Breaking News

ເກັ່ງຫຼາຍ!! ສາວນ້ອຍຜູ້ຄວ້າລາງວັນຊະນະເລີດໂຄງການ “Lao Young Designers 2017” ໄດ້ທຶນໄປສຶກສາຕໍ່ທີ່ປະເທດຝຣັ່ງ

ແບ່ງປັນ

Wow ມື້ນີ້ ຊະນີIndy ມີຄວາມຮູ້ສຶກພາກພູມໃຈກັບໄວໜຸ່ມລາວ ແລະ ຢາກແນະນຳໃຫ້ແຟນໆໄດ້ຮູ້ຈັກນັ້ນກໍຄືນ້ອງ ລີວັນນາ ກູ້ (ເມເມ) ອາຍຸ 19 ປີ ຈາກນະຄອນຫຼວງວຽງຈັນ ຜູ້ຊະນະເລີດໂຄງການນັກອອກແບບໜຸ່ມນ້ອຍ (Lao Young Designers 2017), ຜົນງານຂອງ ເມເມ ທີ່ສົ່ງເຂົ້າປະກວດມີຄວາມໂດດເດັ່ນຈົນສາມາດເອົາຊະນະໃຈກຳມະການ ແລະ ພິຊິດທຶນການສຶກສາດ້ານອອກແບບທີ່ປະເທດ ຝຣັ່ງ ເປັນເວລາ 6 ເດືອນ ໃນສະຖາບັນການອອກແບບ ESMOD ເປັນສະຖາບັນດ້ານການອອກແບບທີ່ມີຊື່ດັງຂອງໂລກ ໂດຍຈະມີການຮ່ວມມືຢ່າງໃກ້ຊິດກັບສະຖາບັນເອັດສໂມດ, ສະຖານທູດຝຣັ່ງປະຈຳລາວ ແລະ ສະຖາບັນແຄມປັດສ ຝຣັ່ງ ປະຈຳລາວ.

ຈາກການສຳພາດນ້ອງ ເມເມ ນາງກໍໄດ້ເປີດເຜີຍໃຫ້ ທີມງານ ຂວັນໃຈ ເຮົາຟັງວ່າ: “ບໍ່ຄິດວ່າຕົນເອງຈະໄດ້ ເພາະທີ່ຈິງຕົນບໍ່ມີຊື່ໃນຜູ້ເຂົ້າຮອບສຸດທ້າຍ ແຕ່ໃນມື້ວັນທີ 23 ພຶດສະພາ ທາງໂຄງການເພິ່ນກໍໄດ້ໂທມາໃຫ້ເຂົ້າມາຮ່ວມໃນການແຂ່ງຂັນ ເພາະມີໝູ່ທີ່ເຂົ້າຮ່ວມໂຄງການສະຫຼະສິດໄປ ແລະ ໃນວິນາທີທີ່ທາງຜູ້ໃຫ່ຍເພິ່ນປະກາດວ່າເປັນຊື່ເຮົາທີ່ເປັນຜູ້ທີ່ຊະນະເລີດ ເຮົາກໍເຮັດໂຕບໍ່ຖືກ ແລະ ມີຄວາມດີໃຈຫຼາຍ ຈົນເວົ້າຫຍັງບໍ່ອອກ (ຍິ້ມ) ກໍຂໍຂອບໃຈມາທາງຜູ້ໃຫ່ຍທີ່ໃຫ້ໂອກາດ” (ໂອ້…ຖືວ່າທັງເກັ່ງທັງເຮັງເລີຍໄດ໋ນິ)

 

ສຳລັບ ລີວັນນາ ກູ້ (ເມເມ) ແມ່ນເປັນສາວນ້ອຍລູກຊອດ ລາວ-ສິງກະໂປ ແລະ ປະຈຸບັນກຳລັງສຶກສາຢູ່ທີ່ປະເທດ ສິງກະໂປ ເອກພາສາອັງກິດ ແລະ ດ້ວຍຄວາມມັກໃນດ້ານການອອກແບບຈຶ່ງເຮັດໃຫ້ ເມເມ ກັບມາປະເທດລາວ ແລະ ສົ່ງຜົນງານເຂົ້າໃນການປະກວດຈົນໄດ້ຮັບລາງວັນຊະນະເລີດໃນປີນີ້!!!

#ແຊຣໄປໃຫ້ໂລກຮູ້ເຖິງຄວາມສາມາດຂອງໄວໜຸ່ມລາວ

ມີຜົນງານທີ່ ເມເມ ສົ່ງເຂົ້າປະກວດມາຝາກແຟນໆນຳເດີ້…!!!

ຍັງບໍ່ໝົດຍັງມີຮູບພາບຂອງສາວນ້ອຍຄົນນີ້ມາຝາກ…

ແບ່ງປັນ