Breaking News

ອີກມຸມໜຶ່ງຂອງຕາດກວາງຊີ ທີ່ບໍ່ເຄີຍເຫັນຈາກໃສມາກ່ອນ

ແບ່ງປັນ

ແຟນໆຂວັນໃຈ ມື້ນີ້ ທີມງານເວັບໄຊຂວັນໃຈ ຈະມາແນະນໍາສະຖານທີ່ທ່ອງທ່ຽວ ອີກແຫ່ງຂອງແຂວງຫຼວງພຣະບາງ ນັ້ນກໍຄື: ນໍ້າຕົກຕາດກວາງຊີ ຕັ້ງຢູ່ເຂດບ້ານທ່າແປ້ນ ຫ່າງຈາກຕົວເມືອງປະມານ 25 ກິໂລແມັດ. ຕາດນີ້ເປັນນໍ້າຕົກຕາດ ຫີນປູນເຊິ່ງມີຄວາມສູງປະມານ 80 ແມັດ ຫຼຸດລົງມາເປັນຊັ້ນໆ ໂດຍມີປ່າໄມ້ທີ່ອຸດົມສົມບູນອ້ອມຮອບ. ຄວາມສວຍສົດງົດງາມຂອງນໍ້າຕົກຕາດທີ່ມີສີຂຽວມໍລະກົດ ບວກັບປ່າໄມ້ຂຽວອຸ່ມທຸ່ມໄດ້ສ້າງຄວາມປະທັບໃຈໃຫ້ແກ່ຜູ້ທີ່ມາຢ້ຽມຢາມນໍ້າຕົກຕາດແຫ່ງແຫ່ງນີ້. ຢູ່ຕາມທາງຍ່າງເຂົ້າໄປເບື້ອງຂວາກ່ອນຈະຮອດຕົວຕາດ ຈະໄດ້ພົບກັບວັງນໍ້າສີຂຽວງາມຫຼາຍວັງ ແລະ ມີບາງວັງທີ່ສາມາດລົງຫຼິ້ນໄດ້ ເຊິ່ງຈະສ້າງຄວາມຮູ້ສຶກສົດຊື່ນເຢັນສະບາຍ ແລະ ສໍາຜັດໄດ້ເຖິງທໍາມະຊາດແທ້ໆ.

ນອກຈາກນັ້ນແລ້ວ ຖ້າທ່ານໃດມັກຮັກການປະຈົນໄພ ແລະ ຄວາມແປກໃໝ່, ທ່ານສາມາດເດີນທາງມາຕາດກວາງຊີໄດ້ ໂດຍການຍ່າງປ່າຕາມເສັ້ນທາງຍ່າງ ເລີ່ມຈາກເຂດບ້ານລ້ອງເລົາໄປຫາບໍລິເວນນໍ້າຕົກຕາດກວາງຊີ ໂດຍໃຊ້ເວລາປະມານ 3-4 ຊົ່ວໂມງ. ການຍ່າງປ່າດັ່ງກ່າວເປັນກິດຈະກໍາໜຶ່ງຂອງການທ່ອງທ່ຽວແບບອະນຸຮັກ ປະຊາຊົນມີສ່ວນຮ່ວມເຊິ່ງທ່ານຈະໄດ້ເຫັນວິຖີຊີວິດຂອງ ຊົນເຜົ່າມົ້ງ ພ້ອມທັງຄວາມງົດງາມຂອງທໍາມະຊາດຕາມເສັ້ນທາງກ່ອນຈະຮອດຕາດກວາງຊີອີກດ້ວຍ. ຕາດກວາງຊີເປີດໃຫ້ບໍລິການທຸກມື້ເວລາ 8:00 – 17:30 ໂມງ

Looking up towards the main waterfalls at Kuang Si, just outside of Luang Prabang, Laos

ຂໍ້ມູນ: ກົມໂຄສະນາການທ່ອງທ່ຽວ

ຮູບພາບ: ຮາບພາບປະເທດລາວ

ແບ່ງປັນ