກ, ແປ້ງເຢັນ, ນໍ້າອົບ, ນໍ້າຫອມຕ່າງໆ ຈົນເຮັດໃຫ້ຜິວບໍ່ສາມາດຮັບສິ່ງເຫຼົ່ານັ້ນໄດ້ ແລະ ອາດຈະເຮັດໃຫ້ເກີດອາການແພ້ຕາມມາ ເຊິ່ງອາການດັ່ງກ່າວແມ່ນ ສາວໆຈະຮູ້ສຶກແສບຮ້ອນ, ມີຜືນແດງຂື້ນ ເຊິ່ງສາວໆກໍສາມາດແກ້ດ້ວຍນໍ້າເກືອດ້ວຍການ ໃຊ້ນໍ້າເກືອລ້າງຜືນທີ່ຂື້ນໃຫ້ສະອາດ ເຊັດເບົາໆໃຫ້ທົ່ວບໍລິເວນທີ່ເກີດຜືນແດງ ແລ້ວໃຊ້ນໍ້າສະອາດລ້າງອີກເທື່ອໜຶ່ງ ຫຼັງຈາກເຮັດວິທີນີ້ແລ້ວຍັງບໍ່ດີຂື້ນກໍແນະນໍາໃຫ້ໄປພົບແພດເພື່ອກວດໃຫ້ລະອຽດເດີ້ສາວໆ

  1. ເລືອກໃຊ້ໂຟມລ້າງໜ້າສູດອ່ອນໂຍນ

ຜິວທີ່ຖືກເຜົາໄໝ້ຈາກແສງແດດ ຈະຄ່ອນຂ້າງບອບບາງ ສະນັ້ນຄວນງົດໃຊ້ຄຼີມລ້າງໜ້າທີ່ມີສະຄຼັບ ຫຼືເມັດບີດໄປກ່ອນ ຈະໄດ້ບໍ່ເກີດການອັກເສບຂອງຜິວ ໃນລະຫວ່າງນີ້ຄວນເລືອກໃຊ້ໂຟມລ້າງໜ້າທີ່ອ່ອນໂຍນຕໍ່ຜິວ ແລະ ລ້າງໜ້າດ້ວຍນໍາເຢັນໄປກ່ອນຈັກ 2-3 ມື້ກ່ອນ ເພື່ອໃຫ້ຜິວແຂງແນງຂື້ນຈຶ່ງກັຍມາໃຊ້ໂຟມລ້າງໜ້າແບບປົກກະຕິ

  1. ງົດແຕ່ງໜ້າ, ງົດທາຄຼີມບໍາລຸງຜິວຈັກໄລຍະໜຶ່ງ

ຫຼັງຈາກທີ່ຜິວໜັງຜະເຊີນໜ້າກັບແສງແດດມາເປັນເວລາດົນ ຈົນເຮັດໃຫ້ຜິວໄໝ້ແດດ ອາດຈະເຮັດໃຫ້ຜິວມີອາການແສບ ໃນລະຫວ່າງນີ້ໃຫ້ຢຸດແຕ່ງໜ້າໄປກ່ອນ ລວມໄປເຖິງຄຼີມບໍາລຸງຜິວຕ່າງໆກໍຄວນງົດໄປກ່ອນເດີ້ສາວໆ ໂດຍສະເພາະຄຼີມບໍາລຸງຜິວທີ່ມີສ່ວນຜະສົມຂອງ AHA ເນຶ່ງຈາກຄຼີມຕົວນີ້ມີສ່ວນຊ່ວຍໃນເລື່ອງຂອງການຄັດເຊວຜິວ ແຕ່ໃນໄລຍະນີ້ແມ່ນຜິວຂອງເຮົາກໍາລັງຖືກເຜົາໄໝ້ ແລະ ແຫ້ງເສຍຈຶ່ງບໍ່ເໝາະສົມໃນການຄັດເຊວຜິວ ເຮົາຄວນງົດໄປກ່ອນຈັກ 2-3 ມື້ ແລະ ພະຍາຍາມຫຼີກລ່ຽງບໍ່ໃຫ້ຖືກແສງແດດ ຖ້າໃຫ້ຜິວແຂງແຮງດີ ແລ້ວຄ່ອຍກັບມາພອກ ແລະ ຄັດຜິວໃຫ່ເຕັມທີ່

  1. ປະຄົບເຢັນ

ສໍາລັບສາວຄົນໃດທີ່ຫຼີ້ນປີໃໝ່ແລ້ວໆ ຮູ້ສຶກແສບໜ້າ ແສບຜິວແນະນໍາໃຫ້ປະຄົບເຢັນ ດ້ວຍການເອົາແພຂົນໜູມາຊຸບນໍ້າເຢັນແລ້ງບີບໃຫ້ມາດໆ ຫຼືຈະໃຊ້ແພຂົນໜູຫໍ່ນໍ້າແຂງກໍໄດ້ ແລ້ວນໍາມາປະຄົບບໍລິເວຍທີ່ແສບຈັກ 5-10 ນາທີ ກໍຈະຊ່ວຍໃຫ້ຮອຍແສບຄ່ອຍໆຫຼຸດລົງໄປນັ້ນເອງ

  1. ເຕີມເຕັມຄໍລາເຈນໃຫ້ກັບຜິວດ້ວຍຜັກ ແລະ ໝາກໄມ້ສີແດງ

ແສງແດດເປັນຕົວທໍາຮ້າຍຕໍລາເຈນຜິວເຮົາ ສັງເກດໄດ້ວ່າເມື່ອຖືກແດດຫຼາຍໆຈະເຮັດໃຫ້ຜິວຂອງເຮົາດໍາຄໍ້າເຂົ້າ ແລະ ເລີ່ມມີຮອຍແຫ່ວໃນທີ່ສຸດ ດັ່ງນັ້ນເຮົາຄວນເລືອກກິນຜັກ ຫຼືໝາກໄມ້ສີແດງ ເພາະມີໄລໂຄປີນສູງ ເຊິ່ງຈະຊ່ວຍກະຕຸ້ນການສ້າງຄໍລາເຈນໄດ້ດີ ດັ່ງນັ້ນຫຼັງຈາກທີ່ຕາກແດດໜັກໆໃນໄລຍະປີໃໝ່ນີ້ແລ້ວກໍຢ່າລືມ ເຮັດໃຫ້ຜິວກັບມາແຂງແຮງດ້ວຍການກິນຈໍາພວກຜັກ ແລະ ມາກໄມ້ສີແດງເຊັ່ນ: ໝາກເລັ່ນ, ໝາກເຜັດຢວກສີແດງ, ຫົວກະລົດເປັນຕົ້ນ

  1. ເມື່ອຜິວແຂງແຮງກໍເລີ່ມຄັດຜິວ ເພື່ອປ່ຽນເຊວຜິວທີ່ເສື່ອມສະພາບ

ເມື່ອເຮົາປ່ອຍເວລາໃຫ້ຜິວປັບຕົວຫຼັງຈາກຖືກແສງແດດໄໝ້ຈັກ 2-3 ມື້ແລ້ວ ກໍເລີ່ມຄັດຜິວກັນເລີຍ ເພາະການຄັດຜິວຈະຊ່ວຍໃຫ້ເກີດການພັດປ່ຽນເຊວຜິວທີ່ເສື່ອມສະພາບຫຼຸດອອກ ແລະ ສ້າງເຊວຜິວໃໝ່ຂື້ນມາທົດແທນນັ້ນເອງ ແຕ່ໃນໄລຍະທໍາອິດກໍອາດຈະຄັດຜິວດ້ວຍວິທີທໍາມະຊາດທີ່ບໍ່ມີກຣົດ AHA ຫຼາຍຈົນເກີນໄປກ່ອນ ເພາະຈະມີຜິວບາງສ່ວນເລີ່ມກັບແຂງແຮງດີແລ້ວ ແຕ່ບາງສ່ວນທີ່ຖືກແດດເຜົາໄໝ້ຫຼາຍໆ ອາດຈະຍັງມີອາການແສບຢູ່ ຖ້າຄັດຜິວດ້ວຍ AHA ຫຼາຍເກີນໄປອາດຈະເຮັດໃຫ້ຜິວອັກເສບ ແລະ ແສບຂື້ນມາອີກ

By: BeautyGuru

ທີ່ມາ: Page Spice

ແບ່ງປັນ