Breaking News

ຫຸ່ນງາມ, ຫຸ່ນພຽວ, ສຸຂະພາບດີ ມີໄດ້ບໍ່ຍາກ ມາຮູ້ຈັກກັບເຄັດລັບເຫຼົ່ານີ້ຈາກ 4 ສາວນີ້ກັນ!!

ແບ່ງປັນ

ຄໍລໍາ: Specail Scoop ສໍາລັບສາວໆທີ່ຢາກຫຸ່ນພຽວ ສຸຂະພາບດີຫ້າມພາດ!

ຫຸ່ນດີ ຫຸ່ນພຽວ ສຸຂະພາບດີ ໃຜໆກໍຢາກມີ ແລ້ວເຮັດແນວໃດຈຶ່ງມີລະສາວໆ! ມັນເປັນເລື່ອງຍາກຫຼາຍແມ່ນບໍ່? ໃນຄວາມຄິດຂອງເຮົາແລ້ວມັນຍາກຫຼາຍທີ່ຕ້ອງມາບັງຄັບຕົວເອງໃນຫຼາຍໆຢ່າງເພື່ອໃຫ້ໄດ້ຫຸ່ນທີ່ດີຄືກັບເຂົາ ຫຼືບາງເທື່ອເຮົາຍັງຄິດອີກວ່າມັນເປັນໄປບໍ່ໄດ້ດອກ ແຕ່ສາວໆຢຸດກ່ອນ ເພາະໃນວາລະສານຂັວນໃຈ ສະບັບຫຼ້າສຸດນີ້ສາວໆຕ້ອງແປກໃຈເມື່ອມີ ບັນດາສາວໆທີ່ແສນຈະເປັນຄົນທໍາມະດາຄືກັບເຮົາ ມາບອກວ່າ ການມີຫຸ່ນທີ່ດີບໍ່ແມ່ນເລື່ອງຍາກເລີຍ ເຮັດແນວໃດຫັ່ນຫວາ? ເຮົາໄປຟັງຈາກປາກພວກນາງກັນເທາະ! ວ່າເຮັດແນວໃດ? ສາວທໍາມະດາຄືພວກນາງ ຈຶ່ງມີຫຸ່ນເປະປານນາງແບບໄດ້ແນວນີ້

ດາວິໄລ ດາວັນ (ໂນະ) ແມ່ລູກ 3 ຫຸ່ນສຸດ Firm ບອກວ່າ ຢຸດອ້າງເຫດຜົນວ່າບໍ່ມີເວລາອອກກໍາລັງກາຍ ເພາະໂລກນີ້ທຸກຄົນມີເວລາ 24 ຊົ່ວໂມງເທົ່າກັນໝົດ

ສິລິກຸນ ໂພໄຊ (ຕິກ) ສາວນັກແລ່ນມາລາທອນ ບອກວ່າ ການອອກກໍາລັງກາຍແມ່ນການຮັກໂຕເອງ

ປະພັດສອນ ສິດທິວົງ (ອິບ) ສາວນັກສຶກສາຄົນນີ້ບອກວ່າ ສ່ວນຫຼາຍຄົນທີ່ເຂົ້າ Fitness ຈະທໍ້ງ່າຍຫາກບໍ່ຕັ້ງເປົ້າໝາຍທີ່ວັດແທກໄດ້

ແອນນາລີ ທະລາສິນ (ປອບປີ້) ບອກວ່າ ຈ່ອຍໆແຫ້ງໆ ຍິ່ງຕ້ອງອອກກໍາລັງກາຍ

ວ້າວ!!! ເອີ້ນໄດ້ວ່າສຸດຍອດອີ່ຫຼີ ສໍາລັບແຕ່ລະຄົນ ແຕ່ສໍາລັບໃຜທີ່ຢາກຮູ້ເຄັດລັບຫຸ່ນດີ ຂອງ 4 ສາວ ແບບເຕັມໆນີ້ແມ່ນສາວໆສາມາດໄປຊອກອ່ານໄດ້ ໃນວາລະສານ ຂັວນໃຈ ສະບັບເດືອນ ເມສາ ນີ້ ຕາມ U Express M Point Mart ແລະ Jeffy Mart ທຸກສາຂາ.

ແບ່ງປັນ