Breaking News

ຄຸນປະໂຫຍດດີໆຂອງອາຫານເຊົ້າທີ່ທ່ານຄວນຮູ້! (ຄວນກິນ 1 ຊົ່ວໂມງຫຼັງຈາກຕື່ນນອນ)

ແບ່ງປັນ

ອາຍຸເພີ່ມຂຶ້ນການຮັກສາສຸຂະພາບຈຶ່ງເປັນສິ່ງທີ່ຈຳເປັນທີ່ສຸດ ແລະ ການທີ່ຈະຮັກສາສຸຂະພາບໄດ້ດີນັ້ນ ເຮົາຈຳເປັນຈະຕ້ອງເປັນຄົນທີ່ມີວິໄນໃສ່ໃຈໃນການກິນ ຄວນເລືອກອາຫານທີ່ມີປະໂຫຍດ ສະອາດ ບໍ່ຄວນກິນມັນ ແລະ ຫວານຈົນເກີນໄປ, ສຳລັບທ່ານໃດທີ່ມີບັນຫາເລື່ອງນໍ້າໜັກ ມີນໍ້າໜັກເກີນ ຈົນແພດຕ້ອງສັ່ງໃຫ້ກິນຢ່າງລະມັດລະວັງ ເພື່ອສຸຂະພາບທີ່ດີ ມື້ນີ້ເຮົາມີຄຸນປະໂຫຍດໃນການກິນອາຫານເຊົ້າແຕ່ສາມາດຊ່ວຍຫຼຸດນໍ້າໜັກຂອງທ່ານໄດ້ ແລະ ຍັງມີຄຸນປະໂຫຍດດີໆໃນການກິນອາຫານເຊົ້າມາຝາກ ຈະມີຄຸນປະໂຫຍດຢ່າງໃດແດ່ ລອງມາເບິ່ງໄດ້ເລີຍ…

  • ກະຕຸ້ນຈິດໃຈໃຫ້ແຈ່ມໃສ-ມີຄວາມຈື່ຈຳດີ

    ການວິໄຈຂອງ  National Weight Control Registry ພົບວ່າ 78% ຂອງຄົນທີ່ຫຼຸດນ້ຳໜັກໄດ້ມັກຈະເປັນຄົນທີ່ກິນອາຫານເຊົ້າຫຼັງຕື່ນນອນບໍ່ເກີນ 1 ຊົ່ວໂມງ ເຊິ່ງນອກຈາກຈະເປັນຜົນປະໂຫຍດເລຶ່ອງຫຼຸດຄວາມຕຸ້ຍແລ້ວຜົນການວິໄຈພົບອີກວ່າ ຄົນທີ່ກິນອາຫານເຊົ້າຫຼັງຕື່ນນອນ 1 ຊົ່ວໂມງມີທ່າອ່ຽງອາລົມແຈ່ມໃສ ຈິດໃຈເບີກບານ ລວມທັງມີທັກສະການຮຽນຮູ້ ແລະ ຈື່ຈຳໄດ້ດີຂຶ້ນກວ່າປົກກະຕິນຳອີກ ແລະ ຊ່ວຍໃຫ້ມີສຸຂະພາບທີ່ແຂງແຮງ ບໍ່ເຈັບບໍ່ໄຂ້ໄດ້ງ່າຍ ແຖມຍັງຊ່ວຍໃຫ້ຫຼຸດນ້ຳໜັກໄດ້ງ່າຍຂຶ້ນອີກດ້ວຍ

 

 

  • ຊ່ວຍຫຼຸດນ້ຳໜັກໄດ້ດີ

ການກິນອາຫານເຊົ້າໃນຊົ່ວໂມງທຳອິດຂອງການຕື່ນນອນຈະຊ່ວຍຄວບຄຸມລະດັບນ້ຳຕານໃນເລືອດໃຫ້ເປັນປົກກະຕິ ໃນເວລາດຽວກັນນ້ຳຕານໃນເລືອດຈະຊ່ວຍປຸກລະບົບເຜົາຜານໃຫ້ຕື່ນມາເຮັດວຽກດ້ວຍຄວາມດຸໝັ່ນແຂງແຮງໄປໄດ້ໝົດມື້

ແຕ່ຖ້າທ່ານອົດອາຫານເຊົ້າ ລະດັບນ້ຳຕານໃນເລືອດທີ່ຢູ່ໃນລະດັບຕ່ຳຕັ້ງແຕ່ຕອນຕື່ນນອນຈະເຮັດໃຫ້ທ່ານຫວັ່ນໄຫວໄປກັບອາການແຄລໍລີ່ສູງ ແລະ ນ້ຳຫວານໄດ້ງ່າຍຂຶ້ນ ດັ່ງນັ້ນໃຜທີ່ຢາກຫຼຸດນ້ຳໜັກຄວນກິນອາຫານເຊົ້າຫຼັງຈາກຕື່ນນອນປະມານ 1 ຊົ່ວໂມງເດີ້.

 

ແບ່ງປັນ