Breaking News

ໃຜທີ່ມັກທ່ອງທ່ຽວແບບພະຈົນໄພ ຕ້ອງບໍ່ພາດກັບສະຖານທີ່ແຫ່ງນີ້!!

ແບ່ງປັນ

ສະບາຍດີ ແຟນໆຂວັນໃຈ ມື້ນີ້ທີມງານ ເວັບໄຊຂວັນໃຈ ຈະມາແນະນໍາສະຖານທີ່ທ່ອງທ່ຽວອີກແຫ່ງໜຶ່ງ ເຊິ່ງຈະມາເອົາໃຈແຟນໆຜູ້ທີ່ມັກການທ່ອງທ່ຽວ ແບບພະຈົນໄພເປັນພິເສດເລີຍ ບໍ່ວ່າຈະເປັນການຂີ່ສະລິງ, ເດີນປ່າ, ໄຕ່ຂົວອູ່ ແລະ ອີກຫຼາຍຢ່າງ. ແຕ່ຖ້າໃຜທີ່ບໍ່ມັກການປະຈົນໄພກໍສາມາດໄປໄດ້ຄືກັນ ແລະ ສະຖານທີ່ແຫ່ງນັ້ນກໍຄື: ຕາດກອຍລອຍຟ້າ ທີ່ຕັ້ງຢູ່ເມືອງປະທຸມພອນ ແຂວງຈໍາປາສັກ ນັ້ນເອງ ຖ້າໃຜໄດ້ໄປທ່ຽວໄປສໍາຜັດກັບຄວາມງົດງາມຂອງທໍາມະຊາດ, ສາຍນໍ້າທີ່ໃສເຢັນ ຮັບຮອງວ່າໃຜທີ່ໄດ້ໄປທ່ຽວຈະຕ້ອງຕິດໃຈຢ່າງແນ່ນອນ ແລະ ທີມງານເຮົາໄດ້ນໍາເອົາຮູບພາບງາມໆຂອງສະຖານທີ່ແຫ່ງນີ້ມາໃຫ້ແຟນໄດ້ຊົມ ແຕ່ຈະງົດງາມປານໃດນັ້ນໄປຊົມກັນເລີຍ!!!

ຮູບພາບ: google.com

ແບ່ງປັນ