Breaking News

Chic Working Women… ແນະນໍາໃຫ້ຮູ້ຈັກກັບ “ອ້ອຍ” ສາວໝັ້ນໃຈສູງ ຜູ້ທີ່ມີຄວາມເຊື່ອວ່າ “ໂລກນີ້ບໍ່ມີຫຍັງທີ່ເປັນໄປບໍ່ໄດ້”

ແບ່ງປັນ

ຄໍລໍາ: Chic Working Women ສາວໆ ເມື່ອສິ່ງທີ່ຫວັງບໍ່ໄດ້ດັ່ງໃຈຈົ່ງຢ່າຟ້າວທໍ້ຖອຍໃຈ ເມື່ອບໍ່ໄດ້ໃນສິ່ງນີ້ ເຮົາກໍສາມາດເຮັດສິ່ງອື່ນໄດ້ ຂໍພຽງໃຫ້ມີຄວາມເຊື່ອໝັ້ນໃນຕົວເອງ ຖ້າໃຜທີ່ກໍາລັງ ລັງເລໃຈ ລອງມາອ່ານເລື່ອງລາວຂອງສາວຄົນນີ້ ລັດດາວອນ ພູນສະຫວັດ (ອ້ອຍ) ເລຂາປະທານ ໂຄງການຣີສອດລາວຄົບວົງຈອນ ສາວໝັ້ນໃຈສູງ ທີ່ເຊື່ອວ່າ “ໂລກນີ້ບໍ່ມີຫຍັງທີ່ເປັນໄປບໍ່ໄດ້” ເພາະໃນຊີວິດຂອງນາງນັ້ນກໍບໍ່ໄດ້ມີຫຍັງທີ່ເປັນໄປຕາມຄວາມຝັນຂອງນາງເລີຍ ແຕ່ຍ້ອນຄວາມໝັ້ນໃຈ ແລະ ເຊືີ່ອໝັ້ນວ່າຕົວເອງເຮັດໄດ້ໃນທຸກວຽກງານທີ່ໄດ້ຮັບມາ ເຖິງວ່າວຽກທີ່ໄດ້ຮັບມານັ້ນຕົວເອງບໍ່ມີພື້ນຖານ ແລະ ບໍ່ໄດ້ຮຽນຈົບດ້ານນັ້ນມາແຕ່ ອ້ອຍ ເລືອກທີ່ຈະຮຽນຮູ້ໄປພ້ອມກັບການເຮັດວຽກ ໂດຍທີ່ບໍ່ປ່ອຍໃຫ້ໂອກາດທຸກຢ່າງທີ່ເຂົ້າມາລຸດມືໄປ ຈຶ່ງເຮັດໃຫ້ ອ້ອຍ ມີທຸກມື້ນີ້.

ສໍາລັບເລື່ອງລາວຂອງສາວ ອ້ອຍ ແບບເຕັມນັ້ນສາມາດຊອກອ່ານໄດ້ຈາກ ວາລະສານຂວັນໃຈ ສະບັບເດືອນ ເມສາ 2017 ນີ້ ຕາມ U Express M Point Mart ແລະ Jeffy Mart ທຸກສາຂາ.

 

ແບ່ງປັນ