Breaking News

ໂສມໜ້າຜູ້ຊະນະເລີດ!!! ໂຄງການສົ່ງເສີມນັກອອກແບບໜຸ່ມນ້ອຍຂອງລາວ (Lao Young Designers Project) 2017

ແບ່ງປັນ

ໃນວັນທີ 23 ພຶດສະພາ 2017 ທີ່ຜ່ານມາຢູ່ທີ່ ບ້ານພັກເອກອັກຄະລັດຖະທູດຝຣັ່ງປະຈຳລາວ ນະຄອນຫຼວງວຽງຈັນ ໄດ້ມີການປະກາດຜົນລາງວັນຂອງ ໂຄງການສົ່ງເສີມນັກອອກແບບໜຸ່ມນ້ອຍຂອງລາວ (Lao Young Designers Project) ປະຈຳປີ 2017, ເປັນກຽດເຂົ້າຮ່ວມເປັນປະທານໂດຍ ທ່ານນາງ ໂກລດີນ ເລີດູ ເອກອັກຄະລັດຖະທູດຝຣັ່ງປະຈຳລາວ, ທ່ານ ສົມສະໜຸກ ມີໄຊ ຮອງປະທານສະມາຄົມນັກຂ່າວແຫ່ງ ສປປ ລາວ ແລະ ປະທານຄະນະບໍລິຫານຂອງລາວແຟຊັ່ນວີກ ແລະ ໂຄງການສົ່ງເສີມນັກອອກແບບໜຸ່ມນ້ອຍຂອງລາວ ແລະ ທ່ານນາງ ປານີ ໄຊຍະວົງສ໌, ຜູ້ກໍ່ຕັ້ງ ແລະ ອຳນວຍການລາວແຟຊັ່ນວີກ ແລະ ໂຄງການສົ່ງເສີມນັກອອກແບບໜຸ່ມນ້ອຍຂອງລາວ, ພ້ອມດ້ວຍແຂກທີ່ມີກຽດ, ນ້ອງໆຜູ້ເຂົ້າແຂ່ງຂັນ ແລະ ສື່ມວນຊົນຢ່າງໜາແໜ້ນ.

ສຳລັບໂຄງການສົ່ງເສີມນັກອອກແບບໜຸ່ມນ້ອຍຂອງລາວ (Lao Young Designers Project) ທ່ານນາງ ປານີ ໄຊຍະວົງສ໌, ຜູ້ກໍ່ຕັ້ງ ແລະ ອຳນວຍການລາວແຟຊັ່ນວີກ ແລະ ໂຄງການສົ່ງເສີມນັກອອກແບບໜຸ່ມນ້ອຍຂອງລາວ ກໍໄດ້ໃຫ້ຄຳເຫັນວ່າ:

ໂຄງການ​ສົ່ງ​ເສີມ​ນັກ​ອອກ​ແບບ​ຫນຸ່ມ​ນ້ອຍ​ຂອງ​ລາວ ​ໄດ້​ມີ​ການ​ແຂ່ງຂັນ​ອອກ​ແບບ​ອາພອນ​ປະຈຳ​ປີ ມາ​ເປັນ​ເວລາ 3 ປີ ​ແລ້ວ ​ເພື່ອ​ຄົ້ນຫາ​ນັກ​ອອກ​ແບບ​ຫນຸ່ມ​ນ້ອຍ​ຂອງ​ລາວ​ທີ່​ມີ​ພອນ​ສະຫວັນ ​ແລະ ມີ​ຄວາມ​ສາມາດ​ໃນ​ການ​ອອກ​ແບບ ​ແລະ ຕ້ອງການ​ກ້າວ​ເຂົ້າສູ່​ວົງ​ການ​ແຟຊັ້ນ. ພວກ​ເຮົາ​ໄດ້​ປະສົບ​ຜົນສຳ​ເລັດ ​ໃນ​ການ​ສົ່ງ​ຜູ້​ຊະນະ​ເລີດ ລາງວັນ​ທີ 1 ຂອງ​ໂຄງການ​ສົ່ງ​ເສີມ​ນັກ​ອອກ​ແບບ​ຫນຸ່ມ​ນ້ອຍ​ຂອງ​ລາວ ຈຳນວນ 2 ຄົນ (ທ. ບິນ​ລີ້ ສີ​ອຳ​ພັນ ຈັນທະ​ວີ​ຈິດ – ຜູ້​ຊະນະ​ເລີດ ປີ 2015, ​ແລະ ທ. ວິ​ເສດ ສິດ​ທິລາດ – ຜູ້​ຊະນະ​ເລີດ ປີ 2016) ​ໄປ​ສຶກສາ​ດ້ານ​ການ​ອອກ​ແບບ​ອາພອນ ​ເປັນ​ເວລາ 6 ​ເດືອນ ທີ່​ສະ​ຖາ​ບັນ​ການ​ອອກ​ແບບ​ທີ່​ມີ​ຊື່​ສຽງ​ລະດັບ​ໂລກ ຄື​ສະ​ຖາ​ບັນ ​ເອັດສ​ໂມ​ດ ທີ່​ມະຫາ​ນະຄອນ ປາຣີ ປະ​ເທດ​ຝຮັ່ງ ​ເຊິ່ງ​ເຮັດ​ໃຫ້​ພວກ​ເຂົາ​ເຈົ້າທັງ​ສອງ ​ໄດ້​ຮັບ​ການ​ຮຽນ​ຮູ້ ​ແລະ ​ປະສົບ​ການ​ທີ່​ມີ​ຄວາມສຳຄັນ ​ໃນ​ຊີວິດ ​ເຊິ່ງສ້າງ​ແນວ​ຄິດ ​ແລະ ມຸມ​ມອງ​ໃຫມ່ ທີ່​ທັນ​ກັບ​ລະດັບ​ສາກົນ ​ເຊິ່ງ​ສ້າງ​ໃຫ້​ພວກ​ເຂົາ​ເຈົ້າ ກາຍ​ເປັນ​ສ່ວນ​ນຶ່ງ​ທີ່​ມີ​ບົດບາດ​ສຳຄັນ ​ໃນ​ການ​ຊ່ວຍ​ສ້າງສາ​ພັດທະນາ​ວົງ​ການ​ແຟຊັ້ນ ​ແລະ ອາພອນ ຂອງ​ປະ​ເທດ​ລາວ​ເຮົາ ​ໃນ​ອະນາຄົດ.​ ພ້ອມ​ກັນນັ້ນ ພວກ​ເຮົາ ກໍ່​ມີ​ຄວາມ​ພາກພູມ​ໃຈ ທີ່​ຈ​ະ​ໄດ້​ເຫັນ ຜູ້​ຊະນະ​ເລີດ​ລາ​ງວັນທີ 1 ຂອງ​ໂຄງການ ​ນັກ​ອອກ​ແບບ​ຫນຸ່ມ​ນ້ອຍຂອງ​ລາວ ປີ 2017 ລໍຖ້າ​ການ​ເດີນທາງ​ໄປ​ສຶກສາ​ຕໍ່ ​ໃນ​ລະບົບ ​ແລະ ລາຍການ​ສຶກສາ​ແບບ​ດຽວ​ກັນ,​ ພ້ອມ​ກັນນັ້ນ ​ບັນດາ​ນັກ​ອອກ​ແບບ​ຫນຸ່ມ​ນ້ອຍ​ດີ​ເດັ່ນທີ່​ເຂົ້າຮອບ​ທັງ 6 ຄົນ​ຂອງ​ປີ​ນີ້ ຕ່າງ​ກໍ່​ຈະ​ໄດ້​ຮັບ​ທຶນ​ການ​ສຶກສາ ​ໄປ​ຮ່ຳຮຽນ ​ແລະ ຝຶກ​ອົບຮົມ ​ໃນ​ບັນດາ​ປະ​ເທດ​ຕ່າງໆ ​ເພື່ອ​ພັດ​ທະນາ​ຄວາມ​ຮູ້, ທັກ​ສະ ​ແລະ ມຸມ​ມອງ​ຂອງ​ພວກ​ເຂົາ​ເຈົ້າ ​ໃຫ້​ພ້ອມ​ໃນ​ການ​ສ້າງສາ​ນຄວາມ​ໄຝ່ຝັນ​ຂອງ​ຕົນ​ໃຫ້​ເປັນ​ຈິງ ​ໃນ​ການ​ມີ​ອາຊີບ​ໃນ​ວົງ​ການ​ແຟຊັ້ນ.

​ໃນ​​ແຕ່ລະ​ປີ ພວກ​ເຮົາ​ມີ​ຄວາມ​ພາກພູມ​ໃຈ ​ແລະ ປະ​ທັບ​ໃຈ​ເປັນ​ຢ່າງ​ຍິ່ງ ທີ່​ໄດ້​ເຫັນ​ຜົນງານ​ຂອງ​ບັນດາ​ໄວ​ຫນຸ່ມ​ລາວ​ທົ່ວ​ປະ​ເທດ ທີ່​ໄດ້​ສົ່ງ​ຜົນງານ​ຂອງ​ຕົນ​ເຂົ້າມາ​ປະ​ກວດ​ຊິງ​ລາງວັນ​ນັກ​ອອກ​ແບບ​ຫນຸ່ມ​ນ້ອຍ​ດີ​ເດັ່ນ​ຂອງ​ລາວ. ພວກ​ເຮົາ​ມີ​ຄວາມ​ປ​​ະທັບ​ໃຈ ທີ່​ໄດ້​ເຫັນ​ສີມື ​ແລະ ຄວາມ​ສາມາດ​ອັນ​ໂດດ​ເດັ່ນ​ໃນ​ດ້ານ​ຄວາ​ມຄິດ​ສ້າງສັນ ​ແລະ ການ​ອອກ​ແບບ ຂອງ​ບັນດາ​ໄວ​ຫນຸ່ມ​ລາວ ​ເຊິ່ງບໍ່​ດ້ອຍ​ຫນ້າ​ນັກ​ອອກ​ແບບ​ມື​ອາຊີບ ​ໂດ​ຍທັງ​ທີ່​ພວກ​ເຂົາ​ເຈົ້າ ບໍ່​ມີ​ໂອກາດ​ໄດ້​ຮ່ຳຮຽນ ດ້ານ​ການ​ອອກ​ແບບມາ​ກ່ອນ. ພວກ​ເຮົາ​ມີ​ຄວາມ​ປຶ້ມ​ປິ​ຕິ ທີ່​ໄດ້​ເຫັນ​ຄວາມ​ສາມາດ ​ແລະ ຄວາມ​ມຸ່ງ​ຫມັ້ນຕັ້ງ​ໃຈ​ຂອງ​ພວກ​ເຂົາ​ເຈົ້າ ​ແລະ ພວກ​ພູມ​ໃຈ​ທີ່​ໄດ້​ຮ່ວມ​ກັນ​ອຸທິດ​ເຮື່ອ​ແຮງ ​ແລະ ຄວາມ​ພະຍາຍາມ ​ໃນ​ການ​ສ້າງ​​ເວທີ ​ແລະ ສ້າງ​ໂອກາດ​ໃຫ້​ພວກ​ເຂົາ​ເຈົ້າ ​ໄດ້​ສືບ​ສານ​ຄວາມ​​ໄຝ່ຝັນ​ຂອງ​ຕົນ​ໃຫ້​ເປັນ​ຈິງ.

ສຳ​ຫລັບ​ນ້ອງໆ​ທີ່​ມີ​ຄວາມ​ສາມາດ ທີ່​ໄດ້​ສົ່ງ​ຜົນງານ​ຂອງ​ຕົນ​ເຂົ້າປະ​ກວດ ​ແຕ່​ບໍ່​ໄດ້​ເຂົ້າຮອບ 6 ຄົນ​ດີ​ເດັ່ນ​ຂອງ​ປີ​ນີ້ ຈົ່ງ​ຢ່າ​ຟ້າວ​ຫມົດ​ກຳລັງ​ໃຈ. ຂໍ​ໃຫ້​ສືບ​ຕໍ່​ຝຶກ​ຝົນ​ຄວາມ​ສາມາດ​ຂອງ​ຕົນ ​ແລະ ສົ່ງ​ຜົນງານ​ເຂົ້າປະ​ກວດ​ໃຫມ່​ໃນ​ປີ​ຕໍ່​ໄປ​ເພື່ອ​ຊິງ​ລາງວັນ​ຊະນະ​ເລີດ.”

ໂສມໜ້າຜູ້ຊະນະເລີດ!!! ໂຄງການສົ່ງເສີມນັກອອກແບບໜຸ່ມນ້ອຍຂອງລາວ (Lao Young Designers Project) ປະຈຳປີ 2017ມີດັ່ງນີ້:

  1. ຜູ້ຊະນະເລີດລາງວັນທີ 1 ນາງ ລີວັນນາ ກູ້ (ອາຍຸ 19 ປີ, ນະຄອນຫຼວງວຽງຈັນ)

ລາງວັນຊະນະ​ເລີດ​ລາງວັນ​ທີ 1 ຂອງ​ໂຄງການ​ນັກ​ອອກ​ແບບຫນຸ່ມ​ນ້ອຍ​ດີ​ເດັ່ນ​ຂອງ​ລາ​ວປີ 2017 ຈະ​ໄດ້​ຮັບ​ທຶນ​ໄປ​ສຶກສາ​ເປັນ​ເວລາ 6 ​ເດືອນ ທີ່​ສະ​ຖາ​ບັນ​ການ​ອອກ​ແບບ ESMOD ທີ່​ມະຫາ​ນະຄອນ​ປາຣີ ປະ​ເທດ​ຝຣັ່ງ (​ເດືອນກຸມພາ – ສິງຫາ 2018) ​ໂດຍ​ການ​ຮ່ວມ​ມື​ຢ່າງ​ໃກ້ຊິດ​ກັບ​ສະ​ຖາ​ບັນ​ເອັດ​ສ​​ໂມ​ດ, ສະຖານທູດ​ຝຮັ່ງ​ປະຈຳ​ລາວ, ​ແລະ ສະ​ຖາ​ບັນ​ແຄມ​ປັດສ ຝຣັ່ງ ປະຈຳ​ລາວ.

2. ທ້າວ ພອນ​ປະ​ເສີດ ​​ແສງ​ມະນີ​ວົງ (ອາຍຸ 18 ປີ ຈາກ​ນະຄອນຫລວງ​ວຽງ​ຈັນ)

ລາງວັນຮອງ​ອັນ​ດັບທີ 1 ຂອງ​ໂຄງການ​ນັກ​ອອກ​ແບບຫນຸ່ມ​ນ້ອຍ​ດີ​ເດັ່ນ​ຂອງ​ລາ​ວປີ 2017 ຈະ​ໄດ້​ຮັບ​ທຶນ​ໄປ​ສຶກສາ​ເປັນ​ເວລາ 6 ​ເດືອນ ທີ່​​ໂຮງຮຽນສິລະ​ປະ ​​ແລະ ການ​ອອກ​ແບບ ​​ແຫ່ງ ສະ​ຖາ​ບັນ​ວິ​ຈິ​ດສິນ ນານ​ຢາງ, ປະ​ເທດ​ສິງກ​​ະ​ໂປ ​ໂດຍ​ການ​ຮ່ວມ​ມື​ຢ່າງ​ໃກ້ຊິດ ກັບ ສະ​ຖາ​ບັນ​ວິ​ຈິ​ດສິນ ນານ​ຢາງ, ປະ​ເທດ​ສິງກ​​ະ​ໂປ ​ແລະ ສະຖານທູດ​ສິງກະ​ໂປ​ປະຈຳ​ລາວ.

3. ລາງຜູ້​ຊະນະ​ເລີດ​ລາງວັນ​ທີ 3 – 6 ມີດັ່ງຕໍ່ໄປນີ້: ທ. ວິ​ສະ​ພົນ ​ແກ້ວ​ວິ​ໄລ (20 ປີ ຈາກ​ນະຄອນຫລວງ​ວຽງຈັນ), ທ. ບິນ​ດຽມ ຈັນທະ​ວີ (24 ປີ ຈາກ​ແຂວງ​ຈຳ​ປາ​ສັກ), ນ. ມະນີ​ວອນ ວັນ​ສະຫວັດ (17 ປີ ຈາກ​ແຂວງ​ຈຳປາ​ສັກ) ແລະ ນ. ​ເຂັມ​ວິ​ໄລ ພັນ​ນະ​ເລດ (17 ປີ ຈາກ​ແຂວງ​ຈຳປາ​ສັກ) ນ້ອງໆເຫຼົ່ານີ້ກໍຈະ​ໄດ້​ຮັບ​ທຶນ​ການ​ສຶກສາ ​ໄປ​ຝຶກ​ອົບຮົມ​ຕົວ​ຈິງ ​ເປັນ​ເວລາ 2 ​ເດືອນ ກັບ​ບັນດາ​ດີ​ຊາຍ​ເນີ້ ​ແລະ ຫ້ອງ​ເສື້ອ​ຊື່​ດັງ​ທີ່​ບາງກອກ, ປະ​ເທດ​ໄທ ​ໂດຍ​ການ​ຮ່ວມ​ມື​ຢ່າງ​ໃກ້ຊິດ ກັບ ຫ້ອງ​ເສື້ອ ວໍຣະວັດ, ຫ້ອງ​ເສື້ອ​ຊັ້ນສູງ ​ເອກະ​ມົນ, ​ແລະ ຫ້ອງ​ເສື້ອ ພິດ​ນະ​ພັດ.

ນັກ​ອອກ​ແບບ​ຫນຸ່ມ​ນ້ອຍ​ດີ​ເດັ່ນ​ຂອງ​ລາວທີ່ໄດ້ຮັບລາງວັນຊະນະເລີດທັງ​ 6 ຄົນ​ນີ້ ​ຈະ​ໄດ້​ຮັບ​ການ​ອຸປະຖຳ​ໃຫ້​ຜະລິດຜົນ​ງານ​ການ​ອອກ​ແບບ​ຂອງ​ຕົນ​ເພື່ອ​ເຂົ້າຮ່ວມ​ສະ​ແດງ​ໃນ​ງານ ລາວ​ແຟຊັ້ນວີກ 2017 ​ໃນ​ເດືອນ ກັນຍາ​ນີ້.

ແບ່ງປັນ