Breaking News

ງານເປີດຕົວຮູບເງົາແນວລີ້ລັບສະຫຍອງຂວັນ ເລື່ອງ: “ນ້ອງຮັກ”

ແບ່ງປັນ

ໃນຕອນແລງຂອງວັນທີ 8 ພຶດສະພາ 2017 ຢູ່ທີ່ Major Platinum Cineplex ວຽງຈັນເຊັນເຕີ ໄດ້ມີການເປີດຕົວຮູບເງົາເລື່ອງ ນ້ອງຮັກ ( Dearest Sister ) ຈາກຜູ້ຝີມືການກໍາກັບຂອງ ແມັດຕີໂດ ຜູ້ກໍາກັບແມ່ຍິງລາວ ທີ່ໄດ້ນໍາພາຮູບເງົາລາວສູ່ເວທີລະດັບໂລກມາແລ້ວ ແລະ ຍັງເປັນທີ່ຍອມຮັບມາແລ້ວຈາກທີມງານລະດັບ Hollywood. ພາຍໃນງານເປີດຕົວຮູບເງົາດັ່ງກ່ວາຍັງມີແຂກທີ່ມີກຽດ, ຜູ້ກໍາກັບ, ນັກຮ້ອງ ແລະ ນັກສະແດງ ອີກຫຼາຍທ່ານທີ່ເຂົ້າຮ່ວມໃນງານເປີດຕົວຮູບເງົາຄັ້ງນີ້.

ຮູບເງົາເລື່ອງນ້ອງຮັກ ເປັນຮູບເງົາແນວລີ້ລັບສະຫຍອງຂັວນ ເລື່ອງທີ່ 2 ຈາກປະເທດລາວ ທີ່ສັນຈອນໄປສາຍໃນເທສະການຮູບເງົາທົ່ວໂລກມາແລ້ວຫຼາຍກວ່າ 24 ເທສະການ ພ້ອມກັບ 3 ລາງວັນຈາກເທສະການຮູບເງົາຜີສຸດມັນ. ຮູບເງົາເລື່ອງນ້ອງຮັກ ໄດ້ນັກສະແດງນໍາໂດຍ ຕ໊ອດລີນ່າ ນັກສະແດງຂວັນໃຈຈາກລາວ ແລະ ນັກສະແດງທີ່ມີຊື່ສຽງອີກຫຼາຍໆທ່ານ ທີ່ໄດ້ຮ່ວມສະແດງໃນເລື່ອງນີ້.

ນ້ອງຮັກ (Dearest Sister)

“ນົກ” ຍິງສາວຈາກຊົນນະບົດຂອງລາວ
ຖືກເອີ້ນເຂົ້າມາຢູ່ເຮືອນຂອງພີ່ນ້ອງຫ່າງໆ
ທີ່ສາຍຕາກຳລັງເສຍເພື່ອເຂົ້າມາເບິ່ງແຍງ
“ອານາ” ເສດຖີຍິງ ທີ່ມັກຈະເຫັນພາບຫລອນ
ແຕ່ນາງບໍ່ຮູ້ວ່າ ຄວາມຈິງແລ້ວພາບຫລອນທີ່ນາງເຫັນຄືວິນຍານ ຊຶ່ງມາບອກເລກຫວຍ ມີພຽງນົກເທົ່ານັ້ນທີ່ຮູ້ຄວາມລັບນີ້ ແລະ ນາງຕ້ອງເລືອກລະຫວ່າງຊີວິດຄົນ ຫລື ຄວາມລ້ຳລວຍ…ເອົາເປັນວ່າທີມງານຂວັນໃຈຂໍເລົ່າເທົ່ານີ້ກ່ອນ ຖ້າໃຜຢາກຮູ້ວ່າຕອນຕໍ່ໄປຮູບເງົາຈະເປັນແນວນັ້ນຢ່າລືມໄປຊົມເດີ້ ຈະເຂົາສາຍໃນໂຮງຮູບເງົາໃນວັນທີ 11 ພຶດສະພາ 2017 ນີ້ຢ່າລືມໄປຊົມເດີ້ ເປັນຮູບເງົາຂອງຄົນລາວທີ່ສ້າງດ້ວຍຄົນລາວ.

ແບ່ງປັນ