Breaking News

ແຕ່ງຕົວຫວານໆຫຼາຍກໍເບື່ອ ລອງມາປ່ຽນເປັນສາວຫ້າວເທ່ໆ ເບິ່ງກໍໄດ້ເດີ້ສາວໆ ແລ້ວຈະຕິດໃຈ!

ແບ່ງປັນ

ສະບາຍດີຕອນເຊົ້າວັນຈັນເດີ້ ສາວໆຂັວນໃຈທີ່ໜ້າໝົດທຸກຄົນ ມາພົບກັນໃນຕອນເຊົ້າອາກາດເຢັນໆ ເປັນໃຈແກ່ການນອນເປັນທີ່ສຸດດດດ ແຕ່ເຮົາບໍ່ນອນ ເພາະວ່າທຸກຄົນມີໜ້າທີ່ຕ້ອງໄປປະຕິບັດກັນ ຄືກັນກັບ BeautyGuru ທີ່ຕ້ອງມາເຮັດໜ້າທີ່ສົ່ງຕໍ່ສິ່ງດີໆໃຫ້ກັບສາວໆໃນທຸກໆມື້ກັນຄືແນວນີ້ ມື້ນີ້ກໍມາເອົາໃຈສາວໆຕາມເຄີຍ ແຕ່ພິເສດທີ່ສຸດໃນມື້ນີ້ ກໍຄື ເຮົາຈະມາເອົາໃຈສາວຫ້າວກັນເປັນພິເສດ ເພາະເອົາໃຈສາວຫວານກັນມາຫຼາຍແລ້ວ ມື້ນີ້ກໍເລີຍຈະມາແນະນໍາການແຕ່ງຕົວໃນ Looks Style Boyish ສໍາລັບສາວຫ້າວໆ ໃຫ້ມີສະເໜ່ ໜ້າຄົ້ນຫາຂຶ້ນໄປຕຶ່ມອີກ ຊັ້ນເຮົາບໍ່ລໍຊ້າໄປເບິ່ງກັນເລີຍ

ແມນໆແບບພ້ອມລຸຍ

ໄປໃສໄປກັນ

ແຕ່ງຕົວໄປເຮັດວຽກແບບເທ່ໆ ມີຄວາມໜ້າເຊື່ອຖືຟຸດໆ

ໃສ່ກະໂປ່ງບໍ່ແມ່ນໄດ້ແຕ່ຄວາມງາມ ແລະ ໜ້າຮັກ ເທ່ແບບໜ້າຮັກກໍໄດ້

ແມນແບບໜ້ອຍໆໃຫ້ຫຼົງເຫຼືອຄວາມຫວານຢູ່

ເລີ່ມເບື່ອກັບການແຕ່ງແບບໃສໆ ກໍລອງແຕກຕ່າງໄປເລີຍ ຢ່າຊ້າ

By: BeautyGuru

Cr: Sprice

ແບ່ງປັນ