Breaking News

ມາພົບກັບແຮງບັນດານໃຈຈາກ ສາວຫວານ, ໂຕນ້ອຍທີ່ຄວາມສາມາດໃຫຍ່ເກີນໂຕຄົນນີ້ ໄດ້ທີ່ນີ້!!

ແບ່ງປັນ

ຄໍລໍາ: Chic Working Women

ເຊື່ອວ່າຫຼາຍຄົນຕ້ອງມີຈຸດດ້ອຍໃດໜຶ່ງທີ່ເຮັດໃຫ້ຕົວເອງບໍ່ກ້າທີ່ຈະເຮັດໃນສິ່ງທີ່ຕົວເອງມັກ ລອງມາອ່ານເອົາແຮງບັນດານໃຈຈາກສາວຄົນນີ້ເບິ່ງ ອາລີລັກ ໄຊບຸນລ້ຽງ (ນ່ອງ) ສາວຫວານ, ໂຕນ້ອຍທີ່ຄວາມສາມາດໃຫຍ່ເກີນໂຕ ເຮັດວຽກເປັນ ຕົວແທນປະຈໍາລາວ, ບໍລິສັດ Masterpiece Education and Visa centre Sydney ປະເທດ Australia ແລະ ຍັງເປັນການຕະຫຼາດໃຫ້ກັບ ບໍລິສັດນໍ້າດື່ມພູຜາ ນໍາອີກ ທີ່ ນ່ອງເຮັດມັນໄດ້ກໍເພາະວ່າ ນ່ອງມີຄວາມພະຍາຍາມ ແລະ ເຊື່ອໝັ້ນວ່າຕົວເອງເຮັດໄດ້ ທີ່ສໍາຄັນນາງຍັງບອກອີກວ່າ ເປົ້າໝາຍເປັນສິ່ງທີ່ສໍາຄັນ ທີ່ທຸກຄົນຕ້ອງມີ ແລະ ເປົ້າໝາຍນັ້ນຕ້ອງຕັ້ງມັນໄວ້ໃຫ້ສູງ ເພາະເມື່ອໃດທີ່ເຮົາມີເປົ້າໝາຍເຮົາພັດທະນາຕົວເອງຢູ່ຕະຫຼອດເວລາເພື່ອຊອກທີທີ່ຈະກ້າວໄປຫາມັນ ວ້າວ… ເຫັນບໍ່ສາວໆ ບອກແລ້ວວ່າສາວຕົວນ້ອຍຄົນນີ້ ມີຄວາມສາມາດທີ່ໃຫຍ່ເກີນຕົວອີ່ຫຼີ.

ສໍາລັບເລື່ອງລາວຂອງສາວ ນ່ອງ ແບບເຕັມນັ້ນສາມາດຊອກອ່ານໄດ້ຈາກ ວາລະສານຂວັນໃຈ ສະບັບເດືອນ ພຶດສະພາ 2017 ນີ້ ຕາມ U Express M Point Mart ແລະ Jeffy Mart ທຸກສາຂາ.

ແບ່ງປັນ