Breaking News

Kára McCullough ສາວງາມຜູ້ພິຊິດຕຳແໜ່ງ Miss USA 2017

ແບ່ງປັນ

ປະກາດຜົນກັນເປັນທີ່ຮຽບຮ້ອຍສຳລັບການປະກວດ Miss USA ປະຈຳປີ 2017 ແລະ ສາວງາມຜູ້ທີ່ພິສິດມົງກຸດໃນປີນີ້ກໍຄື Kára McCullough ອາຍຸ 25 ປີ ມີລວງສູງ 1,78 cm, ເຊິ່ງ Kára ເປັນຕົວແທນສາວງາມທີ່ມາຈາກ District Of Columbia USA 2017 ແລະ ນາງກໍສາມາດເອົາຊະນະໃຈກຳມະການ ແລະ ຜູ້ຊົມດ້ວຍການຄວ້າມົງກຸດອັນຊົງກຽດ Miss USA 2017 ໄປຄອງໄດ້ສຳເລັດ.

ສຳລັບ Kára McCullough ຈົບການສຶກສາຈາກ ມະຫາວິທະຍາໄລໃນ South Carolina ໃນລະດັບປະລິນຍາຕີ ສາຂາເຄມີສາດ, ເຊິ່ງປັດຈຸບັນ Kára  ກໍໄດ້ເຮັດວຽກເປັນນັກວິທະຍາສາດຢູ່ທີ່ (US.NRC) ແລະ ນອກຈາກນັ້ນນາງຍັງເປັນອາຈານສອນພິເສດໃນວິຊາເຄມີໃຫ້ແກ່ເດັກນ້ອຍອີກດ້ວຍ ແບບວ່າທັງງາມທັງເກັ່ງສົມກັບທີ່ໄດ້ລາງວັນແທ້ໆ.

ມາເບິ່ງຮູບ Kára McCullough  Miss USA 2017 ຄົນນີ້ກັນໄດ້ເລີຍ!!!

ມີຄລິບມາຝາກທຸກໆຄົນອີກເດີ້…

Miss USA 2017 is District of Columbia

Relive the moment when dreams became reality. #MissUSA 2017 is Kára McCullough from D.C.!

Miss USAさんの投稿 2017年5月14日(日)

 

via: Miss USA

ແບ່ງປັນ