Breaking News

ຖ່າຍຮູບຄູ່ທີ່ແຕກຕ່າງ ຈະເຮັດໃຫ້ຄູ່ຮັກໄດ້ເຫັນອີກມຸມມອງໜຶ່ງຂອງອີກຝ່າຍ ຈົນເຮັດໃຫ້ເຂົ້າກັນໄດ້ດີ ແລະ ຮັກກັນຫຼາຍຂຶ້ນຕື່ມ (ຄົນມີຄູ່ເອົາໄປລອງກັນ)

ແບ່ງປັນ

ສໍາລັບຄົນທີ່ມີແຟນ ບາງເທື່ອກໍຢາກໄດ້ຮູບຄູ່ທີ່ແຕກຕ່າງກັນອອກໄປ ເກັບໄວ້ເປັນທີ່ະນຶກ ຫຼືເກັບໄວ້ໃນໂທລະສັບມືຖື ຍິ່ງໄດ້ຖ່າຍຮູບທີ່ມີວຄວາມແຕກຕ່າງຫຼາຍເທົ່າໃດ ຍິ່ງສະແດງວ່າເຮົາທັງສອງຄົນພ້ອມທີ່ຈະປ່ຽນແປງ ຍອມຮັບສິ່ງໃໝ່ທີ່ເຂົ້າມາທຸກມື້ ທາງເທື່ອການປ່ຽນແປງອາດຈະເຮັດໃຫ້ເຮົາເຫັນ Life Style ແລະ ຄວາມມັກຂອງອີກຄົນໃນອີກມຸມມອງທີ່ເຮົາບໍ່ເຄີຍເບິ່ງມາກ່ອນກໍໄດ້ເດີ້ ແລະ ມື້ນີ້ທາງ ຂັວນໃຈ ພວກເຮົາກໍໄດ້ນໍາເອົາ Idea ການຖ່າຍຮູບໃນແບບທີ່ແຕກຕ່າງ ຂອງຄູ່ຮັກ ມາຕ້ອນແຟນໆກັນນໍາ ຈັ່ງໃດຖ້າໃຜມີແຟນກໍຢ່າລືມເອົາໄປລອງກັນເບິ່ງເດີ້ ສ່ວນແອດຂໍເສົ້າແປ໋ບບບ.

  • ໃສ່ເສື້ອກັນໜາວຄູ່ກັນແຕ່ຄົນລະສີ

  • ຄົນໜຶ່ງລັກເບິ່ງໜ້າ ໃຫ້ຮູ້ວ່າ ດົນປານໃດກໍຍັງໜ້າຮັກສະເໝີ

  • ແຕ່ງຕົວຄົນລະແບບ ແຕ່ຢູ່ໃນທ່າດຽວກັນ ເຮັດໃຫ້ຮູ້ວ່າເຮົາທັງສອງແຕກຕ່າງກັນແຕ່ກໍເຂົ້າກັນໄດ້

  • ແຕ່ງຕົວແນວ SPORT ສະແດງເຖິງຮັກທີ່ແຂງບໍ່ອ່ອນຫວານ ແຕ່ເຮົາກໍຫວານກັນໄດ້

  • ຫຼີ້ນໆຢອກກັນແບບບໍ່ຮູ້ເບື່ອ ນີ້ແຫຼະຮັກທີ່ຫຼາຍຄົນຕ້ອງການ

  • ເບິ່ງຕາກັນ ໃຫ້ຮູ້ວ່າເຮົາຍັງມີກັນຢູ່ຕະຫຼອດ

  • ຖ່າຍຮູບ ໃນມື້ພິເສດກັບຄົນພິເສດ ໃນການໃຫ້ຂອງຂັວນວັນສໍາຄັນ

  • ໄປນໍາກັນແຕ່ອີກຝ່າຍຂີ້ອາຍ ແຕ່ກໍຍັງຢາກໄປນໍາ

  • ມີມຸມໂຣແມນຕິກ ເຮັດໃຫ້ຄິດຮອດທຸກຄັ້ງທີ່ກັບມາເບ່ິງ

  • ຈັບຫົວແລ້ວຍິ້ມ ເຮັດໃຫ້ຮູ້ສຶກວ່າອົບອຸ່ນຈົນບອກບໍ່ຖືກ

  • ປິດຕາອີກຝ່າຍໄວ້ ໃຫ້ຮູ້ວ່າເຖິງຈະເບິ່ງບໍ່ເຫັນແຕ່ກໍຮັບຮູ້ດ້ວຍໃຈ

  • ມຸມນີ້ເຮັດໃຫ້ຮຸ້ສຶກວ່າຮັກກັນຫຼາຍ

  • ເອົາແຂນມາພາດບ່າ ເພາະເຮົາຮູ້ໃຈກັນດີ

  • ກິນໆຢອກໆກັນໄປມີຄວາມສຸກຈົນຟີນເວີ່

  • ກອດໆໆ ໃຫ້ຄວາມຮູ້ສຶກອົບອຸ່ນ

  • ເອົາໃຈໃສ່ກັນທຸກລາຍລະອຽດ

  • ເຕ້ຍແລ້ວຮັກບໍ່ລະ ອ່ອຍຍຍໃຈລະລາຍ

  • ຊ່ວຍກັນແຕ່ງກິນ ຈະໃຫ້ຄວາມຟີນໄປຮອດໃສ

  • ຫຼີ້ນເກມຫຼາຍຈົນອີກຝ່າຍຕ້ອງມາອ້ອນ

By: BeautyGuru

Cr: Sprice

ແບ່ງປັນ