Breaking News

ໂລກຂອງຂ້ອຍ ໂລກບາບີ້

ແບ່ງປັນ

ນາງ ປີຍະມາດ ພູນປະເສີດ ( ບາບີ້ )

ສະຖານະພາບ : ໂສດ

ການສຶກສາ ຈົບຈາກ ມະຫາວິທະຍາໄລແຫ່ງຊາດ ຄະນະ ເສດຖະສາດ – ບໍລິຫານທຸລະກິດທົ່ວໄປ

Cover Page

ສາວ Hot ທີ່ມີທັງຄວາມໜ້າຮັກສົດໃສ ແລະ ມີຜົນງານທີ່ໂດດເດັ່ນໃນວົງການບັນເທີງມາຫຼາຍປີຕັ້ງແຕ່ເປັນສາວນ້ອຍ ຈົນດຽວນີ້ເປັນສາວເຕັມຕົວ ແລະ ເປັນທີ່ໝາຍປອງຂອງຊາຍໜຸ່ມຫຼາຍຄົນ ແຕ່ກໍ່ຕ້ອງອົກຫັກດັງປ້ຽງໄປພ້ອມໆກັນ ເພາະສາວຫວານ ຄົນງາມຕ້ອງມີເຈົ້າຂອງຫົວໃຈແນ່ນອນ ທີ່ມານັ່ງເຝົ້າເອົາອົກເອົາໃຈບໍ່ໃຫ້ພາດສາຍຕາ ກັບໜຸ່ມນັກຮ້ອງດັງ ລະດັບ ໂຕພໍ່ເພງແລັບລາວ ຂັ້ນເທບ ທີ່ບໍ່ມີໃຜບໍ່ຮູ້ຈັກ ແລະ ຄວາມດັງກໍ່ຕ້ອງມາ ພ້ອມຂ່າວດ້ານບວກ ແລະ ດ້ານລົບຄຽງຄູ່ກັນໄປ

ສະນັ້ນ ສາວບາບີ້ຄົນງາມ ນອກຈາກຈະມາຖ່າຍ ແບບຕຸກກະຕາສາວໃນວາລະສານຂວັນໃຈສະບັບນີ້ແລ້ວ ຍັງຈະມາເຄຍປະເດັນທີ່ຫຼາຍຄົນ ເມົ້າມອຍໃນໂລກອອນລາຍໜາຫູກັບຫຼາຍໆປະເດັນ ດັ່ງນັ້ນເພື່ອບໍ່ເປັນການຊັກຊ້າເສຍເວລາເຮົາມາພົບກັບການຖ່າາຍແບບງາມໆຂອງສາວບາບີ້ພ້ອມຄໍາຕອບໃນປະເດັນຮ້ອນໆກັນເລີຍ:

  1. ສະບາຍດີສາວງາມຊ່ວຍແນະນຳຕົວເອງໃຫ້ຜູ້ອ່ານໄດ້ຮູ້ຊື່ສຽງຮຽງນາມອີກຈັກບາດໜຶ່ງ ?

ໂດຍ! ສະບາຍດີບາບີ້ເດີ້ຫຼືນາງປີຍະມາດ ພູນປະເສີດ , ປັດຈຸບັນກໍາລັງສຶກສາຢູ່ທີ່ ມະຫາວິທະຍາໄລແຫ່ງຊາດ ຄະນະເສດຖະສາດ-ບໍລິຫານທຸລະກິດ ພາກວິຊາບໍລິຫານທຸລະກິດທົ່ວໄປ  ປີສຸດທ້າຍແລ້ວ ແລະ ກຳລັງຫັກໂຫມເລື່ອງຂຽນບົດຈົບ.

  1. ເຂົ້າປະເດັນເລີຍນໍ້ກັບຂ່າວເປັນກິກອ້າຍເຈ້ຍແບບນີ້ວ່າທີ່ພັນລະຍາຂອງລາວບໍ່ວ່າຫຍັງບໍ່?

ນ້ອງໄດ້ຍິນກະຍັງຕົກໃຈ 55555 ຢາກຫົວຊໍ້າກັບຂ່າວນີ້ ເພາະບໍ່ແມ່ນຄວາມຈິງເລີຍ ບາບີ້ຄິດວ່າຕ້ອງເປັນເລື່ອງເຂົ້າໃຈຜິດກັນແນ່ນອນ ເພາະຜູ້ຊາຍທີ່ມັກໄປກັບບາບີ້ທຸກຄັ້ງ ທີ່ຄອຍເບິ່ງແຍງເອົາໃຈໃສ່ເທັກແຄ ຈະມີລັກສະນະຄ້າຍໆອ້າຍເຈ້ຍ ປາຊີຟິກ. ສະນັ້ນ, ບາງຄົນບໍ່ຮູ້ ກະຄິດວ່າແມ່ນອ້າຍເຈ້ຍ ແລະເກີດຄວາມເຂົ້າໃຈຜິດຫຼາຍກວ່າ ແຕ່ຖ້າຄິດວ່າແມ່ນອ້າຍເຈ້ຍ ນ້ອງກະບໍ່ພໍໃຈເພາະນ້ອງກະຢ້ານແຟນລາວສິເຂົ້າໃຈຜິດ.

  1. ສະຫລຸບວ່າຜູ້ຊາຍຄົນນັ້ນບັງເອີນຄືເຈ້ຍນໍ້ ? ແລະຜູ້ຊາຍຄົນນັ້ນແມ່ນໃຜຕອບດ່ວນ ?

ຕອນນີ້ຍັງເວົ້າບໍ່ໄດ້ເຕັມປາກວ່າ “ແຟນ”ເພາະຍັງສຶກສາເບິ່ງໃຈກັນຢູ່ແລະເປັນຄົນທີ່ເບິ່ງແຍງຄອຍເອົາໃຈໃສ່ແລະເຂົ້າໃຈກັນທີ່ສຸດໃນຕອນນີ້

  1. ສະຫລຸບວ່າເປັນຫວານໃຈຕົວຈິງແລະເປັນນັກຮ້ອງແລ໋ບຊື່ດັງລະດັບຕຳນານ ?

ສິວ່າຫວານໃຈກະຄົງຈະແມ່ນເພາະເຮັດໃຫ້ຫົວໃຈກະຊຸ່ມກະຊວຍຕະຫຼອດສິວ່າເປັນນັກຮ້ອງແລ໋ບຊື່ດັງລະດັບຕຳນານກໍ່ຄົງແມ່ນເພາະດັງດົນນານມາແລ້ວHiiiiເວົ້າຢອກເດີ້ຈະເປັນໃຜຕ້ອງໃຫ້ທຸກຄົນເດົາເອົາບໍ່ແມ່ນອ້າຍເຈ້ຍປາຊີຟິກກະແລ້ວກັນHaaaaaaa ^_^

  1. ເປັນຄົນງາມເລືອກໄດ້ແບບນີ້ຕັ້ງເລືອກສະເປັກແບບຜິວດຳສູງໃຫຍ່ຮ້ອງເພງແລ໋ບບໍ່?

555555 ຄວາມຈິງແລ້ວບໍ່ມີສິດເລືອກເພາະສ່ວນຫຼາຍບາບີ້ຈະບໍ່ຄ່ອຍເນັ້ນເລື່ອງໜ້າຕາເພາະສິໜ້າຕາດີຂະໜາດໃດຄັນບໍ່ເຂົ້າໃຈກັນກໍ່ຢູ່ນໍາກັນບໍ່ໄດ້.ສະນັ້ນ, ຈະເລືອກທີ່ເຂົ້າໃຈກັນແລະເວລາຢູ່ນໍາແລ້ວມີຄວາມສຸກຄອຍເບິ່ງແຍງເທັກແຄແລະເອົາໃຈໃສ່ເຊິ່ງກັນແລະກັນແບບນີ້ກໍ່ໂອເຄແລ້ວ.

  1. ຖາມເລື່ອງຫົວໃຈໄປຫຼາຍແລ້ວຂໍເຈາະເລື່ອງວຽກງານຜ່ານມາ ?

ຜ່ານມາກໍ່ໄດ້ເຮັດຫຼາຍຢ່າງທີ່ທ້າທາຍໃນວົງການບັນເທີງເຊັ່ນ: ການຮ້ອງເພງ, ການຖ່າຍແບບ, ເດີນແບບ, ເປັນນາງເອກMV ແລະຫລ້າສຸດກັບບົດບາດການສະແດງຮູບເງົາ ຊຶ່ງໃນໄວໆນີ້ກໍ່ຈະໄດ້ສະແດງຮູບເງົາ ຫົງຫາມເຕົ່າເປັນໜັງໃໝ່ຂອງອ້າຍເຈ້ຍປາຊີຟິກຖ້າຕິດຕາມໄວໆນີ້ແນ່ນອນ .

  1. ຍ້ອນວຽກງານຫຼາຍມາພ້ອມກັບຊື່ສຽງຈຶ່ງເຮັດໃຫ້ເລືອກຮັບວຽກຫຼາຍຂຶ້ນຕາມຂ່າວວ່າມາ?

ຄວາມຈິງບໍ່ແມ່ນເລີຍທີ່ບາບີ້ບໍ່ຄ່ອຍໄດ້ຮັບວຽກຜ່ານມາ 3 ຫາ 4 ເດືອນບໍ່ແມ່ນເລືອກວຽກໄດ໋ ມີວຽກບາບີ້ແຮ່ງດີໃຈສຸດໆແຕ່ດ້ວຍຄວາມຮັບຜິດຊອບໃນເລື່ອງຂອງການຮຽນປີສຸດທ້າຍແລ້ວຕ້ອງເຮັດບົດດັ່ງນັ້ນຈຶ່ງທຸ້ມເທເວລາໃຫ້ກັບການຂຽນບົດຈຶ່ງບໍ່ມີເວລາຮັບວຽກເພີ່ມເປັນປົກກະຕິສະນັ້ນວຽກວົງການບັນເທິງເປັນວຽກທີ່ຮັກບາບີ້ຈະບໍ່ຫລີກລ່ຽງວຽກທີ່ເຮົາຮັກເດັດຂາດ.

  1. ບາດນີ້ເລື່ອງຄ່າໂຕທີ່ແພງຂຶ້ນເອົາຕາມຂ່າວທີ່ອອກມາ?

ອັນນີ້ແຮ່ງບໍ່ແມ່ນເລີຍເພາະຄ່າໂຕບໍ່ໄດ້ແພງບໍ່ໄດ້ຂຶ້ນອີກພຽງແຕ່ທາງຜູ້ຈັດການຈະເປັນຄົນຮັບວຽກໂດຍເບິ່ງຕາມຄວາມເໝາະສົມແລະຈະມີຄ່າແຮງຕາມວຽກງານທີ່ເຮົາເຮັດເທົ່ານັ້ນບໍ່ໄດ້ແພງເວີ້ວັງຢ່າງທີ່ຄິດ.

  1. ເລື່ອງສັນຍາກຳໃບໜ້າກ້າເວົ້າບໍ່?

ແນ່ນອນເພາະຄວາມຈິງກະຄືຄວາມຈິງມີແຕ່ຄົນມາຖາມແລະເວົ້າວ່າບາບີ້ໄປອັບໜ້າມາໝົດຜິວກະໄປເຮັດມາແຕ່ຂໍແກ້ຂ່າວໃນນະທີ່ນີ້ເລີຍວ່າໝົດເນື້ອໝົດຕົວແມ່ນບໍ່ໄດ້ເຮັດສັນຍາກຳທຳມະຊາດລ້ວນໆຍົກເວັັ້ນເດີ້ແມ່ນດັງທີ່ໄປເສີມມາເພື່ອຄວາມງາມໃຫ້ເຂົ້າຮູບໜ້າກາຍນັ້ນພໍ່ແມ່ໃຫ້ມາລ້ວນໆ.

  1. ບາດນີ້ມາເວົ້າເລື່ອງການຖ່າຍແບບທີ່ແບບວ່າລຸ້ນເຫຼັກເຂົ້າໝ້ຽງເລີຍ ?

ແມ່ນແລ້ວ555555 ເຫັນພາບອອກມາສວຍງາມແມ່ນ Art ແຕ່ເບື້ອງຫຼັງແມ່ນເປັນສາງເກັບເສດເຫຼັກເຂົ້າໝ້ຽງຫຼາຍເຕີບສະໄໝຝຣັ່ງເກົ່າພຸ້ນນ່າບາບີ້ຈົນຢ້ານເປັນເຕຕາໂນດ 555555 ເວົ້າຢອກເດີ້ແຕ່ຄວາມຈິງແລ້ວມັກສະຖານທີ່ແບບນີ້ໃນການຖ່າຍແບບເພາະພາບອອກມາສວຍງາມຫຼາຍແລະທີມງານກໍ່ຊ່ວຍກັນກະຕຸ້ນອາລົມໃນການຖ່າຍໃຫ້ເຂົ້າກັບສະຖານທີ່ໄດ້ດີຫຼາຍໄດ້ປະສົບການໃໝ່ທີ່ທ້າທາຍດີ.

11. ຄົນຮູ້ໃຈນັ່ງເຝົ້າເອົາໃຈຕິດຂອບກອງຖ່າຍແບບນີ້ມີຄາຖາວິເສດຫຍັງບໍ່?

5555555 ໃສ່ສະເໜຫວາ ? ຖ້າເປັນຄວາມຮັກແບບນັ້ນຄົງບໍ່ຢາກໄດ້ມາເພາະເປັນຄວາມຫຼົງໃຫຼໃນສະເໜ່ຫາຊື່ໆແຕ່ຄວາມຈິງແລ້ວຢູ່ທີ່ຄວາມຈິງໃຈແລະຄວາມຫວານທີ່ຄອຍເຕີມລົງໄປຕະຫຼອດຈຶ່ງເຮັດໃຫ້ຄົນຮູ້ໃຈຢາກຢູ່ໃກ້ແບບນີ້Hiiiiiiii ^.^

  1. ສຸດທ້າຍຊ່ວຍຝາກຜົນງານກັບຜູ້ຕັ້ງໃຈອ່ານຈົນຈົບແດ່?

ໂດຍ ! ຂອບໃຈຫຼາຍໆເດີ້ທີ່ອ່ານເລື່ອງລາວຂອງບາບີ້ຈົນຈົບແລະຂໍຝາກຜົນງານການຖ່າຍແບບໃນຄັ້ງນີ້ທີ່ສຳຄັນໃນໄວໆນີ້ຈະມີຜົນງານການຖ່າຍຮູບເງົາຫົງຫາມເຕົ່າຂອງອ້າຍເຈ້ຍປາຊີຟິກແລະໜັງເອລາວັນແບບເຕັມໆໃນປີໜ້າຊ່ວຍຕິດຕາມຜົນງານຂອງບາບີ້ທຸກໆຜົນງານແນ່ເດີ້ຈຸບຈຸບ ^_^

 

03

04

05

06

ແບ່ງປັນ