Breaking News

6 ເທຣນສີຜົມຕ້ອນຮັບລະດູຮ້ອນ.

ແບ່ງປັນ

ເຂົາວ່າກັນວ່າ“ ຖ້າຢາກປ່ຽນຕົນເອງໃຫ້ເລີ່ມຕົ້ນທີ່ສີຜົມ ”ບອກໄດ້ເລີຍວ່າເຫັນໄດ້ 100% ເລີຍເພາະສີຜົມນີ້ແຫລະເປັນຕົວກໍານົດລຸກຂອງເຮົາໄດ້ ແຕ່ຈະຖືກກາລະເທສະບໍ່ກໍອີກເລື່ອງໜຶ່ງ ແລະ ຢ່າຊັກຊ້າເພາະ ວາລະສານຂັວນໃຈ ກໍມີເທຣນສີຜົມປີ 2016 ມາບອກດັ່ງລຸ່ມນີ້:

14

  1. Go GREY.

ໃຜວ່າສີຂີ້ເຖົ່າເຮັດແລ້ວເຖົ້າ ມັນບໍ່ແມ່ນເລື່ອງຈິງເລີຍ ເພາະສາວໆຫຼາຍປະເທດກໍຫັນປ່ຽນສີຜົມເປັນສີຂີ້ເຖົ່າກັນແລ້ວ ສາວໆຄົນໃດທີ່ຢາກເຮັດສີຜົມນີ້ຢ່າຊັກຊ້າລອງເຮັດໄດ້ເລີຍ.

15

  1. Golden BROWN.

ສີນໍ້າຕານທອງເປັນອີກສີໜຶ່ງທີ່ສາວໆນິຍົມປ່ຽນກັນ ເພາະນອກຈາກຈະຊ່ວຍເພີ່ມແບບໃຫ້ເບິ່ງເກ໋ ແລະ ເບິ່ງເປັນສາວຫ້າວຂຶ້ນມາອີກລະດັບໜຶ່ງແລ້ວຍັງຊ່ວຍໃຫ້ໃບໜ້າແຈ່ມໃສຂຶ້ນອີກດ້ວຍ.

16

  1. Ash Grey.

ສີທີ່ສາວໆຫຼາຍຄົນຢາກເຮັດ ບາງເທື່ອກໍລັງເລວ່າເຮັດແລ້ວຈະຄືບໍ? ຖ້າຢາກຈະງາມຕ້ອງໄປໃຫ້ສຸດທາງ ຈັດໄປເລີຍສີAsh Greyປ່ຽນລຸກຂອງທ່ານຮັບ ລະດູຮ້ອນແນ່ນອນ.

17

  1. Rose Gold.
    ຖືໄດ້ວ່າເປັນສີມາແຮງອີກສີໜຶ່ງທີ່ດັງລະເບີດຂ້າມປີມາຈາກປີທີ່ຜ່ານມາເປັນສີທອງອົມບົວທີ່ມີໃຫ້ເລືອກຫຼາຍລະດັບ ທັງບົວເກືອບທັງໝົດ ຫຼື ຈະສີ Blonde ແລ້ວໃສ່ປາຍຜົມສີບົວກໍໄດ້ຄືກັນ.

5. Dirty Blonde.

ເປັນອີກໜຶ່ງສີທີ່ຂາດບໍ່ໄດ້ປະຈໍາປີນີ້ຄືສີ Blonde ສີຜົມປາບຊຽນສໍາລັບສາວໆ ແຕ່ໃຜຈະວ່າຮຽນແບບສາວຝຣັ່ງກໍຢ່າໄປສົນ.

  1. Play in Pastel.

ມາເຖິງສີສຸດທ້າຍທີ່ຫຼາຍຄົນຕ້ອງການ ແລະ ເໝາະສົມສໍາລັບລະດູຮ້ອນຫຼາຍຄືສີ pastel ທີ່ມີໃຫ້ເລືອກຫຼາຍທັງສີມ່ວງ, ສີຂຽວ, ສີບົວ ຫຼື ແມ່ນແຕ່ສີ rainbow.

ແບ່ງປັນ