Breaking News

ວ້າວ… ນີ້ຫວາ? ສາວລາວຄົນທໍາອິດທີ່ໄດ້ໃຊ້ Smart Phone Huawei P 10 Plus ເປັນຄົນທໍາອິດ ກ່ອນເປີດຕົວຢ່າງເປັນທາງການ.

ແບ່ງປັນ

ວ້າວວວ… ເອີ້ນໄດ້ວ່າບໍ່ທໍາມະດາອີ່ຫຼີສໍາລັບສາວຄົນນີ້ ເພາະວ່າໂທລະສັບມືຖື Huawei P 10 Plus ນັ້ນຫາກໍເປີດຕົວໄປເມື່ອວັນທີ 22 ເມສາ 2017 ນີ້ ແຕ່ສາວຄົນນີ້ໄດ້ບອກວ່າ ນາງໄດ້ທົົດລອງໃຊ້ໂທລະສັບມືຖື Huawei P 10 Plus ມາກ່ອນແລ້ວ 2 ອາທິດ ແລະ ກໍເປັນຄົນລາວຄົນທໍາອິດທີ່ໄດ້ຊົມໃຊ້ໂທລະສັບມືຖືລຸ້ນນີ້ວ່າຊັ້ນ Oh my got ຢາກຮູ້ກັນແລ້ວບໍ່ວ່າສາວທີ່ກ່າວເຖິງນັ້ນແມ່ນໃຜ ແລະ ສາວຄົນນັ້ນກໍຄືສາວງາມ ດາລາ, ນັກຮ້ອງແຖວໜ້າຂອງປະເທດລາວ ທີ່ຫຼາກຫຼາຍຄວາມສາມາດຄົນນີ້ ສາວ Annita Thivaphone ຫຼື ແອນນີ່ຕ່າ ທີ່ເຮົາຮູ້ຈັກກັນດີນັ້ນເອງ. ສ່ວນເຫດຜົນທີ່ນາງໄດ້ຮັບກຽດໃຫ້ຊົມໃຊ້ Huawei P 10P lus ເປັນຄົນທໍາອິດຂອງລາວກໍເນື່ອງຈາກວ່າ ສາວ ແອນນີຕ່າ ນັ້ນໄດ້ຮັບກຽດເປັນ Presenter ໃຫ້ກັບທາງ Huawei ນັບຕັ້ງແຕ່ P 9 ມາແລ້ວນັ້ນເອງ. ມື້ນີ້ເຮົາກໍເລີຍນໍາຮູບໃນ IG ຂອງສາວ ແອນນີຕ່າ ທີ່ຖ່າຍຈາກກ້ອງຂອງ Huawei P 10 Plus ມາຕ້ອນສາວໆກັນ ຄັ້ນຊັ້ນເພື່ອບໍ່ໃຫ້ເສຍເວລາເຮົາໄປເບີ່ງຄວາມງາມຂອງກ້ອງ ພ້ອມກັບຄວາມງາມຂອງ ແອນນີຕ່າ ພ້ອມກັນເລີຍ!!

By: BeautyGuru

ຮູບພາບບາງສ່ວນຈາກ: IG: Annita.thivaphone

ແບ່ງປັນ