Breaking News

ຊົມເຊີຍ!!! ແມ່ຍິງລາວເກັ່ງບໍ່ແພ້ຊາດໃດໃນໂລກ ມາຮູ້ຈັກກັບນັກບິນສາວຄົນທຳອິດຂອງລາວ

ແບ່ງປັນ

ທ້າຍອາທິດແບບນີ້ ຊະນີIndy ກໍບໍ່ຄ່ອຍມັກຢູ່ລ້າໆປານໃດນະແຟນໆ ເພາະມີພາລະກິດຕ້ອງໄປຊອກເອົາບົດຄວາມດີໆມາໃຫ້ໝູ່ເພື່ອນທຸກຄົນໄດ້ອ່ານກັນ ເພື່ອຕ້ອງການປຸກພະລັງ ປຸກແຮງບັນດານໃຈ ທີ່ມີຢູ່ໃນຕົວໝູ່ເພື່ອນທຸກຄົນອອກມາ… ແລະໃນມື້ນີ້ກໍຈະມີອີກໜຶ່ງບົດຄວາມດີໆມາຝາກ ເປັນບົດຄວາມຈາກ ວາລະສານ ຂວັນໃຈ ສະບັບທີ 114 ທີ່ມີໂອກາດໄດ້ສຳພາດຢ່າງເຈາະເລິກແມ່ຍິງເກັ່ງຂອງລາວເຮົາອີກໜຶ່ງທ່ານນັ້ນກໍຄື ສຸດາພອນ ວິຊຸນນະຣາດ (ໝານ້ອຍ) ອາຍຸ 23 ປີ ເຊິ່ງສາວຄົນນີ້ມາໃນແນວທີ່ແຕກຕ່າງ ເພາະນາງເປັນຮອດນັກບິນສາວລາວຄົນເກັ່ງ ແລະ ສາວລາວເປັນຄົນທຳອິດ, ລອງມາອ່ານເບິ່ງເດີ້ ແລະ ເຊື່ອເລີຍວ່າທຸກຄົນຕ້ອງ ຕະລຶງ ໃນຄວາມສາມາດແມ່ຍິງລາວເຮົາແນ່ນອນ!!!

#ແຊຣໄປໃຫ້ໂລກຮູ້ເຖິງຄວາມສາມາດຂອງແມ່ຍິງລາວ

ໝານ້ອຍ ນັກບິນສາວຄົນທຳອິດ – ຜູ້ເລືອກຕິດປີກໃຫ້ຕົນເອງ

ເຮົາຕ້ອງຄິດແຕກຕ່າງ ເປີດໂອກາດໃຫ້ໂຕເອງ ລອງເຮັດສິ່ງໃໝ່ໆ ແລະຢ່າປ່ອຍໃຫ້ໂອກາດດີໆຜ່ານໜ້າໄປເດັດຂາດ!!

ວ້າວໆໆໆໆ!!!! ຖ້າຫາກເວົ້າເຖິງອາຊີບນັກບິນ ຂອບຄວາມຄິດຂອງຫຼາຍຄົນ ຄົງຈະນຶກເຖິງອາຊີບສຳລັບຜູ້ຊາຍຢ່າງແນ່ນອນ! ສ່ວນອາຊີບທີ່ແມ່ຍິງສ່ວນຫຼາຍໃຝ່ຝັນ ກໍຄື ແອໂຮສເຕດ ເພາະເປັນວຽກທີ່ໄດ້ແຕ່ງຕົວງາມໆ ໄດ້ພົບເຫັນ ແລະໃຫ້ບໍລິການຜູ້ໂດຍສານຈາກທົ່ວໂລກ ແລະ ສິ່ງສຳຄັນຄື ໄດ້ເດີນທາງໄປຕ່າງປະເທດຕະຫຼອດ ແຕ່ສຳລັບສາວໝານ້ອຍ ຄົນນີ້ ນາງຄິດຕ່າງ!! ດ້ວຍອາຍຸພຽງ 23 ປີ ເພາະນາງເປັນນັກບິນສາວ!!

ທຸກສິ່ງທຸກຢ່າງ ຖ້າເຮົາເລີ່ມຕົ້ນໃໝ່ ມັນກໍມີຄວາມຍາກໝົດ ເພາະເຮົາຍັງບໍ່ຄຸ້ນເຄີຍ ແຕ່ຖ້າເຮົາເລືອກແລ້ວ ເຮົາມັກ ເຮົາກໍຈະພະຍາຍາມຈົນສາມາດປະສົບຜົນສຳເລັດໄດ້

ຢ່າຢ້ານທີ່ຈະລອງ!! ນີ້ແມ່ນຄຳທີ່ ໝານ້ອຍ ມັກກ່າວຢູ່ສະເໝີ ເພາະຍິ່ງເຮົາລອງສິ່ງໃໝ່ໆ ຫຼາຍເທົ່າໃດ ເຮົາກໍຈະຮູ້ຈັກຕົນເອງຫຼາຍຂຶ້ນເທົ່ານັ້ນ ສາວໝານ້ອຍເອງ ກໍເຊັ່ນດຽວກັນ ເມື່ອຕອບໂຈດໄດ້ແລ້ວວ່າ ການເປັນນັກເສດຖະສາດ ບໍ່ແມ່ນວິຖີຊີວິດທີ່ຕົນເອງຕ້ອງການ ເພາະຕັ້ງແຕ່ນ້ອຍ ຮູ້ແຕ່ວ່ານາງມັກວຽກທີ່ອິດສະຫຼະ ບໍ່ຢາກຢູ່ບ່ອນເກົ່າ ມັກການເດີນທາງ ແຖມຍັງບໍ່ສາມາດຈິນຕະນາການ ພາບຕົນເອງນັ່ງເຮັດວຽກເປັນໂມງ ຕາມຫ້ອງການຕ່າງໆໄດ້ ໝານ້ອຍ ເຊິ່ງຂະນະນັ້ນໄດ້ຮັບທຶນການສຶກສາ ດ້ານເສດຖະສາດ ທີ່ ສປ ຈີນ ຈຶ່ງໄດ້ເລີ່ມຊອກຫາສິ່ງໃໝ່ໆ ໂອກາດທີ່ທ້າທາຍໃຫ້ຕົນເອງ ໂດຍບໍ່ນັ່ງລໍຖ້າໃຫ້ເສຍເວລາ

ເມື່ອບໍລິສັດການບິນລາວ ປະກາດທຶນການສຶກສາສຳລັບນັກບິນ ໝານ້ອຍ ຈຶ່ງບໍ່ລັງເລທີ່ຈະສະໝັກທັນທີ ເພາະນາງເຄີຍເຫັນນັກບິນຍິງ ຂອງສາຍການບິນໃນຕ່າງປະເທດແລ້ວ ຮູ້ສຶກວ່າຢາກລອງເປັນນັກບິນ ເພາະມັນທ້າທາຍ ແລະ Smart ດີ .

ພໍ່ແມ່ບໍ່ຢາກໃຫ້ຮຽນ ເພາະເປັນລູກສາວຄົນດຽວ ມັນສ່ຽງ ມັນອັນຕະລາຍ ຄອບຄົວເປັນຫ່ວງ

ຕອນພໍ່-ແມ່ ໝານ້ອຍຮູ້ຜົນວ່າເສັງຜ່ານ ກໍຮູ້ສຶກເປັນຫ່ວງ ບໍ່ຢາກໃຫ້ຮຽນຂັບຍົນປານໃດ ເພາະມັນສ່ຽງ ແລະ ອັນຕະລາຍ ເລີຍຄິດວ່າວຽກນີ້ບໍ່ເໝາະກັບນາງ ຍ້ານລູກສາວຂອງຕົນເຮັດບໍ່ໄດ້ ແຖມຍັງເປັນລູກສາວຄົນດຽວອີກ ແຖມຍັງຕ້ອງເດີນທາງຕະຫຼອດ ແລະຢູ່ໄກພໍ່-ແມ່ ພີ່ນ້ອງຄອບຄົວກໍມີຄຳເວົ້າຄັດຄ້ານຫຼາຍຢ່າງວ່າ: “ໃຜຊິເບິ່ງແຍງພໍ່ແມ່” ໂອ້ຍຍຍຍຍ .. ແຕ່ໝານ້ອຍ ກໍໃຫ້ເຫດຜົນກັບຄອບຄົວວ່າ ຖ້າຮຽນເສດຖະສາດມາແລ້ວ ຈັກຊິໄປເຮັດວຽກຫຍັງ ເພາະຄົນຮຽນຫຼາຍ ມັນລົ້ນແລ້ວ ອີກຢ່າງເປັນສິ່ງທີ່ນາງບໍ່ມັກ ຮຽນໄປກໍບໍ່ມີຄວາມສຸກ ສຸດທ້າຍ ຄອບຄົວຈຶ່ງໃຈອ່ອນ ຍ້ອນຄວາມຫົວດື້ຂອງນາງ ແລະຍັງແຖມທ້າຍອີກວ່າ “ຖ້າຮຽນຍາກແລ້ວ ຫ້າມຈົ່ມຕາມຫຼັງເດີ້”

ພູມໃຈໃນຕົນເອງ ເພາະອາຊີບນັກບິນ ເປັນອາຊີບທີ່ຕ້ອງຮຽນຮູ້ ແບບບໍ່ສິ້ນສຸດ 

ສຳລັບໝານ້ອຍແລ້ວ ອາຊີບນັກບິນເປັນອາຊີບທີ່ຮຽນບໍ່ຈົບຈັກເທື່ອ ເພາະຕ້ອງໄດ້ຮຽນຮູ້ສິ່ງໃໝ່ໆຢູ່ຕະຫຼອດ ແລະກໍຕ້ອງທົບທວນບົດຮຽນເກົ່າຢູ່ຕະຫຼອດເວລາ ເພາະວ່າມັນຈະມີບາງບົດຮຽນທີ່ເຮົາຕ້ອງຈື່ ຫາກເກີດເຫດການສຸກເສີນຂຶ້ນມາ ເຮົາຕ້ອງສາມາດແກ້ໄຂໃຫ້ໄດ້ໂດຍທັນທີ ຕ້ອງໄດ້ອ່ານຕະຫຼອດ ເຖິງວ່າໄດ້ເຮັດວຽກແທ້ ແຕ່ກໍຍັງຕ້ອງຮຽນຢູ່ ປັດຈຸບັນ ໝານ້ອຍຍັງມີປະສົບການບໍ່ຫຼາຍ ຕ້ອງໄດ້ເກັບຊົ່ວໂມງບິນ ແລະ ຮຽນຮູ້ເກັບກຳປະສົບສົບການນໍາກັບຕັນ (Captain) ຕື່ມອີກ ເພາະກັບຕັນແຕ່ລະຄົນກໍມີເຕັກນິກສະເພາະຂອງຕົນເອງ ຈາກປະສົບການຕົວຈິງ ທີ່ແຕກຕ່າງກັນ

ສາວໝານ້ອຍ ໃນມາດເທ້ຄົນນີ້ ປັດຈຸບັນກຳລັງເປັນນັກບິນຜູ້ຊ່ວຍ ຕາມມາດຕະຖານການບິນ ຜູ້ທີ່ຈະເປັນກັບຕັນ (Captain)​ ໄດ້ ຕ້ອງມີຊົ່ວໂມງບິນເຖິງ 3,000 ຊົ່ວໂມງ ເຊິ່ງຕອນນີ້ ໝານ້ອຍ ສະສົມໄດ້ແລ້ວ 800 ຊົ່ວໂມງ .. ສູ້ໆເດີ້!! ແລະ ອະນາຄົດທີ່ວາງໄວ້ຕໍ່ໜ້າ ນອກຈາກເປັນກັບຕັນແລ້ວ  ໝານ້ອຍຍັງຢາກເປັນອາຈານສອນນັກບິນລຸ້ນຕໍ່ໄປນຳອີກ

 

ຂ້ອຍໂຊກດີທີ່ຄົ້ນພົບຄວາມມັກຂອງຕົນເອງໄວ

ການຄົ້ນພົບສິ່ງທີ່ເຮົາຫຼົງໃຫຼ (passion) ເຮັດໃຫ້ຊີວິດເຮົາມີຄວາມກະຕືລືລົ້ນ ມີແຮງບັນດານໃຈ ຢາກພະຍາຍາມເຮັດໃຫ້ສຳເລັດ ມັນແມ່ນຄວາມສຸກໃຈຢ່າງໜຶ່ງ ໝານ້ອຍ ຖືວ່າເປັນຜູ້ທີ່ໂຊກດີ ທີ່ຕັດສິນໃຈຄວ້າປີກນັກບິນ ມາຕິດໃຫ້ຕົນເອງ ພ້ອມກັບການສະໜັບສະໜູນຈາກພໍ່ແມ່ ແລະບໍລິສັດການບິນລາວ ເຮັດໃຫ້ທຸກມື້ນີ້ ໝານ້ອຍ ເປັນນັກບິນຍິງຄົນທຳອິດຂອງລາວ ເປັນແບບຢ່າງທີ່ດີ ແລະເປັນແຮງບັນດານໃຈໃຫ້ສາວໆຫຼາຍຄົນ ໄດ້ລອງຄິດແຕກຕ່າງ!!

 

ຝາກທ້າຍ: ສຳລັບສາວໆທີ່ຍັງບໍ່ພົບ ສິ່ງທີ່ຮັກແລະຫຼົງໃຫຼ ບາງເທື່ອອາດຍ້ອນເຮົາເຮັດແຕ່ສິ່ງເກົ່າໆ ໄປແຕ່ບ່ອນເກົ່າໆ ພົບກັບຄົນແບບເກົ່າ ຫຼາຍເກີນໄປ ໃຫ້ລອງຫາໂອກາດເຮັດສິ່ງໃໝ່ໆ ໃຜຊິຮູ້ .. ບາງເທື່ອມັນອາດຈະມີສິ່ງທີ່ເຮົາສົນໃຈ ແລະນຳພາເຮົາໄປສູ່ຄວາມສຸກ ແລະຄວາມສຳເລັດໃນຊີວິດກໍເປັນໄດ້

ຂໍຂອບໃຈບົດຄວາມ ແລະ ຮູບພາບຈາກ: ວາລະສານ ຂວັນໃຈ ສະບັບທີ 114

ແຟນໆສາມາດຕິດຕາມບົດຄວາມດີືໆແບບນີ້ໄດ້ໃນ ວາລະສານ ຂວັນໃຈ ຫາຊື້ໄດ້ຕາມ U Express M Point Mart ແລະ Jeffy Mart ທຸກສາຂາ.

ແບ່ງປັນ