Breaking News

22-31 ພຶດສະພານີ້ ປິ່ນປົວໄຟໄໝ້-ນໍ້າຮ້ອນ ບໍ່ເສຍຄ່າທີ່ ແຂງຈໍາປາສັກ

ແບ່ງປັນ

22-31 ພຶດສະພານີ້ ປິ່ນປົວໄຟໄໝ້-ນໍ້າຮ້ອນ ບໍ່ເສຍຄ່າທີ່ ແຂງຈໍາປາສັກ

ຜູ້ອຳນວຍການໂຮງໝໍມະໂຫສົດ ຂໍແຈ້ງຂ່າວມາຍັງພີ່ນ້ອງພໍ່ແມ່ປະຊາຊົນຮູ້ວ່າ: ທີມແພດຜ່າຕັດໂຮງໝໍມະໂຫສົດ ຈະລົງຜ່າຕັດແຜໄຟໄໝ້-ນ້ຳຮ້ອນລວກ ແລະ ຜ່າຕັດປົວແປງອື່ນໆ (ໂດຍບໍ່ເສຍຄ່າປິ່ນປົວ) ຢູ່ທີ່ໂຮງໝໍແຂວງຈຳປາສັກ ໃນລະຫວ່າງວັນທີ 22-31 ພຶດສະພາ 2017.

ກິດຈະກໍາດັ່ງກ່າວ ແມ່ນໄດ້ຮັບການສະໜັບສະໜູນໂດຍອົງການ Interplast Australia–New–Zealand.

ໝາຍເຫດ: ການລົງທະບຽນ, ກວດຄົນເຈັບ ແລະ ເຂົ້າແຜນຜ່າຕັດແມ່ນວັນທີ 22 ພຶດສະພາ 2017, ເວລາ 8:00 ໂມງ ເປັນຕົ້ນໄປ.

ຕິດຕໍ່ພົວພັນ: ທ່ານໝໍ ວັນເພັງ ນໍລະສິງ ໂທ: 020 5560 9415, ທ່ານ ອຸດອນໄຊ ຫຼ້າດວງພັນ ໂທ: 020 5580 9090, 021 214 018 ແຟັກ: 021 214020. ຂອບໃຈ: ລາວໂພສ

ແບ່ງປັນ