Breaking News

ອາຫານແລງມື້ນີ້! ຂໍແນາະນຳແກງລວມເຫັດໃສ່ຜັກຂະ

ແບ່ງປັນ

ແກງເຫັດລວມ ຖືວ່າເປັນອາຫານພື້ນບ້ານ ທີ່ນິຍົມທີ່ສຸດຂອງລາວເຮົາ ມື້ນີ້ Kuanjai Foodie ຈະມາແນະນຳວິທີເຮັດແກງເຫັດລວມແບບແຊບໆ ໃສ່ຜັກຂະ ມາໃຫ້ແຟນເພສ ໄດ້ເຮັດກິນເອງຢູ່ບ້ານໄດ້ງ່າຍໆໃຫ້ກັບຄອບຄົວໄດ້.  ເຮົາມາເບິ່ງສ່ວນປະກອບກັນເລີຍ.

ສ່ວນປະກອບ:
1. ເຫັດ  (ບໍ່ວ່າຈະເປັນເຫັດນາງລົມ, ເຫັດເຂັມ, ເຫັດເຟືອງ ຫຼື ເຫັດຫູໜູ).
2. ຜັກຂະ
3. ຫົວຜັກບົ່ວແດງ

4. ຫົວສີໄຄ
5. ໝາກເຜັດ
6. ປາແດກດິບ ຫຼື ສຸກ
7. ນ້ຳຕານ
8. ເກືອ

9. ນໍ້າໃບຢານາງ

10. ເຂົ້າເບື່ອ


ວິທີປຸງແຕ່ງ:
– ຊ້ອມຜັກຂະ ແລະ ເຫັດໃຫ້ຮຽບຮ້ອຍແລ້ວລ້າງນໍ້າໃຫ້ສະອາດ. ຈາກນັ້ນ, ກໍເອົານໍ້າໃບຢານາງ ແລະ ຕໍາເຂົ້າເບື່ອໃສ່ໝໍ້ຄ້າງໄຟແຮງໆພໍໃຫ້ນໍ້າຟົດ, ຕຳໝາກເຜັດ, ຫົວຜັກບົ່ວແດງ ແລະ ຫົວສີໄຄລົງໃສ່, ຕາມດ້ວຍເຫັດ ທີ່ເຮົາໄດ້ກຽມນັ້ນ, ຈາກນັ້ນ, ກໍຄົນທຸກຢ່າງໃຫ້ເຂົ້າກັນແລ້ວປຸງລົດດ້ວຍນ້ຳຕານ, ປາແດກ ແລະ ເກືອ.
– ພໍເຫັດສຸກກໍເອົາຜັກຂະລົງຄົນຈົນໃຫ້ສີຜັກເປັນສີດຽວກັນ ແລະ ຊີມລົດຊາດຕາມໃຈມັກ ພຽງເທົ່ານີ້ ເຮົາກໍຕັກໃສ່ຖ້ວຍພ້ອມເສີບ.

ຖ້າຢາກໄດ້ລົດຊາດທີ່ນົວຂຶ້ນອີກກໍສາມາດເອົາປາແຫ້ງ ຫຼື ຊີ້ນສັດໃສ່ຕື່ມໄດ້ເພື່ອຈະຊ່ວຍເພີ່ມລົດຊາດໃຫ້ເຂັ້ມຂຸ້ນຂຶ້ນ.

 

ແບ່ງປັນ