Breaking News

ຈື່ໄດ້ບໍ່ນໍ? ຕອນ Superstar ອໍ້າ ພັດຊະຣາພາ ມາບ້ານເຮົາເພິ່ນກໍບໍ່ພາດທີ່ຈະໃສ່ຊຸດໄໝລາວ!!!

ແບ່ງປັນ

ມີໃຜຈື່ໄດ້ແນ່ໃຫ້ຍົກມືຂຶ້ນໄວໆ? ບໍ່ຮູ້ວ່າຈະມີແຟນໆຄົນໃດຈື່ຄືກັບ ຊະນີIndy ແນ່ບໍ່ນໍ (ຫຸຫຸ)…ເມື່ອຕອນທີ່ Superstar ອໍ້າ ພັດຊະຣາພາ ໄຊເຊື້ອ ດາລາໝາຍເລກ 1 ຂອງປະເທດເພື່ອນບ້ານໄດ້ມາລາວໃນຊ່ວງຕົ້ນປີ 2017 ທີ່ຜ່ານມານັ້ນນາງກໍບໍ່ພາດທີ່ຈະນຸ່ງຊຸດໄໝລາວຈົນສ້າງຄວາມຮືຮາໄປທົ່ວປະເທດ,  ເອື້ອຍ ອໍ້າ ເພິ່ນກໍງາມຢູ່ແລ້ວ ແລະ ຍິ່ງໄດ້ໃສ່ຊຸດໄໝລາວເຂົ້າໄປອີກກໍຍິ່ງເບິ່ງຍິ່ງງາມ… ແບບນີ້ບົ່ງບອກເຖິງເອກະລັກປະເພນີລາວທີ່ງົດງາມ ເພາະຄົນດັງໆຢ່າງ Superstar ອໍ້າ ພັດຊະຣາພາ ກໍຍັງບໍ່ພາດທີ່ນຸ່ງ ແລະ ທີ່ເດັດໄປກວ່ານັ້ນນາງຍັງນຸ່ງຊຸດໄໝລາວກັບປະເທດຈົນສ້າງປະກົດການເປັນຂ່າວດັງຢ່າງຄຶກໂຄມ…

ປະເພນີລາວ ເອກະລັກແບບລາວໆ ເປັນສິ່ງທີ່ງົດງາມ Superstar ອໍ້າ ພັດຊະຣາພາ ກໍຍັງຫຼົງໄຫຼມາແລ້ວ, ເຮົາເປັນຄົນລາວກໍຄວນອະນຸລັກຮັກສາໄວ້ເດີ້ ເພາະເອກະລັກທີ່ເຮົາມີເປັນສິ່ງທີ່ງົດງາມຫຼາຍ.

#ແຊຣວົນໄປໃຫ້ໂລກຮູ້ວ່າລາວເຮົາມີດີ

ຂໍຂອບໃຂຮູບພາບ:  aum_patchrapa , saykeo_sayfon

ແບ່ງປັນ