Breaking News

ແພນດ້າ ສາວລາວໜ້າຮັກຂວັນໃຈໜຸ່ມໆ…

ແບ່ງປັນ

ຈະເອ໋…ສະບາຍດີແຟນໆ ມື້ນີ້ ຊະນີIndy ຈະພາທຸກຄົນມາຮູ້ຈັກກັບສາວນ້ອຍໜ້າຮັກຂວັນໃຈໜຸ່ມໆນັ້ນກໍຄື ແພນດ້າ ຝົນນະພາ ໄຕມະນີ ອາຍຸ 22 ປີ ສາວລາວໜ້າຮັກ ແຖມຮຽນເກັ່ງ ນາງສາມາດເສັງເອົາທຶນໄປຮຽນຕໍ່ທີ່ ສ.ເກົາຫລີ ໃນດ້ານການອອກແບບສື່ສິ່ງພິມ ພຸ້ນໃດ…(ຊົມເຊີຍເດີ້), ແພນດ້າ ເປັນສາວໜ້າຫວານທີ່ເບິ່ງແລ້ວຄ້າຍໆຄືກັບສາວເກົາຫລີ ແຕ່ຂໍບອກເດີ້ວ່ານາງເປັນສາວລາວແທ້ໆມາແຕ່ກຳເນີດ ແລະສາວຄົນນີ້ກໍມີແຟນຄລັບຕິດຕາມເປັນຈຳນວນຫຼາຍ ຫຼື ຈະເອີ້ນງ່າຍໆວ່າ ເນັດໄອດໍ້ ນັ້ນແຫຼະ.

#ແຊຣໄປໃຫ້ໂລກຮູ້ເຖິງຄວາມໜ້າຮັກຂອງສາວລາວ

 

ຖ້າແຟນໆຢາກຮູ້ທີ່ມາທີ່ໄປຂອງສາວນ້ອຍໜ້າຕາຈິ້ມລິ້ມຄົນນີ້ເພີ່ມຕື່ມ ສາມາດຕິດຕາມໄດ້ທີ່ ວາລະສານ ຂວັນໃຈ ສະບັບທີ 117 ມີວາງຂາຍແລ້ວຕາມມິນີມາກ U Express M Point Mart ແລະ Jeffy Mart ທຸກສາຂາ.

ຂໍຂອບໃຈຮູບພາບຈາກ: panda_f5

ແລະ ວາລະສານ ຂວັນໃຈ ສະບັບທີ 117

ແບ່ງປັນ