Breaking News

ສວນນໍ້າປ່າພູເຂົາຄວາຍ ສະຖານທີ່ຫຼິ້ນນໍ້າແຫ່ງໃໝ່ ແຂວງວຽງຈັນ

ແບ່ງປັນ

ສະບາຍດີ ແຟນໆຂວັນໃຈ ອາກາດຮ້ອນໆແນວນີ້ ຂວັນໃຈຈະມາແນະນໍາສະຖານທີ່ ໃຫ້ແຟນໆໄດ້ໄປຫຼິ້ນໃນມື້ພັກຜ່ອນ ແລະ ສະຖານທີ່ ຂວັນໃຈຈະມາແນະນໍານັ້ນກໍຄື: “ສວນນໍ້າພູເຂົາຄວາຍ” ນັ້ນເອງ. ສວນນໍ້າພູເຂົາຄວາຍ ຕັ້ງຢູ່ ບ້ານພູເຂົາຄວາຍໃໝ່ ເມືອງທຸລະຄົມ ແຂວງວຽງຈັນ. ທາງໄປເຄື່ອນໄຟຟ້ານໍ້າມັງ3 ເສັ້ນທາງເຂົ້າໄປຫາສວນນໍ້າແມ່ນສະດວກສະບາຍ ເປັນທາງປູຍາງໄປຮອດສວນເລີຍ ແລະ ເປັນອີກສະຖານທີ່ທ່ອງທ່ຽວອີກແຫ່ງໜຶ່ງ ທີ່ຢູ່ບໍ່ໄກຈາກນະຄອນຫຼວງວຽງຈັນ ໃຊ້ເວລາໃນການເດີນທາງຈາກນະຄອນຫຼວງວຽງຈັນໄປຫາສວນນໍ້າປະມານ 1 ຊົ່ວໂມງ ຫຼື 1 ຊົ່ວໂມງກັບ 30 ນາທີ ກໍຮອດສວນນໍ້າແລ້ວ. ຖ້າໃຜຍັງບໍ່ເຄີຍໄປລອງໄປເບິ່ງເດີ້ ແລ້ວທ່ານຈະຕິດໃຈກັບຄວາມງົດງາມ ແລະ ອາກາດທີ່ສົດຊື່ນ, ນໍ້າເຢັນໆຂອງສວນນໍ້າດັ່ງກ່າວ. ສວນນໍ້າປ່າພູເຂົາຄວາຍ ເປີດໃຫ້ບໍລິການທຸກໆວັນເສົາ – ອາທິດ ແລະ ວັນພັກຕ່າງໆ. ສໍາລັບມື້ນີ້ ໄດ້ນໍາເອົາຮູບພາບງາມໆຂອງ ສວນນໍ້າພູເຂົາຄວາຍ ດັ່ງກ່າວມາໃຫ້ແຟນໆຂວັນໃຈໄດ້ຊົມ ຮູບພາບຈະງາມປານໃດນັ້ນໄປເບິ່ງເລີຍ!!!

ຂໍ້ມູນ ແລະ ຮູບພາບ: ສວນນໍ້າປ່າພູເຂົາຄວາຍ

ແບ່ງປັນ