Breaking News

ຄວາມງົດງາມຂອງອີກໜຶ່ງສະຖານທີ່ທ່ອງທ່ຽວໃນໄລຍະລະດູຝົນ

ແບ່ງປັນ

ສະບາຍດີ ແຟນໆຂວັນໃຈ ມື້ນີ້ ທີມງານເວັບໄຊຂວັນໃຈ ຈະມາແນະນໍາສະຖານທີ່ທ່ອງທ່ຽວອີກແຫ່ງໜຶ່ງ ໃນນະຄອນຫຼວງວຽງຈັນ ໄວ້ໃຫ້ແຟນໆໄດ້ໄປທ່ຽວ ນັ້ນກໍຄື: ຕາດວັງຫຼວງ ນັ້ນເອງ ເຊິ່ງບາງຄົນກໍຄົງຈະເຄີຍໄປສໍາຜັດມາແລ້ວເນາະ ແລະ ບາງຄົນກໍຍັງບໍ່ເຄີຍໄດ້ຍິນຊື່ຕາດນີ້ ຫຼື ເຄີຍໄດ້ຍິນແຕ່ຊື່ແຕ່ຍັງບໍ່ເຄີຍໄປສໍາຜັດ ຖ້າໃຜຍັງບໍ່ໄດ້ໄປ ຫຼື ຍັງບໍ່ຮູ້ວ່າຕາດວັງຫຼວງຕັ້ງຢູ່ໃສ, ມີຄວາມງົດງາມປານໃດນັ້ນ ທາງທີມງານເວັບໄຊ ຂວັນໃຈ ໄດ້ນໍາເອົາຂໍ້ມູນບາງສ່ວນ ແລະ ຮູບພາບງາມໆມາໃຫ້ທ່ານຜູ້ອ່ານໄດ້ຮູ້ຈັກ ແລະ ໄດ້ຊົມຄວາມງົດງາມຂອງຕາດແຫ່ງນີ້.

ຕາດວັງຫຼວງ ເປັນສະຖານທີ່ທ່ອງທ່ຽວທາງທໍາມະຊາດ ທີ່ຍັງຄົງຄວາມອຸດົມສົມບູນໄວ້ ນໍ້າຕົກຕາດວັງຫຼວງ ຕັ້ງຢູ່ບ້ານ ເວີນກະເບົາ ເມືອງປາກງື່ມ ເຊິ່ງຖືໄດ້ວ່າຕັ້ງຢູ່ບໍ່ໄກຈາກນະຄອນຫຼວງວຽງຈັນປານໃດ.ຕາດແຫ່ງນີ້ ນອກຈາກຈະມີນໍ້າໃສໄຫຼເຢັນແລ້ວ ຍັງປະກອບດ້ວຍຄວາມອຸດົມສົມບູນທາງທໍາມະຊາດ ນານາພັນອີກດ້ວຍ ແບບທີ່ວ່າບໍ່ຈຳເປັນຕ້ອງໄປຫຼີ້ນຕາດຢູ່ໄກໆ ຫຼື ໄປຕ່າງແຂວງ ກໍ່ສາມາດມາສຳຜັດຄວາມສວຍງາມ ທາງທຳມະຊາດແບບນີ້ ໄດ້ທີ່ຕາດວັງຫຼວງແຫ່ງນີ້.

ສໍາລັບການເດີນທາງໄປທີ່ ຕາດວັງຫຼວງ ແມ່ນໄປທາງ 13 ໃຕ້ ຮອດຂົວບ້ານໄຮ່ແລ້ວໄປຕໍ່ປະມານ 1 ກິໂລແມັດ ມີທາງລ້ຽວຊ້າຍເຂົ້າໄປ 6 ກິໂລແມັດ ກໍ່ຈະປ້າຍທາງເຂົ້າຕາດ ເຂົ້າໄປອີກປະມານ 100 ແມັດ ກໍ່ຈະຮອດຕາດວັງຫຼວງ ຖ້າໃຜໃດຢາກໄປສໍາຜັດ ກັບນໍ້າເຢັນໆ, ອາກາດທີ່ເຢັນສົດຊື່ນ ແມ່ນເຮົາຂໍແນະນຳໃຫ້ໄປໃນໄລຍະລະດູຝົນ ເພາະໃນໄລຍະທີ່ມີນໍ້າຫຼາຍ ແມ່ນໄລຍະລະດູຝົນ ສ່ວນລະດູແລ້ງນັ້ນ ກໍຈະມີນໍ້າຂ້ອນຂ້າງໜ້ອຍ ຫຼື ໃນໄລຍະອາກາດຮ້ອນໆແນວນີ້ ໃຜທີ່ຢາກໄປພັກຜ່ອນ, ໄປເຂົ້າປ່າສາມັກຄີ ກໍສາມາດໄປໄດ້ ເພາະສະຖານທີ່ແຫ່ງນີ້ ກໍຕັ້ງຢູ່ບໍ່ໄກຈາກນະຄອນຫຼວງວຽງຈັນປານໃດ ຖ້າໃຜໃດໄດ້ໄປທ່ຽວສະຖານທີ່ແຫ່ງນີ້ ຮັບຮອງວ່າຕ້ອງຕິດໃຈ ກັບທຳມະຊາດແຫ່ງນີ້ຢ່າງແນ່ນອນ.

ຮູບພາບ: ແຫຼ່ງທ່ອງທ່ຽວທຳມະຊາດຕາດວັງຫຼວງ

ແບ່ງປັນ