Breaking News

ຄິດໃຫ້ດີກ່ອນດູດໄຂມັນ ແລະ ນີ້ຄືສິ່ງທີ່ສາວໆຄວນຮູ້ກ່ອນຕັດສິນໃຈດູດໄຂມັນ

ແບ່ງປັນ

ໄຂມັນສ່ວນເກີນເປັນສິ່ງທີ່ບໍ່ມີໃຜປາຖະໜາ ໂດຍສະເພາະສາວໆຄືເຮົາທັງຫຼາຍ ທີ່ຍາມໃດກໍໄຝ່ຝັນເຖິງແຕ່ຮູບຮ່າງທີ່ງາມ ບາງ ແລະ ສົມສ່ວນກັນຢູ່ຕະຫຼອດເວລາ ແຕ່ຄືທີ່ສາວໆຮູ້ກັນແລ້ວວ່າປັດຈຸບັນເທັກໂນໂລຍີລໍ້າໜ້າກ້າວໄກໄປເຖິງຂັ້ນທີ່ ພວກເຮົາສາມາດູດໄຂມັນສ່ວນເກີນ ຂອງຮ່າງກາຍໃຫ້ອອກໄປດັ່ງປາຖະໜາໄດ້ແລ້ວ ໂດຍມີຜູ້ຊ່ຽວຊານ ແລະ ແພດດ້ານນີ້ຄອຍໃຫ້ບໍລິການແກ່ສາວໆຢູ່ຢ່າງຫຼວງຫຼາຍ ແຕ່ກໍຍັງມີຂໍ້ຄວນຮູ້ ແລະ ຕ້ອງລະວັງກັນກ່ຽວກັບການດູດໄຂມັນທີ່ສາວໆຈໍາເປັນຕ້ອງໄດ້ໃຫ້ຄວາມສໍາຄັນ ແລະ ມື້ນີ້ BeautyGuru ກໍຈະພາສາວໆໄປຮູ້ຈັກກັບ ສິ່ງທີ່ສາວໆຄວນຮູ້ກ່ອນຕັດສິນໃຈດູດໄຂມັນ ເຮົານໍາໄປເບິ່ງກັນເລີຍ

1. ດູດໄຂມັນບໍ່ແມ່ນການຫຼຸດນໍ້າໜັກຖາວອນ: ການດູດໄຂມັນອອກຈາກຮ່າງກາຍ ຈະສົ່ງຜົນ ຫຼືຫຼຸດສັດສ່ວນສະເພາະບາງສ່ວນທີ່ເຮົາຕ້ອງການດູດອອກເທົ່ານັ້ນ ແຕ່ເມື່ອດູດອອກໄປແລ້ວແຕ່ບໍ່ຍອມປ່ຽນແປງພຶດຕິກໍາການກິນຕ່າງໆ ກໍຈະເຮັດໃຫ້ໄຂມັນເຫຼົ່ານັ້ນກັບຄືນມາຄືເກົ່າໄດ້

2. ການດູດໄຂມັນອາດຈະເປັນການເພີ່ມໄຂມັນ: ແມ່ນຢູ່ວ່າການດູດໄຂມັນຈະເຮັດໃຫ້ເຊວໄຂມັນສ່ວນທີ່ດູດນັ້ນຫາຍໄປ ແຕ່ໄຂມັນບໍລິເວນອື່ນກໍອາດຈະເພີ່ມມາແທນສ່ວນທີ່ຫາຍໄປໄດ້ ເພາະດ້ວຍອັດຕາການບໍລິໂພກໃນແຕ່ລະມື້ນັ້ນແມ່ນເປັນປົກກະຕິ ສະນັ້ນໄຂມັນກໍຈະມີເທົ່າເກົ່າ ຖ້າໄປດູດສ່ວນໃດສ່ວນໜຶ່ງອອກກໍຈະເຮັດໃຫ້ ເພີ່ມຂຶ້ນມາໃນສ່ວນອື່ນອີກ

3. ການດູດໄຂມັນເປັນການທໍາຮ້າຍຜະໜັງເຊວ: ເຖິງວ່າສາວໆຈະດູດໄຂມັນໃນສ່ວນນັ້ນອອກໄປແລ້ວ ແຕ່ເມື່ອມີໄຂມັນໃໝ່ເຂົ້າມາກໍຈະເຮັດໃຫ້ໄຂມັນເຫຼົ້່ານັ້ນກັບເຂົ້າໄປສະສົມທີ່ບ່ອນທີ່ເຮົາຕັດອອກໄປນັ້ນແລ້ວ ເພາະການດູດໄຂມັນເປັນການທໍາຮ້າຍຜະໜັງເຊວ ເຮັດໃຫ້ໄຂມັນສະສົມໄດ້ງ່າຍຂຶ້ນ

4. ສາມາດຕຶ່ມໄຂມັນສ່ວນທີ່ດູດອອກໄປຕຶ່ມໃສ່ໃນອະໄວຍະວະອື່ນ: ໄຂມັນທີ່ດູດອອກຈາກຮ່າງກາຍນັ້ນ ສາວໆຮູ້ບໍ່ວ່າມັນສາມາດາເອົາໄປຕຶ່ມເຕັມສ່ວນອື່ນໆ ຫຼືອະໄວຍະວະອື່ນໆໄດ້ ໂດຍບໍ່ເປັນອັນຕະລາຍໃດໆເຊັ່ນ: ຮີມສົບ, ອະໄວຍະວະເພດເປັນຕົ້ນ

5. ເພດເປັນປັດໃຈສໍາຄັນໃນການດູດໄຂມັນ: ຕາມຫຼັກການແລ້ວການດູດໄຂມັນຈະປະສົບຜົນສໍາເລັດສ່ວນຫຼາຍ ແມ່ນເປັນເພດຍິງ ເພາະເພດຊາຍນັ້ນ ການດູດໄຂມັນແມ່ນເປັນໄປຄ້ອນຂ້າງຍາກ ແລະ ຍັງຕ້ອງໃຊ້ເວລາດົນນໍາອີກ

6. ປຶກສາແພດຜູ້ຊ່ຽວຊານກ່ອນເທົ່ານັ້ນ: ສາວໆກ່ອນຕັດສິນໃຈທຸກຄັ້ງທີ່ສໍາຄັນທີ່ສຸດແມ່ນ ຕ້ອງໄດ້ຮັບຄໍາແນະນໍາຈາກແພດຜູ້ຊ່ຽວຊານເທົ່ານັ້ນ ເພາະຜູ້ຊ່ຽວຊານເປັນຜູ້ທີ່ຮູ້ດີທີ່ສຸດ ຈຶ່ງຈະເຮັດໃຫ້ງາມພ້ອມກັບຄວາມປອດໄພນັ້ນເອງ.

By: Beuatyguru

Cr: Sprice

ແບ່ງປັນ