Breaking News

ໝູ່ບ້ານ ໃນອິນເດຍ ຫ້າມແມ່ຍິງໃຊ້ໂທລະສັບມືຖື

ແບ່ງປັນ

 

ສະພາຜູ້ອາວຸໂສ ແຫ່ງໝູ່ບ້ານ ມາໂດລາ ໂດຍສ່ວນໃຫຍ່ເປັນຊາວ ມຸສະລິມ ຢູ່ທາງພາກເໜືອຂອງ ອິນເດຍ ໄດ້ມີຄໍາສັ່ງ ໃຫ້ ແມ່ຍິງທີ່ໃຊ້ໂທລະສັບ ມືຖືນອກເຮືອນ ຈະຕ້ອງຖືກປັບໃໝ ດ້ວຍມູນຄ່າເງິນ 21.000 ພັນ ຣູປີ.

ໂດຍສະພາໃນໝູ່ບ້ານດັ່ງກ່າວເຊື່ອວ່າ: ໂທລະສັບມືຖື ຊ່ວຍໃຫ້ແມ່ຍິງທີ່ຍັງໂສດ ໂຕນໜີໄປນໍາຜູ້ຊາຍ ຂໍ້ຫ້າມດັ່ງກ່າວ ຈຶ່ງຊ່ວຍຈໍາກັດການຕິດຕໍ່ສໍາພັນຫວ່າງ ຍິງ ແລະ ຊາຍໄດ້. ສ່ວນເຈົ້າໜ້າທີ່ຕໍາຫຼວດທ້ອງຖິ່ນ ໄດ້ເວົ້າວ່າ: ໄດ້ຮັບລາຍງານເລື່ອງທີ່ສະພາໃນໝູ່ບ້ານດັ່ງກ່າວ ຫ້າມແມ່ຍິງໃຊ້ໂທລະສັບມືຖືແທ້.

ເຖິງແມ່ນສະພາໃນໝູ່ບ້ານດັ່ງກ່າວ ຈະເປັນອົງກອນນອກກົດໝາຍ ແຕ່ກໍມີອິດທິພົນໃນສັງຄົມຊົນນະບົດຂອງ ອິນເດຍ ໂດຍມັກອອກ ຂໍ້ຫ້າມເພື່ອຮັກສາວິຖີຊີວິດແບບເກົ່າໆ ແລະ ຕໍ່ຕ້ານຄວາມທັນສະໄໝ ເຊັ່ນ: ຫ້າມແມ່ຍິງໃສ່ໂສ້ງຢິນ ເປັນຕົ້ນ.

ແບ່ງປັນ