Breaking News

ກວດພົບສິນຄ້າປອມແປງເຄື່ອງໜາຍການຄ້າ

ແບ່ງປັນ

 

ຜ່ານການລົງກວດກາໃນ 12 ຮ້ານ ສາມາດພົບເຫັນສິນຄ້າດັ່ງກ່າວ 7 ຮ້ານຄ້າ ໃນນັ້ນມີຮ້ານຄ້າ ທີ່ເປັນຄົນຕ່າງປະເທດ (ຮ້ານຄ້າຊາວຈີນ) ມີ 5 ຮ້ານຄ້າ, ຮ້ານຂອງຄົນລາວ 2 ຮ້ານຄ້າ ສາມາດຢຶດສິນຄ້າໄດ້ ທັງໝົດ 22 ລາຍການ, ລວມມູນຄ່າເກືອບ 30 ລ້ານກີບ ເຊິ່ງສິນຄ້າດັ່ງກ່າວ ເປັນສິນຄ້າປອມແປງເຄື່ອງ ໝາຍການຄ້າ ເປັນການລະເມີດລິຂະສິດ ໂດຍບໍ່ໄດ້ຮັບອະນຸຍາດ ຈາກເຈົ້າຂອງສິດ ແລະ ເປັນການລະເມີດ ກົດໜາຍຊັບສິນທາງປັນຍາ.

ສ່ວນເຈົ້າຂອງຮ້ານຄ້າ ທີ່ປອມແປງເຄື່ອມໝາຍການຄ້າ ເຈົ້າໜ້າທີ່ໄດ້ເຮັດບົດບັນທຶກໄວ້ເປັນຫລັກຖານ ແລະ ເປັນການຮັບຮູ້ທັງສອງຝ່າຍ ພ້ອມທັງໄດ້ຍຶດ ສິນຄ້າດັ່ງກ່າວ ມາເກັບໄວ້ທີ່ພະແນກ ວິທະຍາສາດ ແລະ ເຕັກໂນໂລຊີ ແຂວງຄຳມ່ວນ ເພື່ອລໍຖ້າດຳເນີນ ຕາມລະບຽບກົດໜາຍທີ່ກຳນົດໄວ້.

ການລົງກວດກາດັ່ງກ່າວແມ່ນມີຂຶ້ນ ເມື່ອວັນທີ 21 ເມສາ 2017 ຜ່ານມາ, ໂດຍພະແນກ ວິທະຍາສາດ ແລະ ເຕັກໂນໂລຊີ ແຂວງຄຳມ່ວນ ໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ນຳໂດຍ ທ່ານນາງ ແຕງອ່ອນ ລິນສົມພູ ຮອງຫົວໜ້າພະແນກວິທະຍາສາດ ແລະ ເຕັກໂນໂລຊີ ລົງກວດກາສິນຄ້າທີ່ປອມແປງ ເຄື່ອງໜາຍການຄ້າຄູໂບຕ້າ (KUBOTA) ປະເພດເຄື່ອງອາໄຫຼ່, ນ້ຳມັນເຄື່ອງ ແລະ ອື່ນໆ ຢູ່ເທສະບານເມືອງທ່າແຂກ.

ຂໍຂອບໃຈ: Pathedlao

 

ແບ່ງປັນ