Breaking News

ເລືອກວຽກທຳອິດໃຫ້ ເໝາະສຳລັບຕົນເອງ.

ແບ່ງປັນ

ນັກສຶກສາຈົບໃໝ່ຫຼາຍຄົນອາດຊອກວຽກທີ່ຕົນເອງຮັກ ແລະ ຢາກເຮັດໄດ້ແລ້ວ ແຕ່ກໍ່ມີຈຳນວນບໍ່ໜ້ອຍທີ່ຍັງບໍ່ຮູ້ວ່າຕົວເອງຢາກເຮັດຫຍັງ ວຽກໃດຈະເປັນວຽກທຳອິດໃນຊີວິດທີ່ມັກ ທັງເໝາະສົມສຳລັບຕົວເອງ ເຊິ່ງວາລະສານຂວັນໃຈສະບັບນີ້ ມີເຄັດລັບສັ້ນໆ ໃຫ້ນ້ອງໆເອົາໄປໄວ້ອ່ານເປັນຄູ່ມືໃນການເລືອກວຽກທຳອິດສຳລັບເຮົາ ເພື່ອຈະໄດ້ເລີ່ມຊີວິດການເປັນຜູ້ໃຫຍ່ເຕັມຕົວໄດ້ຢ່າງສົດໃສ ແລະ ເລີ່ມຕົ້ນອາຊີບພະນັກງານ.

ທຳອິດ ເຮົາຕ້ອງ “ຮູ້ຈັກຕົວເອງ” ການຄົ້ນຫາຕົວເອງອາດເລີ່ມຈາກສິ່ງທີ່ເຮົາມັກເຮັດ ເວລາເຮັດແລ້ວມີຄວາມສຸກ ແລ້ວລອງປ່ຽນສິ່ງທີ່ມັກໃຫ້ເປັນວຽກ ຫຼື ຫາວຽກຈາກສິ່ງທີ່ເຮົາມັກເຮັດນັ້ນ.

ຕໍ່ມາ “ຊອກແຮງບັນດານໃຈໃນການເຮັດວຽກ” ອາດເປັນວຽກທີ່ສ້າງຜົນປະໂຫຍດໃຫ້ກັບຕົວເຮົາໄດ້ ແລະ ສັງຄົມ ເປັນວຽກທີ່ເຮັດແລ້ວເຮົາຮູ້ສຶກດີ ວຽກນັ້ນກໍຈະເປັນວຽກທີ່ເໝາະສຳລັບເຮົາໃນກ້າວທຳອິດ.

ສິ່ງສຳຄັນເຮົາຕ້ອງ “ເລືອກວຽກທີ່ເຮົາຖະນັດ” ເວລາເຮັດວຽກເຮົາຈະຮູ້ສຶກວ່າບໍ່ຕ້ອງຝືນ ແລະ ບໍ່ຕ້ອງໃຊ້ຄວາມພະຍາຍາມຢ່າງໜັກ ຫຼື ບໍ່ຕ້ອງໃຊ້ເວລາໃນການເຮັດວຽກຢ່າງຫຼາຍ ເພື່ອເຮັດໃຫ້ຜົນງານສຳເລັດແຕ່ລະອັນ ການເຮັດວຽກຈະເປັນໄປຢ່າງລຽບງ່າຍໄວວາ.

ເຮົາຄວນ “ເຮັດວຽກພິເສດທີ່ຫຼາກຫຼາຍກ່ອນສະໝັກວຽກແທ້” ການໄດ້ທົດລອງເຮັດວຽກພິເສດ ຫຼື ຝຶກງານຕາມສະຖານທີ່ຕ່າງໆ ຈະເຮັດໃຫ້ເຮົາຮູ້ຈັກຕົວເອງໄດ້ຈະແຈ້ງ ແລະ ໄວຂຶ້ນຈາກປະສົບການວ່າ ຕ້ອງການເຮັດວຽກຫຍັງ ວຽກຫຍັງທີ່ແມ່ນສຳລັບເຮົາ

ສິ່ງທີ່ຂາດບໍ່ໄດ້ຄືເຮົາຕ້ອງ “ຄົ້ນຫາຂໍ້ມູນກ່ຽວກັບອາຊີບທີ່ຫຼາກຫຼາຍ” ການຄົ້ນຫາຂໍ້ມູນ ແລະ ສຶກສາກ່ຽວກັບອາຊີບທີ່ຫຼາກຫຼາຍໃນອົງການຕ່າງໆ ຈະເຮັດໃຫ້ເຮົາໄດ້ຂໍ້ມູນປະກອບການຕັດສິນໃຈໃນການເລືອກວຽກທຳອິດທີ່ເໝາະສົມກັບຄວາມມັກ ຮູ້ເຖິງຄວາມແຕກຕ່າງຂອງແຕ່ລະອາຊີບ ເພື່ອສະດວກໃນການເລືອກວຽກທຳອິດທີ່ກົງກັບຄວາມຕ້ອງການຂອງເຮົາໄດ້ງ່າຍຂຶ້ນ

ສຸດທ້າຍເຮົາຄວນ “ວາງເປົ້າໝາຍໃນການເຮັດວຽກ” ລອງໃຊ້ເວລາຕອນວັນພັກ ນັ່ງວາງແຜນເປົ້າໝາຍໃນການເຮັດວຽກຂອງນ້ອງໆວ່າ ໃນອີກ 5 ປີ ຫຼື 10 ປີ ເຮົາຢາກເຫັນຕົວເຮົາເປັນແນວໃດ ເຮັດຫຍັງ ມີຄວາມສຸກກັບຫຍັງ ອາດນັ່ງວາດພາບຕົວເຮົາໃນອະ ນາຄົດກັບວຽກທີ່ເຮົາຢາກເຮັດ ຫຼື ອາດຈະລອງຂຽນ ແຕ້ມຮູບ ຫຼື ເຮັດແຜນການຊີວິດຕົວເອງເບິ່ງກໍໄດ້ ເມື່ອເຮົາມີເປົ້າໝາຍທີ່ ຊັດເຈນວ່າ ຢາກຈະເລີນເຕີບໃຫຍ່ໃນໜ້າທີ່ການງານຫຍັງ? ແລ້ວແຜນທີ່ເຮົາວາງໄວ້ຈະເຮັດໃຫ້ເຮົາເລືອກວຽກທຳອິດໄດ້ງ່າຍຂຶ້ນ ແລະ ຕອບໂຈດຄວາມຕ້ອງການຂອງຊີວິດເຮົາໄດ້ຢ່າງຈະແຈ້ງ.

ແບ່ງປັນ