Breaking News

ກາເຟບໍ່ອັນຕະລາຍ ຖ້າຮູ້ວິທີກິນຢ່າງຖືກຕ້ອງ

ແບ່ງປັນ

ກາເຟ (Coffee) ກາຍເປັນເຄື່ອງດື່ມ ທີ່ຫຼາຍຄົນມັກ ບໍ່ວ່າຈະດື່ມກິນເພື່ອຄວາມສົດຊື່ນ ກິນເພື່ອຄວາມກະຕືລືລົ້ນໃນການເຮັດວຽກ ຫຼືຈາກການຢາກນອນໃນລະຫວ່າງມື້ ດັ່ງນັ້ນເພື່ອສຸຂະພາບທີ່ດີເຮົາເອງກໍ່ຕ້ອງແນ່ໃຈວ່າກາເຟກິນຢ່າງຖືກວິທີຫຼືບໍ່? ດັ່ງນັ້ນໃນມື້ນີ້ Kuanjai foodie ມີວິທີດີໆໃນການກິນກາເຟ ແລະ ບໍ່ເກີດຜົນຮ້າຍຕໍ່ຮ່າງກາຍມາຝາກ ມາເບິ່ງດ່ວນ:

  1. ຕ້ອງໝັ່ນສັງເກດຕົວເອງວ່າມີຄວາມໄວຕໍ່ການຕອບສະໜອງຕໍ່ປະລິມານຂອງກາເຟຢູ່ປະມານຈັກຈອກ ແລະ ມີອາການເປັນແບບໃດ? ເພາະຄວາມຈິງແລ້ວຮ່າງກາຍມະນຸດເຮົາບໍ່ສາມາດຮັບປະລິມານຄາເຟອີນ (Caffeine) ໄດ້ຫຼາຍໃນແຕ່ລະມື້ ດັ່ງນັ້ນ, ຄົນທີ່ເຄີຍກິນກາເຟຫຼາຍກວ່າ 3 ຈອກໃນແຕ່ລະມື້ ກໍຄວນປັບປ່ຽນມາກິນກາເຟມື້ລະ 1-2 ຈອກ ກໍ່ພຽງພໍແລ້ວ.

2. ຖ້າທ່ານເປັນຄົນທີ່ນອນຫຼັບຍາກກໍຄວນຫຼີກລ່ຽງການກິນກາເຟໃນຊ່ວງຫົວຄ່ຳ ທາງທີ່ດີກໍຄວນກິນກາເຟກ່ອນທ່ຽງຈະເປັນການດີທີ່ສຸດ.

3. ຢ່າກິນກາເຟເພື່ອຫວັງເປັນຕົວຊ່ວຍໃນການຫັກໂຫມການເຮັດວຽກ ເພາະເຖິງວ່າຄາເຟອີນຈະຊ່ວຍເຮັດໃຫ້ຮ່າງກາຍຕື່ນໂຕໄດ້ແທ້ ແຕ່ສະໝອງກໍຕ້ອງການເວລາໃນການພັກຜ່ອນເພື່ອເພີ່ມປະສິດທິພາບໃນການຮັບຮູ້ (ບໍ່ດັ່ງນັ້ນສະໝອງຈະເຮັດວຽກບໍ່ໄດ້ເຕັມທີ່) ທາງທີ່ດີທີ່ສຸດຄວນກິນໃນປະລິມານທີ່ໜ້ອຍລົງຈະເປັນການດີໃຫ້ແກ່ຮ່າງກາຍ.

4. ຢ່າກິນກາເຟຕອນທ້ອງກຳລັງຫວ່າງເດັດຂາດ ເພາະໃນກາເຟມີລິດເປັນກົດເຊິ່ງອາດຈະໄປທຳຮ້າຍກະເພາະອາຫານ ແລະ ລຳໃສ້ໄດ້ ນອກຈາກນີ້ຍັງເຮັດໃຫ້ລະດັບນ້ຳຕານໃນເລືອດສູງຂຶ້ນຈົນເຮັດໃຫ້ມີຄວາມຮູ້ສຶກຢາກກິນອາຫານຕະຫຼອດເວລາ ເມື່ອເປັນແບບນີ້ຈະເຮັດໃຫ້ນ້ຳໝັກໂຕເພີ່ມຂຶ້ນຢ່າງໄວວາ.

5.  ຄວນໃສ່ນ້ຳເຜິ້ງແທນນ້ຳຕານເພື່ອສຸຂະພາບທີ່ດີ

6. ຖ້າທ່ານໃດກິນກາເຟທຸກມື້ເປັນປະຈຳ ຄວນກິນອາຫານທີ່ເປັນແຄວຊຽມເພີ່ມຕື່ມບໍ່ວ່າຈະເປັນ: ນົມ ໂຍເກີດ ປະເພດຜັກ ຫຼື ປາ ເພື່ອທົດແທນແຄວຊຽມທີ່ສູນເສຍໄປ ອີກທັງຍັງຫຼຸດຄວາມສ່ຽງຕໍ່ສະພາວາກະດູກຜ່ອຍ ແລະ ໃຫ້ປັບປ່ຽນວິທີເຮັດກາເຟເຊັ່ນ: ໃຫ້ໃສ່ນົມແທນຄຣີມທຽມເປັນຕົ້ນ.

7.  ຄວນເລືອກກິນກາເຟປອດສານພິດ (Coffee organic) ຫາກຕ້ອງການກິນເພື່ອສຸຂະພາບຢ່າງແທ້ຈິງລອງເລືອກກິນກາເຟປອດສານພິດທີ່ປູກໂດຍວິທີທຳມະຊາດ ປາສະຈາກຢາຂ້າແມງໄມ້ ແລະ ສານພິດ ປາສະຈາກການແຕ່ງກິ່ນ ແລະ ສັງເຄາະສີ ກໍຈະໄດ້ປະໂຫຍດຕໍ່ຮ່າງກາຍຫຼາຍຂຶ້ນ.

8. ເມື່ອກິນກາເຟແລ້ວກໍຢ່າລືມກິນໝາກໄມ້ໃຫ້ພຽງພໍ ເພາະໃນຂະບວນການຂົ່ວເມັດກາເຟຈະມີອະນຸມູນອິດສະຫຼະເກີດຂຶ້ນ ດັ່ງນັ້ນ, ວິຕາມີນ ຊີ ອີ ແລະ ບີ ໃນໝາກໄມ້ເຊັ່ນ: ໝາກກ້ວຍ, ໝາກໂມ, ໝາກກ້ຽງ, ໝາກສີດາ, ໝາກເລັ່ນ ແລະ ແຄລ໋ອດ ຈຳພວກນີ້ຈະຊ່ວຍກຳຈັດອະນຸມູນອິດສະຫຼະໃນຮ່າງກາຍໄດ້.

9. ຫຼັງຈາກກິນກາເຟແລ້ວກໍຄວນດື່ມນ້ຳສະອາດໃຫ້ຫຼາຍໆ ເພື່ອຊົດເຊີຍການສູນເສຍນ້ຳຈາກ ການຂັບປັດສະວະຂອງຄາເຟອີນນັ້ນເອງ.

ເປັນຢ່າງໃດແນ່ກັບເຄັດບໍ່ລັບທີ່ທາງເຮົານຳມາຝາກໃນມື້ນີ້ລອງນຳເອົາໄປລອງປະຕິບັດ ກິນກາເຟໃຫ້ຖືກແບບຖືກວິທີເບິ່ງ ແຖມຍັງບໍ່ມີໂທດມາສູ່ຮ່າງກາຍທ່ານເພື່ອສຸຂະພາບທີ່ດີ ແລະ ຮ່າງກາຍທີ່ແຂງແຮງ.

ຂໍ້ມູນຈາກ: www.thailovehealth.com

ແບ່ງປັນ