Breaking News

ປັດ Mascara ແນວໃດ? ໃຫ້ຖືກວິທີ

ແບ່ງປັນ

ວິທີຜິດໆຂອງການໃຊ້ Mascara ທີ່ສາວໆອາດຈະເບິ່ງຂ້າມໄປ ສາວໆເວລາປັດ Mascara ແລ້ວມັກພົບບັນຫາເຫຼົ່ານີ້ບໍ່ ປັດແລ້ວຕິດເປັນກ້ອນ, ປັດທາງເທິງເປື້ອນທາງລຸ່ມ, ປັດທາງລຸ່ມເປື້ອນທາງເທິງ ຈະເຊັດອອກແຕ່ລະເທື່ອກໍຍາກແສນຍາກ ແຖມຍັງຕ້ອງເສຍເວລາແຕ່ງຕາໃໝ່ອີກ. ມາເບິ່ງນີ້ເລີຍ! ວ່າເຮັດແນວໃດໃຫ້ບັນຫາເຫຼົ່ານັ້ນໄປຕ້ອງໝົດໄປ? ທີ່ຂວັນໃຈເອົາມາຕ້ອນກັນໃນມື້ນີ້!

1. ຄວນປັດຂົນຕາລຸ່ມກ່ອນ: ເຊື່ອວ່າສາວໆຫຼາຍຄົນອາດຈະເຄີຍລໍາຄານວ່າ ເວລາປັດ Mascara ແລ້ວເປື້ອນເປັດຈຸດໆບ່ອນເປືອກຕາ ແລະ ໃຕ້ຕາ ເພື່ອປ້ອງກັນບັນຫາເຫຼົ່ານັ້ນໃຫ້ໝົດໄປ ໃຫ້ເລີ່ມປັດຂົນຕາຈາກທາງລຸ່ມກ່ອນ ບໍ່ດັ່ງນັ້ນບັນຫາທີ່ປັດ Mascara ແລ້ວເປື້ອນກໍຈະຍັງມາກວນໃຈສາວໆຢູ່ບໍ່ເລີກນັ້ນເອງ

2. ຢ່າປໍ້າຫົວແປງ Mascara ເຂົ້າໆອອກ: ຖ້າສາວໆບໍ່ຢາກໃຫ້ Mascara ສຸດທີ່ຮັກແຫ້ງໄວຢ່າເຮັດ!! ການທີ່ເຮົາປໍ້າແປງ Mascara ເຂົ້າໆອອກໆຫຼາຍໆ ຈະເປັນການດັນອາກາດເຂົ້າໄປໃນຕົວຂອງ Mascara ເຮັດໃຫ້ແຫ້ງໄວຂຶ້ນ ແລ້ວເນື້ອຂອງ Mascara ຈະຈັບກັນເປັນກ້ອນ ປ່ຽນມາເປັນການໝູນແປງໄປໜ້າ-ຫຼັງ ແທນຈະເປັນການດີກວ່າ

 

3. ຄວນເຊັດເນື້ອ Mascara ອອກກ່ອນເລັກນ້ອຍ: ການປັດ Mascara ຫຼາຍຈົນຈັບຕົວກັນເປັນກ້ອນແບບ 5 ເສັ້ນລວມກັນ ບໍ່ໄດ້ເຮັດໃຫ້ສາວໆງາມຂຶ້ນເລີຍເດີ້ຂໍບອກ ສະນັ້ນ ກ່ອນທີ່ຈະດຶງແປງ Mascara ອອກຈາກຫຼອດນັ້ນໃຫ້ເອົາຫຍັງກໍໄດ້ມາເຊັດສ່ວນເກີນຂອງເນື້ອ Mascara ອອກ ເທົ່ານີ້ສາວໆກໍຈະມີຂົນຕາທີ່ຍາວແບບເປັນທໍາມະຊາດແລ້ວ

4. ເຊົາໃຊ້ Mascara ເກົ່າໆ: ເພື່ອເປັນການຫຼີກລ່ຽງການຕິດເຊື້ອ ສາວໆຄວນປ່ຽນເຄື່ອງສໍາອາງທີ່ໃຊ້ກັບດວງຕາຢ່າງສະໝໍ່າສະເໝີ ໃນກໍລະນີຂອງ Mascara ກໍຄວນປ່ຽນທຸກໆ 6 ເດືອນ

5. ດັດຂົນຕາກ່ອນປັດ Mascara: ສາວໆຫຼາຍຄົນຄິດວ່າ ການທີ່ປັດ Mascara ແລ້ວຈຶ່ງດັດຂົນຕາ ຈະເຮັດໃຫ້ຂົນຕາເຮົາເບິ່ງຍາວຂຶ້ນ ນັ້ນຄືຄວາມູຄິດທີ່ຜິດ! ການທີ່ເຮົາປັດ Mascara ຈຶ່ງປັດຂົນຕານັ້ນຈະເຮັດໃຫ້ຂົນຕາເປັນກ້ອນຜິດທໍາມະຊາດ ຂົນຕາຫັກ ແລະ ເພບໍ່ເປັນລະບຽບ ແລະ ຍັງເຮັດໃຫ້ ອາຍໄລເນີ່ ທີ່ແຕ້ມໄວ້ເພນໍາອີ ສະນັ້ນ ລອງປ່ຽນມາເປັນການດັດຂົນຕາແລ້ວຈຶ່ງປັດ Mascara ເພື່ອຂົນຕາທີ່ຍາວງອນແບບເປັນທໍາມະຊາດກັນເບິ່ງ

6. ໃຊ້ Mascara ຫຼາຍກວ່າ 1 ຫຼອດ: ແນວໃດ 2 ກໍດີກວ່າ 1 ຢູ່ແລ້ວ Mascara ກໍເຊັ່ນດຽວກັນ ເພາະຄຸນນະສົມບັດຂອງ Mascara ບໍ່ຄືກັນໃນແຕ່ລະລຸ້ນ ສະນັ້ນເຮົາຄວນເລືອກໃຊ້ Mascara ໃຫ້ຫຼາຍກວ່າ 1 ຫຼອດ ເພື່ອທີ່ຈະໄດ້ເອົາສິ່ງທີ່ມີໃນ ຫຼາຍຫຼອດມາຜະສົມກັນ ເພື່ອໃຫ້ໄດ້ຂົນຕາທີ່ງາມຂຶ້ນກວ່າເກົ່ານັນເອງ

7. ໃຊ້ຜະລິດຕະພັນສໍາລັບທໍາຄວາມສະອາດດວງຕາໂດຍສະເພາະ: ເຮົາຍ່ອມຮູ້ດີວ່າ ຄວນເຊັດລ້າງເຄື່ອງສໍາອາງອອກໃຫ້ໝົດເພື່ອບໍ່ໃຫ້ເກີດການອຸດຕັນ ແຕ່ໂດຍສ່ວນຫຼາຍ Mascara ເປັນສິ່ງທີ່ລ້າງອອກາກທີ່ສຸດ ໂດຍສະເພາະສູດກັນນໍ້າການທີ່ຈະລ້າງອອກໃຫ້ໝົດນັ້ນຕ້ອງໃຊ້ຜະລິດຕະພັນສໍາລັບເຊັດອ້ອມດວງຕາເທົ່ານັ້ນ ທີ່ຊ່ວຍໃຫ້ Mascara ຫຼຸດອອກງ່າຍ ແລະ ບໍ່ທໍາຮ້າຍຂົນຕາເດີ້ສາວໆ.

By: BeautyGuru

Cr: Sprice

ແບ່ງປັນ